
ເຊື່ອວ່າຫຼາຍຄົນຍັງຄົງຈື່ກ່ຽວກັບຂ່າວການພົບເຫັນສົບຂອງຜູ້ຍິງຄົນໜຶ່ງຢູ່ໃນລົດ Tesla ຂອງແຣັບເປີທີ່ມີຊື່ສຽງ D4vd ຫຼື David Burke ອາຍຸ 20 ປີ ເຈົ້າຂອງເພງຮິດຕ່າງໆ ເຊັ່ນ “Here with me”, “Romantic Homicide” ທີ່ຈອດ ຢູ່ລານຈອດລົດແຖວ Hollywood Hills ເຊິ່ງເປັນບ່ອນເກັບລົດທີ່ຖືກຈອດຖິ້ມໄວ້ດົນໆ ຫຼື ລົດທີ່ເຈົ້າຂອງປະຖິ້ມໄວ້ ໃນວັນທີ 8 ກັນຍາທີ່ຜ່ານມາ
ຕອນແລ້ວເລື່ອງມັນກໍ່ສັບສົນພໍເບິ່ງແລ້ວ ເພາະວ່າລົດຄັນດັ່ງກ່າວຈົດທະບຽນຢູ່ລັດເທັກຊັສ ແຕ່ກັບມາຈອດຖິ້ມໄວ້ຂ້າງທາງແຖວ Hollywood Hills ເປັນເວລາເກືອບເດືອນກ່ອນຖືກລາກມາເກັບໄວ້ຢູ່ບ່ອນດັ່ງກ່າວ. ທີ່ສຳຄັນກໍ່ຄື ທາງນັກຮ້ອງມີຊື່ສຽງເອງກໍ່ບໍ່ໄດ້ໄປແຈ້ງຄວາມກັບຕຳຫຼວດໄວ້ວ່າລົດເສຍ ຫຼື ຖືກໂຈນລັກໄປແຕ່ຢ່າງໃດ ແລະ ຍັງຄົງອອກທົວຄອນເສີດຕໍ່ໄປ. ຫຼ້າສຸດໄດ້ມີການເປີດເຜີຍຊື່ຂອງຜູ້ເສຍຊີວິດອອກມາແລ້ວ ແລະ ກໍ່ຍິ່ງເຮັດໃຫ້ເລື່ອງມັນຊວນງົງ ແລະ ສັບສົນກັນຂຶ້ນໄປອີກ.
ໂດຍສົບຂອງຍິງສາວຄົນດັ່ງກ່າວກໍ່ຄື “ເຊເລສເຕ ລິວາສ” (Celeste Rivas) ອາຍຸພຽງ 15 ປີເທົ່ານັ້ນ. ສ່ວນທີ່ເຮັດໃຫ້ເລຶ່ອງມັນຊວນງົງກໍ່ເພາະວ່າພໍ່ແມ່ຂອງເດັກສາວທີ່ລະບຸວ່າລູກສາວໄດ້ຫາຍໂຕໄປຈາກບ້ານຕັ້ງແຕ່ເມື່ອເດືອນເມສາປີທີ່ແລ້ວ. ທີ່ສຳຄັນລູກສາວເຄີຍບອກວ່າມີແຟນທີ່ຊື່ “ເດວິດ” ແຖມເດັກສາວຍັງສັກລາຍອັກສອນ “Shhh” ທີ່ບັນດານັກຮ້ອງເຊິ່ງກໍ່ລວມເຖິງແຣັບເປີ້ຄົນດັງສັກອີກດ້ວຍ.
ດ້ານທາງແຣັບເປີີ D4vd ຫຼັງຮູ້ຂ່າວເຈົ້າໂຕກໍ່ຍົກເລີກການທົວຄອນເສີດທີ່ຊີແອັດເທິນແລ້ວ. ຢ່າງໃດກໍ່ຕາມ ຍັງບໍ່ມີລາຍງານວ່າເຖິງຕອນນີ້ທາງເຈົ້າໜ້າທີ່ນັ້ນໄດ້ລະບຸວ່າທັງສອງມີຄວາມເຊື່ອມໂຍງກັນຫຼືບໍ່ ລວມເຖິງໂຕເດວິດໄດ້ຕົກເປັນຜູ້ຖືກສົງໄສແລ້ວ ຫຼື ຍັງ.
ຕົງຂ້າມກັບບັນດາຊາວເນັດທີ່ຕອນນີ້ໄດ້ເຊື່ອໄປແລ້ວ ຫຼາຍຄົນພະຍາຍາມຫາຄວາມເຊື່ອມໂຍງຂອງທັງຄູ່ຈາກໂພສເກົ່າໆ ບາງຄົນມີການໂພສຮູບຫນ້າຄ້າຍຄົນທັງສອງຢືນຢັນວ່າມີການຄົບຫາກັນແທ້ ບາງຄົນກໍ່ມີທິດສະດີຈາກຂໍ້ມູນທີ່ວ່າສົບຫາກໍ
ຖືກນຳມາຖິ້ມເມື່ອຊ່ວງ 5 ວັນກ່ອນເຈີຮ່າງ ແລະ ເປັນຊ່ວງທີ່ແຣັບເປີດັງພັກຄອນເສີດພໍດີ ເຊິ່ງທັງໝົດຄົງຕ້ອງລໍຖ້າຜົນລາຍງານການຕິດຕາມກວດກາຈາກທາງເຈົ້າໜ້າທີ່ຕໍ່ໄປ…
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














