
ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ລາຍງານວັນທີ 23 ກັນຍາ 2025 ນີ້ວ່າ: ໃນວັນທີ 19 ສິງຫາ 2025 ເຈົ້າໜ້າທີ່ຕໍາຫລວດວິຊາສະເພາະ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ກັກຕົວໄດ້ 1 ຄົນ ຊື່ທ້າວ ໄຊ ວ່າງ ອາຍຸ 39 ປີ
ບ້ານເກີດນາປີນ ເມືອງຊໍາໃຕ້ ແຂວງຫົວພັນ ພັກເຊົ່າຢູ່ທີ່ບ້ານນາເລົາ ເມືອງໂພນໂຮງ ຜູ້ກ່ຽວໄດ້ຊື້ລົດເຖື່ອນແລ້ວມ້າງແຍກຊິ້ນສ່ວນລົດຈັກເຖື່ອນ ນຳມາຝາກຢູ່ບໍລິສັດຂົນສົ່ງ ຢູ່ເຂດຫຼັກ52.
ຜູ້ກ່ຽວສາລະພາບວ່າ : ວັນທີ 16 ສິງຫາ 2025 ເວລາປະມານ 18:00 ໂມງ ໄດ້ມີຄົນໂທລະສັບມາຖາມຂາຍລົດຈັກເວບ 100 ສີຂຽວດຳ ໃນລາຄາ 10,000,000 ກີບ ແຕ່ຜູ້ກ່ຽວໄດ້ຕໍ່ລອງລາຄານຳ ວ່າ 5,300,000 ກີບ.
ວັນທີ 17 ສິງຫາ 2025 ຜູ້ຂາຍໄດ້ນໍາເອົາລົດຈັກມາສົ່ງໃຫ້ຢູ່ເຮືອນ ຫລັງຈາກນັ້ນໄດ້ສະເໜີຂາຍຕໍ່ໃຫ້ຄົນທີ່ຈະຮັບຊື້ຕໍ່ຢູ່ບ້ານ ນາປີນ ເມືອງຊຳໃຕ້ ແຂວງ ຫົວພັນ ໃນລາຄາ 6,500,000 ກີບ ຜູ້ກ່ຽວໄດ້ເງິນສ່ວນຕ່າງ ຈຳນວນ 1,200,000 ກີບ.
ວັນທີ 19 ສິງຫາ 2025 ຜູ້ກ່ຽວຈຶ່ງໄດ້ໄປຫາບໍລິສັດຂົນສົ່ງເພື່ອຈະຝາກລົດຈັກຄັນດັ່ງກ່າວໄປເມືອງຊຳເໜືອ ແຂວງຫົວພັນ ແຕ່ທາງບໍລິສັດບໍ່ຮັບລົດຈັກທີ່ບໍ່ມີເອກະສານ ຜູ້ກ່ຽວຈື່ງຖາມພະນັກງານຂົນສົ່ງວ່າ: ຖ້າເປັນອາໄຫຼ່ລົດ ຮັບຝາກໄດ້ບໍ່ ທາງບໍລິສັດແມ່ນຮັບຝາກຖ້າເປັນເຄື່ອງອາໄຫຼ່ ຈາກນັ້ນ ຜູ້ກ່ຽວຈຶ່ງກັບມາເຮືອນ ແລ້ວໄດ້ມ້າງລົດຈັກແຍກເປັນຊິ້ນສ່ວນແລ້ວຈຶ່ງເອົາເຄື່ອງອາໄຫຼ່ລົດຈັກໄປຝາກນຳບໍລິສັດຂົນສົ່ງ 3 ບ່ອນ ແຕ່ປາຍທາງແມ່ນບ່ອນດຽວກັນ.
ຫຼັງຈາກຝາກແລ້ວບໍລິສັດຂົນສົ່ງໄດ້ໂທຫາຜູ້ກ່ຽວວ່າ ເຄື່ອງອາໄຫຼ່ລົດຈັກທີ່ຜູ້ກ່ຽວເອົາໄປຝາກນັ້ນມີນໍ້າມັນຊຶມອອກມາໃຫ້ເອົາແກັດມາປ່ຽນໃໝ່ ຈຶ່ງໄດ້ປ່ຽນແກັດ ພໍມາຮອດບໍລິສັດດັ່ງກ່າວຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວພ້ອມທັງຢຶດຂອງກາງມາທຳການສຶບສວນ-ສອບສວນ.
ປັດຈຸບັນຍັງສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ ສ່ວນຂອງກາງຊິ້ນສ່ວນລົດຈັກດັ່ງກ່າວທາງເຈົ້າໜ້າທີ່ຈະຊອກຫາເຈົ້າຂອງ ແລະ ມອບຄືນໃຫ້ເຈົ້າຂອງເດີມ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |