jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 24 September, 2025

NASA เลื่อนภารกิจ Artemis II ไปเป็นปี 2026 หลังพบปัญหาแผ่นกันความร้อนของยาน Orion

 

ນາຊາກຳລັງກະກຽມສົ່ງນັກບິນອະວະກາດ 4 ຄົນຂຶ້ນຍານ Artemis II ເພື່ອເດີນທາງໂຄຈອນຮອບດວງຈັນເປັນເວລາ 10 ມື້ ໂດຍມີເປົ້າໝາຍເປີດໂຕໄວທີ່ສຸດໃນວັນທີ 5 ກຸມພາ 2026 ຖືວ່າເປັນການກັບໄປຢ້ຽມຢາມດວງຈັນເທື່ອທຳອິດໃນຮອບ

50 ປີນັບຕັ້ງແຕ່ Apollo 17 ພາລະກິດນີ້ຈະທົດສອບລະບົບຈະຫຼວດ SLS ແລະ ຍານ Orion ເພື່ອປູທາງສູ່ການລົງຈອດຈິງຈັງເທິງດວງຈັນໃນ Artemis III ທີ່ຄາດວ່າຈະໃຊ້ຍານ SpaceX Starship ເປັນຍານລົງຈອດເທິງດວງຈັນ

 

ອົງການນາຊາຂອງສະຫະລັດ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II ໂດຍມີເປົ້າໝາຍເປີດໜ້າຕ່າງການປ່ອຍຍານໄວທີ່ສຸດໃນວັນທີ 5 ກຸມພາ 2026 ນັບເປັນການກັບໄປ

ຢ້ຽມຢາມດວງຈັນຂອງມະນຸດຄັ້ງທຳອິດໃນຮອບກວ່າເຄິ່ງສະຕະວັດ ນັບຕັ້ງແຕ່ Apollo 17 ປີ 1972

 

ລາເຄຣເຕຍ ຮອວກິນສ໌ (Lacretia Hawkins) ຮອງຜູ້ບໍລິຫານຮັກສາການຂອງນາຊາ ກ່າວຢ້ຳວ່າ “ຄວາມປອດໄພ ແມ່ນສິ່ງທີ່ອົງການຖືເປັນອັນດັບໜຶ່ງ ແລະການເດີນທາງຄັ້ງນີ້ຈະເປັນຊ່ວງເວລາສຳຄັນຂອງປະຫວັດສາດການສຳຫຼວດ

ອະວະກາດຂອງມະນຸດ”

 

ພາລະກິດ Artemis II ແມ່ນ ການທົດສອບລະບົບກ່ອນລົງຈອດຈິງ

 

ພາລະກິດ Artemis II ຈະນຳພານັກບິນອະວະກາດ 4 ຄົນ ເດີນທາງອອກນອກວົງໂຄຈອນຕ່ຳຂອງໂລກເປັນເວລາ 10 ມື້ ປະກອບດ້ວຍ:

 

NASA เลื่อน Artemis II เป็น 2025 และการลงจอดเลื่อนเป็นปี 2026

 

  1. ນັກບິນອະວະກາດ ຣີດ ໄວສ໌ແມນ (Reid Wiseman) ຜູ້ບັນຊາການພາລະກິດ (Mission Commander)

 

2. ນັກບິນອະວະກາດ ວິກເຕີ ໂກລເວີ (Victor Glover) ນັກບິນ (Pilot)

 

3.ນັກບິນອະວະກາດ ຄຣິສຕິນາ ຄອກ (Christina Koch) ຜູ້ຊ່ຽວຊານພາລະກິດ 1 (Mission Specialist 1)

 

4.ນັກບິນອະວະກາດ ເຈເຣມີ ແຮນເຊນ (Jeremy Hansen) ຜູ້ຊ່ຽວຊານພາລະກິດ 2 (Mission Specialist 2) ຈາກອົງການອະວະກາດແຄນາດາ (CSA)

 

Pics from meeting the Artemis II crew in Houston : r/nasa

 

ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ລົງຈອດເທິງດວງຈັນ ແຕ່ຖືເປັນກ້າວສຳຄັນໃນການທົດສອບລະບົບທັງໝົດກ່ອນການລົງຈອດຈິງໃນ Artemis III ແຕ່ຄັ້ງນີ້ລູກເຮືອຈະເດີນທາງໄກກວ່າພາລະກິດ Apollo ໂດຍຍານ Orion ຈະໂຄຈອນເລຍ

ດວງຈັນອອກໄປກວ່າ 9,200 ກິໂລແມັດ

 

ຍານ Artemis II ຈະຖືກສົ່ງຂຶ້ນດ້ວຍ Space Launch System (SLS) ຈະຫຼວດຂະໜາດໃຫຍ່ເຊື້ອໄຟແຂງທີ່ໄດ້ຮັບການພັດທະນາເພື່ອພາມະນຸດກັບສູ່ດວງຈັນ Charlie Blackwell-Thompson ຜູ້ອຳນວຍການຝ່າຍປ່ອຍຍານຢືນຢັນວ່າ

SLS “ພ້ອມ ແລະ ສົມບູນສຳລັບການໃຊ້ງານແລ້ວ”

 

NASA เลื่อน Artemis II เป็น 2025 และการลงจอดเลื่อนเป็นปี 2026

 

ຫຼັງຈາກການປ່ອຍຂຶ້ນສູ່ທ້ອງຟ້າ ຈະຫຼວດເຊື້ອໄຟແຂງສອງລຳຈະຫຼຸດອອກໃນເວລາພຽງສອງນາທີ ກ່ອນທີ່ແກນຫຼັກຂອງຈະຫຼວດຈະແຍກຕົວໃນອີກ 8 ນາທີຖັດມາ ຈາກນັ້ນແຄບຊູນ Orion ຈະກາງແຜງໂຊລາເຊວເພື່ອເລີ້ມຈ່າຍພະລັງງານ ແລະ

ເຂົ້າສູ່ຂັ້ຕອນການທົດສອບລະບົບ

 

ພາຍໃນ 23 ຊົ່ວໂມງ ໂມດູນບໍລິການ Orion ຈະທຳການຈຸດຂັບດັນ Translunar Injection (TLI) ເພື່ອພານັກບິນອະວະກາດເຂົ້າສູ່ເສັ້ນທາງຕົງສູ່ດວງຈັນ ໂດຍໃຊ້ເວລາເດີນທາງປະມານສີ່ມື້

 

ພາລະກິດດ້ານວິທະຍາສາດ

 

ນອກຈາກການທົດສອບລະບົບຍານແລະຈະຫຼວດ ພາລະກິດນີ້ຍັງມີເປົ້າໝາຍທາງວິທະຍາສາດ ນັກວິທະຍາສາດຈະເກັບຕົວຢ່າງເນື້ອເຍື່ອຂອງເຊວມະນຸດ ຫຼື “ອໍແກນອຍດ໌” ຈາກເລືອດຂອງນັກບິນອະວະກາດທັງກ່ອນ ແລະ ຫຼັງການເດີນທາງ ເພື່ອ

ກວດສອບຜົນກະທົບຂອງສະພາວະໄຮ້ນ້ຳໜັກແລະລັງສີໃນອະວະກາດ

 

ດັອກເຕີ ນິກກີ້ ຟ໋ອກສ໌ (Nicky Fox) ຫົວໜ້າຝ່າຍວິທະຍາສາດຂອງນາຊາ ກ່າວຕິດເຮຮາວ່າ “ແນ່ນອນວ່າຂ້ອຍຈະບໍ່ຜ່າຕັດນັກບິນອະວະກາດ ແຕ່ພວກເຮົາສາມາດຫັ່ນອໍແກນອຍດ໌ນ້ອຍໆເຫຼົ່ານີ້ໄດ້ ແລະ ມັນຈະເຜີຍໃຫ້ເຫັນການປ່ຽນແປງແທ້ໆ”

 

ການກັບສູ່ໂລກ ແລະ ກ້າວຕໍ່ໄປສູ່ Artemis III

 

ເມື່ອສຳເລັດການໂຄຈອນຮອບດວງຈັນ Orion ຈະເດີນທາງກັບໂລກໃຊ້ເວລາອີກສີ່ມື້ ກ່ອນແຍກສ່ວນໂມດູນບໍລິການອອກ ແລ້ວເຂົ້າສູ່ຊັ້ນບັນຍາກາດໂລກດ້ວຍຄວາມໄວສູງ ປິດທ້າຍດ້ວຍການຮ່ອນລົງໃນມະຫາສະໝຸດນອກຊາຍຝັ່ງແຄລິຟໍເນຍ

 

ຄວາມສຳເລັດຂອງ Artemis II ຈະເປັນຕົວກຳນົດຄວາມພ້ອມຂອງ Artemis III ທີ່ຕັ້ງເປົ້າພາມະນຸດລົງຈອດເທິງດວງຈັນແທ້ໆ ໂດຍຍານລົງຈອດຈະໃຊ້ Starship ຂອງ SpaceX ຢ່າງໃດກໍດີ ຜູ້ຊ່ຽວຊານບາງຄົນ ເຊັ່ນ ດັອກເຕີ ຊິເມຍນ ບາເບີ

(Simeon Barber) ເບິ່ງວ່າເປົ້າໝາຍ “ບໍ່ໄວກວ່າກາງປີ 2027” ອາດຈະບໍ່ສົມຈິງ ເນື່ອງຈາກ Starship ເອງຍັງຕ້ອງຜ່ານການພັດທະນາ ແລະ ທົດສອບອີກຫຼາຍ

 

ຫາກ Artemis II ປະສົບຄວາມສຳເລັດຕາມແຜນ ນີ້ຈະບໍ່ພຽງເປັນການຫວນຄືນສູ່ດວງຈັນຫຼັງຜ່ານໄປກວ່າເຄີ່ງສະຕະວັດ ແຕ່ຍັງເປັນກ້າວທຳອິດສູ່ການສ້າງຖານທີ່ໝັ້ນລະຍະຍາວຂອງມະນຸດເທິງດວງຈັນ ແລະ ເປັນສະພານເຊື່ອມໄປສູ່ການ

ສຳຫຼວດດາວອັງຄານໃນອະນາຄົດ

 

นาซ่าเผย 'นักบินอวกาศสำรวจดวงจันทร์' ชุดใหม่ในรอบ 50 ปี ครั้งแรกของสตรี-คนผิวสี

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ