ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມການຮ່ວມມື ພັດທະນາລະບົບຄຸ້ມຄອງລວມສູນການ ເກັບຄ່າບໍລິການສະຖານທີ່ຈອດລົດ (i-Park) ຢູ່ນະຄອນຫລວງວຽງຈັນ (ນວ) ລະຫວ່າງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ(ຄບຕ) ກັບ ບໍລິສັດ ລາວອິນໂຟແຊັກ ຈໍາກັດ ໂດຍການລົງນາມລະຫວ່າງ ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ກັບ ທ່ານ ອາໂນລົດ ພັນວົງສາ ຜູ້ອໍານວຍການ ບໍລິສັດ ລາວອິນໂຟແຊັກ ຈໍາກັດ ໂດຍມີຮອງຫົວໜ້າຫ້ອງວ່າການ ນວ, ຜູ້ຕາງໜ້າຈາກພະແນກການ ນວ, ບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມຮ່ວມມືໃນຄັ້ງນີ້, ເພື່ອພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີີ່ຈອດລົດຢູ່ນະຄອນຫລວງວຽງຈັນ, ໂຄງການດັ່ງກ່າວ ຈະສ້າງເປັນລະບົບຮັບໃຊ້ ນວ ໂດຍສະເພາະ ຄບຕ ໃນການຄຸມຄອງການຈັດຕັ້ງປະຕິບັດລາຄາ, ຄຸ້ມຄອງຜູ້ປະກອບການ ແລະ ສັງຮວມສະຖິຕິລາຍງານ ແລະ ຈັດສັນຄວາມເປັນລະບຽບ, ສ້າງກົນໄກ ແລະ ລະບົບໃຫ້ຜູ້ປະກອບການໃນການຄຸ້ມຄອງສະ ຖານທີ່ຈອດລົດຂອງຕົນ, ຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານ, ມີລະບົບສັງ ຮວມສະຖິຕິລາຍງານຕົວຈິງ ເພື່ອໃຊ້ເຂົ້າໃນການປະເມີນຢ່າງມີຫລັກການເຕັກນິກ, ສ້າງຊ່ອງທາງ, ກົນໄກ ແລະ ເງື່ອນໄຂໃນການບໍລິການປະຊາຊົນໃຫ້ສະດວກ, ວ່ອງໄວ, ໂປ່ງໃສ, ກວດສອບໄດ້ ແລະ ຊ່ວຍຫລຸດຜ່ອນງົບປະມານຂອງພາກລັດ, ພ້ອມທັງສ້າງແຫລ່ງລາຍຮັບໃຫ້ພາກລັດ ເພື່ອໃຊ້ເຂົ້າໃນການຄຸ້ມຄອງ ແລະ ບໍາລຸງຮັກສາສະຖານທີ່ຈອດລົດຕ່າງໆ ໃຫ້ມີຄວາມຍືນຍົງ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ.
ການພັດທະນາລະບົບ I-park ດັ່ງກ່າວ, ແມ່ນບໍລິສັດ ລາວອິນໂຟແຊັກ ຈໍາກັດ ເປັນຜູ້ລົງທຶນ 100% ໃນການພັດທະນາ ແລະ ນໍາໃຊ້ໃນຂົງເຂດ ຄບຕ ຄຸ້ມຄອງ ແລະ ບັນດາບ່ອນຈ່ອດລົດຕ່າງໆຢູ່ ໃນນະຄອນຫລວງວຽງຈັນ ພາຍໃນຂອບສັນຍາຮ່ວມມື 25 ປີ.
ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ, ຈະສ້າງເປັນລະບົບຮັບໃຊ້ ຄບຕ ໃນການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບ ຂອງການເກັບບໍລິການຄ່າຈອດລົດ, ຄບຕ ຈະດຳເນີນການບໍລິຫານໂຄງການໂດຍກົງ ຕາມພາລະບົດ ບາດເປັນຜູ້ຕິດຕາມ, ກວດກາ, ການອອກລະບຽບໃນການປະຕິບັດ, ຄຸ້ມຄອງໂຄງການ, ເກັບຄ່າທຳ ນຽມ ແລະ ຄ່າບໍລິການ, ພ້ອມທັງຈັດຕັ້ງປະຕິບັດມອບໝາຍ ໃຫ້ພະນັກງານເຮັດວຽກຮ່ວມກັບຄູ່ຮ່ວມມື, ຊຶ່ງບໍລິສັດ ແມ່ນຮັບຜິດຊອບພັດທະນາ, ຕິດຕັ້ງລະບົບ, ບຳລຸງຮັກສາ, ພ້ອມທັງຝຶກອົບຮົມການນຳໃຊ້ລະບົບໃຫ້ແກ່ ເຈົ້າຂອງບ່ອນຈອດລົດແຕ່ລະບ່ອນ ແລະ ຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງໃຫ້ແກ່ ຄບຕ ໃຫ້ມີຄວາມຊຳນານ ແລະ ສາມາດຄຸ້ມຄອງ ລະບົບດ້ວຍຕົນເອງໄດ້.
ລະບົບ i-Park ຈະເລີ່ມຈັດຕັ້ງປະຕີບັດ ແລະ ນໍາໃຊ້ໃນ 14 ຈຸດບ່ອນຈອດລົດທີ່ ຄບຕ ຄຸ້ມຄອງ, ບຸນປະເພນີຕ່າງໆ, ບ່ອນຈອດລົດຢູ່ຕະຫລາດ ແລະ ບັນດາຮ້ານບໍລິການ 9 ຕົວເມືອງ ໃນນະ ຄອນຫລວງວຽງຈັນ ເລີ່ມແຕ່ເດືອນຕຸລາ 2025 ເປັນຕົ້ນໄປ ແລະ ມີແຜນຜັນຂະຫຍາຍ ໂດຍສົມທົບໃນການດຳເນີນໂຄງການລົດເມດ່ວນ BRT ໃນອະນາຄົດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,489 | 21,765 |
![]() THB | 673.42 | 684.19 |
![]() EUR | 24,492 | 24,983 |
![]() CNY | 2,956 | 3,015 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |