jane (76)
ເປີດດວງ 4 ລາສີ ດວງຕ້ອງເຕືອນ ຈະມີລາສີໃດແດ່ ແລະ ລະວັງເລື່ອງໃດແດ່ ເຂົ້າມາກວດເບິ່ງໄດ້ເລີຍ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 23 September, 2025

พยากรณ์ 12 ราศี ปี 2567 ความรักปัง งานโกยเงิน เตือนเรื่องต้องระวัง

 

ລາສີທີ່ຕ້ອງລະວັງ

 

ລາສີເມກ

 

ເລື່ອງທີ່ຕ້ອງລະວັງ: ດ້ານສຸຂະພາບ ແລະ ການງານ ທ່ານອາດຮູ້ສຶກຫງຸດຫງິດງ່າຍ ມີອາການປວດຫົວ ຫຼື ມີບັນຫາກັບຜູ້ໃຫຍ່ ຫຼື ຜູ້ມີອຳນາດໃນບ່ອນເຮັດວຽກ ການຕັດສິນໃຈໃນຊ່ວງນີ້ອາດຜິດພາດໄດ້ງ່າຍ

 

ວິທີປ້ອງກັນ: ພະຍາຍາມມີສະຕິ ແລະ ຄວບຄຸມອາລົມໃຫ້ດີ ຢ່າຟ້າວຕັດສິນໃຈເລື່ອງສຳຄັນໃນຊ່ວງນີ້ ໂດຍສະເພາະເລື່ອງການລົງທຶນ ຫຼື ການປ່ຽນງານ ດູແລສຸຂະພາບໃຫ້ແຂງແຮງດ້ວຍການພັກຜ່ອນໃຫ້ພຽງພໍ ແລະ ກິນອາຫານທີ່ມີປະໂຫຍດ

 

ລາສີກັນ

 

ເລື່ອງທີ່ຕ້ອງລະວັງ: ຄວາມສຳພັນ ແລະ ການເງິນ ອາດເກີດຄວາມຂັດແຍ້ງກັບຄົນຮັກ ຫຼື ຫຸ້ນສ່ວນທາງທຸລະກິດໄດ້ງ່າຍ ມີໂອກາດເສຍເງິນຈາກການຖືກຫຼອກລວງ ຫຼື ມີຄ່າໃຊ້ຈ່າຍທີ່ບໍ່ຄາດຄິດເຂົ້າມາ

 

ວິທີປ້ອງກັນ: ຫຼີກເວັ້ນການໂຕ້ແຍ້ງ ຫຼື ການຕັດສິນໃຈເລື່ອງເງິນຮ່ວມກັບຄົນອື່ນໃນຊ່ວງນີ້ ຖ້າມີຄົນມາຊວນລົງທຶນຫຍັງທີ່ເບິ່ງ ບໍ່ໜ້າໄວ້ວາງໃຈຄວນປະຕິເສດໄປກ່ອນ

 

ລາສີຕຸນ

 

ເລື່ອງທີ່ຕ້ອງລະວັງ: ຊື່ສຽງ ແລະ ພາບລັກ ອາດມີຄົນເອົາເລື່ອງທີ່ບໍ່ແມ່ນຈິງໄປເວົ້າລັບຫຼັງ ເຮັດໃຫ້ເສຍຊື່ສຽງ ຫຼື ມີບັນຫາກັບການສື່ສານ ແລະ ສັນຍາຕ່າງໆ ທີ່ກ່ຽວຂ້ອງກັບວຽກ ຫຼື ທຸລະກິດ

 

ວິທີປ້ອງກັນ: ຫຼີກເວັ້ນການວິຈານເລື່ອງຄົນອື່ນ ແລະ ຢ່າຟ້າວເຊັນສັນຍາ ຫຼື ຂໍ້ຕົກລົງສຳຄັນໃນຊ່ວງນີ້ ກວດສອບເອກະສານໃຫ້ຮອບຄອບກ່ອນຕັດສິນໃຈສະເໝີ

 

ລາສີມັງກອນ

 

ເລື່ອງທີ່ຕ້ອງລະວັງ: ໂຊກລາບ ແລະ ການເດີນທາງ ອາດມີເລື່ອງຕິດຂັດໃນການເດີນທາງ ຫຼື ມີເຫດໃຫ້ຕ້ອງເສຍເງິນກ້ອນໃຫຍ່ໂດຍບໍ່ຄາດຝັນ

 

ວິທີປ້ອງກັນ: ວາງແຜນການເດີນທາງໃຫ້ຮອບຄອບ ກວດສອບເສັ້ນທາງ ແລະ ສະພາບລົດຍົນໃຫ້ພ້ອມສະເໝີ ຫຼີກເວັ້ນການສ່ຽງໂຊກ ຫຼື ການລົງທຶນທີ່ມີຄວາມສ່ຽງສູງໃນຊ່ວງນີ້

 

ວິທີປ້ອງກັນ ແລະ ເສີມດວງໂດຍລວມ

 

ສວດມົນ ແລະ ທຳບຸນ: ການສວດມົນບົດທີ່ກ່ຽວຂ້ອງກັບພະຣາຫູ ເຊັ່ນ ບົດພະຣາຫູ ຫຼື ບົດຄາຖາຈັນທະກຸມານ ແລະ ສຸຣິຍະກຸມານ ຈະຊ່ວຍບັນເທົາອຸປະສັກ ແລະ ຊ່ວຍໃຫ້ຈິດໃຈສະຫງົບຂຶ້ນ ການເຮັດບຸນ

ດ້ວຍຂອງດຳ 8 ຢ່າງ ເຊັ່ນ ກາເຟດຳ, ຂະໜົມທີ່ເປັນສີດຳ ຫຼື ໄຂ່ຍ່ຽວມ້າ ກໍເປັນຄວາມເຊື່ອທີ່ເຮັດກັນມາ

 

ຖືສີນ ແລະ ປະຕິບັດທຳ: ການຖືສີນ 5 ຫຼື ນັ່ງສະມາທິ ຊ່ວຍເສີມສ້າງສະຕິ ແລະ ສະມາທິ ເຮັດໃຫ້ທ່ານຕັດສິນໃຈໄດ້ຢ່າງຮອບຄອບຫຼາຍຂຶ້ນໃນຊ່ວງທີ່ດາວຣາຫູມີອິທະພົນ

 

ບູຊາພະ ປະຈຳວັນເກີດ: ການບູຊາ ແລະ ຂໍພອນຈາກພະພຸດທະຮູບປະຈຳວັນເກີດ ກໍເປັນອີກວິທີທີ່ຊ່ວຍເສີມດວງຊະຕາໃຫ້ໝັ້ນຄົງ ແລະ ແຄ້ວຄາດຈາກໄພອັນຕະລາຍ

 

ງົດອະບາຍມຸດ: ງົດການດື່ມເຫລົ້າ ຫຼິ້ນການພະນັນ ແລະ ສິ່ງທີ່ບໍ່ດີທັງຫລາຍໃນຊ່ວງນີ້ ເພາະເປັນຊ່ວງທີ່ຈິດໃຈບໍ່ປົກກະຕິ ອາດເຮັດໃຫ້ຂາດສະຕິ ແລະ ຕັດສິນໃຈຜິດພາດໄດ້ງ່າຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
ຢ່າລື່ມກົດຕິດຕາມ