jane (63)
ອົງການກອຍກາ (KOICA) ປະຈຳລາວໄດ້ມອບ ອຸປະກອນການແພດໃຫ້ແກ່ໂຮງໝໍແຂວງຫລວງພະບາງ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 19 September, 2025

อาจเป็นรูปภาพของ 5 คน, โรงพยาบาล และ ข้อความพูดว่า "8 ผ้าใขม่ ผ้าใหม่ ස ใหม่ ผ้า"

 

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ອົງການກອຍກາ (KOICA) ປະຈຳລາວ ໄດ້ນຳເອົາເຄື່ອງເອໂກ ມອບໃຫ້ໂຮງໝໍແຂວງຫລວງພະບາງ ໃນວັນທີ 18 ກັນຍາ 2025 ທີ່ແຂວງຫລວງພະບາງ ຕາງໜ້າມອບໂດຍທ່ານ ນາງ ແຊຢອງຮີ ຮອງຫົວໜ້າຫ້ອງການ ອົງການກອຍກາ ປະຈຳລາວ ແລະ ຕາງໜ້າໂດຍທ່ານ ພູວະນາ ອານຸລັກຄຳ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍພະນັກງານແພດ ແລະອາສາສະໝັກປະເທດເກົາຫລີ ປະຈຳໂຮງໝໍແຂວງຫລວງພະບາງ ເຂົ້າຮ່ວມ.

ທ່ານ ພູວະນາ ອານຸລັກຄຳ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ອົງການກອຍກາ ທີ່ໄດ້ໃຫ້ການຊ່ວຍເຫລືອໂຮງໝໍແຂວງຫລວງພະບາງ ຕະຫລອດ 10 ກວ່າປີຜ່ານມາ ເປັນໂຄງການຮ່ວມມືທີ່ດີ ແລະ ມີປະໂຫຍດຫລາຍ ໃຫ້ແກ່ການພັດທະນາ ການບໍລິການສຸຂະພາບພາຍໃນໂຮງໝໍ, ນັບແຕ່ປີ 2008 ຈົນເຖິງປັດຈຸບັນ ໂຮງໝໍແຂວງຫລວງພະບາງ ໄດ້ຮັບອາສາສະໝັກ ກອຍກາ ຈຳນວນ 8 ຄົນ ໃນນີ້ ເຕັກນິກລັງສີ 05 ຄົນ, ສາທາລະນະສຸກສາດ 01 ຄົນ, ພະຍາບານ 02 ຄົນ ເຮັດໜ້າທີ່ວິຊາສະເພາະ ຮ່ວມກັບພະນັກງານວິຊາການພາຍໃນໜ່ວຍໄດ້ເປັນຢ່າງດີ.

 

อาจเป็นรูปภาพของ 9 คน และ ข้อความพูดว่า "สาทาาละมะลัด ปะอาทุปะโท ปะขาสุมลาว ลาว พัว พาปะเุาชุม พัทปะกาลุ๊มปรติวัตลาอ දාදිය ปะ ต็อัดลาว ทำมักาดสะมากว่า ชมั่ม ขมัมย้ม เย้ม พีทิมอบ-รับ เคื่องอุปะภอมภามแผด เอโท (Echo) ใช้แต่โรงซมิ แลวงตวงพะบาง, แลอซูวพะบาๆ ฉะแมับสะ KOICA ปะจำ สปป สปปๆาว ว Lua ed"

 

ພ້ອມນີ້, ອົງການ ກອຍກາ ຍັງໄດ້ໃຫ້ການຊ່ວຍເຫລືອ ອຸປະກອນຕ່າງໆ ແກ່ໂຮງໝໍຫລາຍຢ່າງເປັນຕົ້ນ ຄອມພິວເຕີ, ລະບົບ HIS, PACS, CTG. ໃນແຕ່ລະປີ ຢູ່ໂຮງໝໍແຂວງຫລວງພະບາງ ມີຜູ້ມາໃຊ້ບໍລິການເຮັດເອໂກທົ່ວໄປ ໂດຍສະເລ່ຍ ປະມານ 4.400 ຕໍ່ເທື່ອຄົນ ສະເພາະໃນ 6 ເດືອນຕົ້ນປີ 2025 ມີ 2.432 ເທື່ອຄົນ ໂດຍບໍ່ລວມການເອໂກ ແມ່ຍິງຖືພາ ແລະ ເອໂກຫົວໃຈ. ສຳລັບການຊ່ວຍເຫລືອເຄື່ອງເອໂກ ຈາກອົງການກອຍກາ ໃນຄັ້ງນີ້ ເປັນການຊ່ວຍເຫລືອການບໍລິການແທນເຄື່ອງເກົ່າທີ່ມີການເປ່ເພ ເຮັດໃຫ້ການບໍລິການພາຍໃນໂຮງໝໍມີປະສິດທິພາບສູງຂຶ້ນ.

 

ໂອກາດນີ້, ທ່ານ ນາງ ແຊຢອງຮີ ໄດ້ກ່າວວ່າ: ເຄື່ອງເອໂກ (Echo) ທີ່ໃຫ້ການຊ່ວຍເຫລືອ ແກ່ໂຮງໝໍແຂວງຫລວງພະບາງຄັ້ງນີ້ ຈະສາມາດເພີ່ມຄວາມສາມາດ ໃນການບົ່ງມະຕິພະຍາດຂອງແພດ-ໝໍ ໃຫ້ມີຄວາມຊັດເຈນ ໂດຍສະເພາະອການກວດທ້ອງຂອງແມ່ຍິງຖືພາ ແລະ ອື່ນໆ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະອຳນວຍການ ແລະອພະນັກງານແພດ-ໝໍ ພ້ອມກັນນຳໃຊ້ເຄື່ອງເອໂກ (Echo) ທີ່ໄດ້ຮັບໃຫ້ເກີດຜົນຜະໂຫຍດສູງ ທັງນຳໃຊ້ໃຫ້ໄດ້ຍາວນານ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ