jane (73)
ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິ່ງ ເປີດງານແລກປ່ຽນວັດທະນະທຳສາກົນ ຄັ້ງທີ 17
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 23 September, 2025
ໝວດ: ຂ່າວ

ຂປລ. ນັກສຶກສາລາວຢູ່ນະຄອນຫລວງປັກກິ່ງ ນໍາເອົາອາຫານ, ສຽງ ແຄນ ແລະ ສິລະປະ-ວັດທະນະທໍາລາວມາສະແດງຜ່ານສາຍຕາຜູ້ຊົມ ຫລາຍຮ້ອຍຄົນ ໄດ້ສ້າງຄວາມສົນໃຈຢ່າງຫລວງຫລາຍໃນງານແລກ ປ່ຽນວັດທະນະທໍາສາກົນຄັ້ງທີ 17 ເຊິ່ງຈັດຂຶ້ນໃນວັນທີ 21 ກັນຍາ 2025 ຜ່ານມານີ້, ທີ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິ່ງ

 

อาจเป็นรูปภาพของ 2 คน, ไวโอลิน, โอโบ, แคลริเน็ต, ฟลุต และ ข้อความพูดว่า "25 7届北宗科技 7届北奈 京科技1 五周年系!"

 

( University of Science and Technology Beijing ), ນະຄອນຫລວງປັກ ກິ່ງ, ສປ ຈີນ.

ໃນງານດັ່ງກ່າວມີນັກສຶກສາຈາກ ສປປ ລາວ, ບັນດາຊາດອາຊຽນ, ເຂດ ຢູຣາເຊຍ, ອາຟຣິກກາ, ເອີຣົບ ແລະ ຊາດອື່ນໆ ເຂົ້າຮ່ວມຢ່າງຫລວງຫລາຍ. ງານແລກປ່ຽນວັດທະນະທຳນາໆຊາດຄັ້ງນີ້ມີຈຸດປະສົງ ເພື່ອເປີດໂອກາດ ໃຫ້ນັກສຶກສາຕ່າງປະເທດ ໄດ້ເຜີຍແຜ່ວັດທະນະທໍາອັນດີງາມທີ່ເປັນເອກະ ລັກ ພາຍໃນປະເທດຂອງຕົນອອກສູ່ສາຍຕາສາກົນໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍຜ່ານກິດຈະກໍາຕ່າງໆເຊັ່ນ: ງານວາງສະແດງອາຫານ-ເຄື່ອງດື່ມ, ການ ສະແດງສິລະປະ-ວັດທະນະທໍາ, ວິທີປຸງແຕ່ງອາຫານທີ່ເປັນເອກະລັກຂອງ ແຕ່ລະຊາດ ແລະ ອື່ນໆ. ນອກນັ້ນ, ບັນດານັກສຶກສາຍັງໄດ້ໃຊ້ເວລາໃກ້ຊິດ ຕິດແທດກັນຫລາຍຂຶ້ນເພື່ອຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ຕື່ມອີກ.

 

อาจเป็นรูปภาพของ 11 คน, วัด และ ข้อความ

 

ສໍາລັບນັກສຶກສາລາວແມ່ນໄດ້ນໍາເອົາອາຫານລາວແບບດັ້ງເດີມທີ່ເປັນ ເອກະລັກຂອງຊາດເຊັ່ນ: ເຂົ້າໜຽວ, ລາບ, ຕໍາໝາກຫຸ່ງ ລວມທັງເຄື່ອງດື່ມ ປະເພດກາເຟ ລາວ, ເບຍລາວ ແລະ ອື່ນໆ ມາວາງສະແດງ ແລະ ເປີດ ໂອກາດໃຫ້ນັກທ່ອງທ່ຽວມາຊີມລົດຊາດອາຫານລາວແບບບໍ່ເສຍເງິນ (ຟຣີ), ຄຽງຄູ່ກັບບັນຍາກາດການດື່ມ-ກິນອາຫານທີ່ແຕກຕ່າງຈາກ ຫລາຍຊາດນັ້ນ, ນັກສຶກສາລາວຍັງໄດ້ຂຶ້ນເວທີສະແດງສິລະປະ ເປົ່າແຄນ, ຟ້ອນ ແລະ ຮ້ອງເພງລາວກັບການນຸ່ງຖືຊຸດປະຈຳຊາດລາວ ທີ່ໜ້າອອນ ຊອນ ເຊິ່ງສາມາດດຶງດູດສາຍຕານັກສຶກສານາໆຊາດ ແລະ ນັກທ່ອງທ່ຽວ ເປັນພິເສດ.

 

อาจเป็นรูปภาพของ คูสคูส

 

ไม่มีคำอธิบายรูปภาพ

 

ທ່ານ ລັດດາພອນ ທໍາມະວົງ, ນັກສຶກສາປີ 3, ປະລິນຍາໂທສາຂາບໍລິຫານ ທຸລະກິດທີ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິ່ງ ໃຫ້ຮູ້ວ່າ: ກິດຈະກໍາແລກປ່ຽນວັດທະນະທໍາຂອງນັກສຶກສາຕ່າງປະເທດໃນປັກກິ່ງນີ້ ແມ່ນຈັດຂຶ້ນທຸກໆປີ ໃນນັ້ນແຕ່ລະປະເທດຈະນຸ່ງຖືຊຸດປະຈໍາຊາດ, ນໍາເອົາ ອາຫານປະເພດຕ່າງໆທີ່ເປັນເອກະລັກຂອງໃຜມັນ ແລະ ສະແດງສິລະປະ- ວັດທະນະທໍາ ຜ່ານການຮ້ອງເພງ, ຟ້ອນ ແລະ ອື່ນໆ.

 

ທ່ານ ລັດດາພອນ ຍັງເວົ້າຕື່ມວ່າ: ການມາຮຽນຢູ່ຈີນເພື່ອຢາກຍົກລະ ດັບຄວາມຮູ້ຄວາມ ສາມາດຂອງຕົນເອງ, ເພີ່ມຄວາມຮູ້ທາງດ້ານພາສາຈີນ ເພື່ອນຳໃຊ້ໃນໜ້າທີ່ວຽກງານ; ການຮຽນການສອນຂອງຈີນແມ່ນເນັ້ນໃສ່ ນັກສຶກສາເປັນສູນກາງໂດຍໃຫ້ນັກສຶກສາມີສ່ວນຮ່ວມໃນການຄົ້ນຄວ້າ, ແລກປ່ຽນຄວາມຄິດເຫັນ; ອາຈານແມ່ນມີຄວາມເອົາໃຈໃສ່ນັກສຶກສາລາວ ເປັນຢ່າງດີ ໃຫ້ຄຳປືກສາ ແລະ ຊ່ວຍເຫລືອໃນດ້ານການຮຽນ, ການໃຊ້ຊີ ວິດ; ສຳລັບຂ້າພະເຈົ້າແມ່ນມີຄວາມສະດວກສະບາຍຫລາຍບໍ່ວ່າຈະເປັນ ການເດີນທາງ, ບ່ອນພັກເຊົາ ແລະ ອາຫານ ບໍ່ຄ່ອຍມີບັນຫາຫຍັງໂດຍ ລວມແມ່ນດີ; ຈີນ ເປັນປະເທດທີ່ມີການພັດທະນາຢ່າງກ້າວກະໂດ ແລະ ເຕີບໂຕໄວ, ຫລັກສູດການຮຽນແມ່ນນຳໃຊ້ກົນລະຍຸດຈາກສະພາບ ແວດ ລ້ອມໂຕຈິງຂອງປະເທດ ມາໃຊ້ໃນການຄົ້ນຄວ້າ; ດ້ານຄົມມະນາຄົມ ແມ່ນ ມີຄວາມສະດວກສະບາຍຫລາຍ ແລະ ປະເທດຈີນເປັນປະເທດໜຶ່ງທີ່ມີ ຄວາມປອດໄພທີ່ສຸດ.

 

อาจเป็นรูปภาพของ ‎8 คน และ ‎ข้อความพูดว่า "‎HE LAO PEOPLE'S 仁地 מנ OCRATIC 席給北京科技大学 REPUBLIC 学生回信五周年系列活动 北京製持大学国际文化节 大学国际文化节 北京 第17届 ኑኑርይ س o ISPRESSO 0‎"‎‎

 

อาจเป็นรูปภาพของ 2 คน, ฝูงชน และ ข้อความ

 

ໂດຍ: ເກີດຂັວນໃຈ ມາລີຈັນສີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ