jane (59)
ປະສົບການຈາກສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025”
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 18 September, 2025
ໝວດ: ຂ່າວ

อาจเป็นรูปภาพของ 1 คน และ อากาศยาน

 

ຂປລ. ໃນສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າ ຄຽງໄຫລ່ ຕໍ່ສູ້ເພືື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ມີສຽງປືນດັງກ້ອງສະໜາມ, ຂີ້ຝຸ່ນຄຸ້ມກະຈາຍໄປທົ່ວບໍລິເວນສະໜາມຫັດແອບ ເຊິ່ງເປັນການຍົກລະດັບຍຸດທະວິທີ, ແລກປ່ຽນຄວາມຮູ້ ຄວາມສາ ມາດ ສ້າງສາຍສຳພັນທີດີ ລະຫວ່າງສອງຊາດ ລາວ-ຣັດເຊຍ. ສໍາລັບ ພະນັກງານ-ນັກຮົບ ແມ່ນເປັນໂອກາດຄັ້ງສໍາຄັນໃນການຝຶກຊ້ອມ ເຊິ່ງໄດ້ສອນໃຫ້ຮູ້ຈັກກັບເຕັກນິກການຕໍ່ສູ້ ແລະ ຍຸດທະວິທີ ທີ່ທັນສະໄໝ, ການໃຊ້ຊີວິດຢູ່ໃນສະໜາມຝຶກທີ່ເຕັມໄປດ້ວຍສິ່ງທ້າທາຍ, ຄວາມຍາກລຳບາກ, ຄວາມກົດດັນ ທີ່ໄດ້ສ້າງຄວາມແຂງແກ່ນ ແລະ ຄວາມອົດທົນ ນັ້ນ, ແມ່ນການຮຽນຮູ້ທີ່ມາຈາກປະສົບການຕົວຈິງ ເຊິ່ງເປັນບົດຮຽນອັນລໍ້າຄ່າຫລາຍກວ່າທຸກບົດຮຽນໃນຫ້ອງຮຽນ.

Digital Marketing Agency in Laos - Emerging Digital Solutions

 

อาจเป็นรูปภาพของ 7 คน

 

ສະຫາຍ ພັນເອກ ພັນສອນ ຄໍາຜິວ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາອະນຸກຳມະການເນື້ອໃນການຊ້ອມຮົບຮ່ວມ ລາວ-ຮັດເຊຍ “ລາ ໂຣສ-2025” ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກອງທັບປະຊາຊົນລາວ ໃນວັນທີ 17 ກັນຍາ 2025 ນີ້ວ່າ: ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືຍຸດທະສາດ ລະຫວ່າງສອງຊາດ ລາວ-ຣັດເຊຍ, ບົນພື້ນຖານຄວາມສະເໝີພາບ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ການກຽມພ້ອມສູ້ຮົບໃນລະດັບສູງ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ສາມາດຕອບໂຕ້ກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ຮູບແບບໃໝ່ຕໍ່ຄວາມໝັ້ນຄົງ, ຄົ້ນຄວ້າຕີລາຄາສະພາບການຕໍ່ກົນອຸບາຍ, ລ່ຽມລາຍສູ້ຮົບຂອງກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກ ເພື່ອກຽມພ້ອມຕີຕອບຕ້ານສັດຕູໃນຮູບແບບຍຸດທະວິທີແບບ ໃໝ່ສົມທົບກັບການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝມີປະສິດທິພາບສູງ, ເປັນການຍົກລະດັບການຊີ້ນໍາ, ບັນຊາ ລະຫວ່າງ 2 ກອງທັບ ໃຫ້ມີຄວາມເປັນເອກະພາບ, ມີປະສິດທິພາບໃນການປະຕິບັດໜ້າທີ່ວິຊາສະເພາະ, ໜ້າທີ່ພິເສດໃນຮູບແບບກໍາລັງປະສົມຮ່ວມຂັ້ນຍຸດທະວິທີ, ຍົກລະດັບການນໍາໃຊ້ໂດຣນ ພາຫະນະເບົາເຄື່ອນທີ່ໄວດໍາເນີນການສູ້ຮົບປະສານເຫລົ່າໃນຕົວເມືອງ ແລະ ເຂດພູຜາປ່າດົງໄດ້ຢ່າງມີປະສິດທິພາບສູງ.

 

อาจเป็นรูปภาพของ 7 คน

 

ສະຫາຍ ພັນເອກ ພັນສອນ ຄໍາຜິວ ໄດ້ກ່າວອີກວ່າ: ລາວ-ຣັດເຊຍ ເຖິງວ່າຈະມາຈາກວັດທະ ນະທຳ, ພາສາປາກເວົ້າແຕກຕ່າງກັນ, ແຕ່ການຮ່ວມມື ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງ ທັບ ສ ຣັດເຊຍ ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.
ສະຫາຍ ຮ້ອຍເອກ ວັນ ສີບຸນເຮືອງ ຈາກກອງພັນ 743 ກອງພັນໃຫຍ່ 11 ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຮັບຄຳສັ່ງຈາກຄະນະພັກ-ຄະນະບັນຊາ ໃຫ້ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຕົນເອງໄດ້ປະຕິບັດຕາມຄໍາສັ່ງຢ່າງເຂັ້ມງວດ, ການເຂົ້າຮ່ວມຊ້ອມຮົບໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນ ເຊິ່ງເປັນໂອກາດທີ່ດີ ທີ່ໄດ້ຖອດຖອນບົດຮຽນຈາກເພື່ອນຣັດເຊຍ ເປັນຕົ້ນ ການນໍາໃຊ້ອາວຸດຍຸດໂທປະກອນທີ່ທັນສະໄໝ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຈະທຸ່ມເທເຫື່ອແຮງ ຍາດແຍ່ງເອົາບົດຮຽນຈາກເພື່ອນຣັດເຊຍ ໃຫ້ໄດ້ຫລາຍທີ່ສຸດ ເພື່ອນໍາໄປໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ເກີດປະໂຫຍດສູງສຸດ.

 

ไม่มีคำอธิบายรูปภาพ

 

ສະຫາຍ ສິບເອກ ເອເລັກເຊ່ ມາຣຕືໜົບ ພົນທະຫານ ກອງທັບ ແຫ່ງ ສ ຣັດເຊຍ ໄດ້ກ່າວວ່າ: ມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ ເພາະວ່າໄດ້ແລກປ່ຽນບົດ ຮຽນນໍາເຊິ່ງກັນ ແລະ ກັນ ເຖິງວ່າອາກາດຈະຮ້ອນ

 

ອົບເອົ້າແຕ່ທຸກຄົນມີຄວາມຕັ້ງໃຈໃນການຝຶກຊ້ອມ, ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ເປັນເຫດການທີ່ສຳຄັນ ບໍ່ພຽງແຕ່ເປັນການຍົກລະດັບຄວາມສາ ມາດທາງທະຫານເທົ່ານັ້ນ ແຕ່ຍັງເປັນການສ້າງສາຍສຳພັນ, ຄວາມເຂົ້າໃຈ ແລະ ມິດຕະພາບທີ່ດີຕໍ່ກັນຢ່າງແທ້ຈິງ.

 

อาจเป็นรูปภาพของ 1 คน และ ข้อความ

 

ຂ່າວ: ບຸນຊ້ອຍ ວິໄລພອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ