jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 24 September, 2025

หอยทากคิวบา สุดยอดสายพันธุ์แห่งสีสัน หลากสียังกะใครเอาพู่กันไปวาด

 

ໃນໂລກຂອງສິ່ງມີຊີວິດທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ ມີສັດໂຕນ້ອຍຊະນິດໜຶ່ງທີ່ຄວາມງາມຂອງມັນກາຍເປັນໄພທີ່ຂົ່ມຂູ່ຊີວິດຕົວເອງ ນັ້ນຄື ຫອຍທາກຄິວບາ (Cuban Painted Snail) ຫຼື ຊື່ທາງວິທະຍາສາດເອິ້ນວ່າ

Polymita picta ດ້ວຍເປືອກທີ່ງົດງາມຄືກັບງານສິລະປະ ເຮັດໃຫ້ມັນກາຍເປັນທີ່ຕ້ອງການຂອງຕະຫຼາດ ແລະ ກຳລັງຖືກຜັກດັນໃຫ້ເຂົ້າໃກ້ການສູນພັນຢ່າງໜ້າເສົ້າ

 

ຫອຍທາກສີຄິວບາ “ອັນມະນີມີຊີວິດ” ຈາກຄິວບາ

 

Top 999+ snail images – Amazing Collection snail images Full 4K

 

ຫອຍທາກຄິວບາເປັນຫອຍທາກບົກທີ່ພົບໄດ້ພຽງແຕ່ໃນປ່າເຂດຮ້ອນທາງຕາເວັນອອກຂອງຄິວບາເທົ່ານັ້ນ ເອກະລັກທີ່ໂດດເດັ່ນຂອງມັນຄືເປືອກຫອຍທີ່ມັນວາວ ມີສີສັນສົດໃສຄືສາຍຮຸ້ງ ບໍ່ວ່າຈະເປັນສີເຫຼືອງ, ແດງ, ຂຽວ, ຫຼື ຟ້າ ປະສົມກັບ

ລວດລາຍທີ່ເປັນເອກະລັກສະເພາະຕົວມີຂະໜາດນ້ອຍໂດຍມີຄວາມກວ້າງປະມານ 2-3 ຊັງຕີແມັດ ເປັນຫອຍທາກບົກ ເຮັດໃຫ້ຫອຍທາກແຕ່ລະໂຕມີເສັ້ນຫາໄດ້ບໍ່ຊໍ້າກັນ ແລະ ຖືກຍົກໃຫ້ເປັນ “ອັນມະນີມີຊີວິດ” ທີ່ມີຄ່າ ແລະ ເປັນທີ່ຕ້ອງການຢ່າງຫຼວງຫຼາຍ

 

หอยทากคิวบา สุดยอดสายพันธุ์แห่งสีสัน หลากสียังกะใครเอาพู่กันไปวาด

 

ໂດຍຫອຍທາກຄິວບາທີ່ໃກ້ສູນພັນຫຼາຍທີ່ສຸດຄືສາຍພັນໂພລີມິຕາ ຊັລຟູໂຣຊາ (Polymita sulphurosa) ເຊິ່ງມີສີຂຽວໝາກນາວ ພ້ອມດ້ວຍລວດລາຍເປວໄຟສີນ້ຳຟ້າຂົດເປັນວົງມົນ ປະສົມກັບແຖບສີສົ້ມເຫຼືອງສົດໃສທົ່ວເປືອກ

ຄວາມງາມນີ້ເອງທີ່ເຮັດໃຫ້ມັນກາຍເປັນສັດໃນກຸ່ມທີ່ຕ້ອງໄດ້ຮັບການຄຸ້ມຄອງຢ່າງຮີບດ່ວນ ເນື່ອງຈາກເປືອກຫອຍຂອງມັນຖືກລັກລອບເກັບຈາກທຳມະຊາດເພື່ອນຳໄປເຮັດເປັນເຄື່ອງປະດັບແຟຊັນ ແລະ ຂອງສະສົມຫາຍາກ ສົ່ງຜົນໃຫ້

ປະຊາກອນໃນທຳມະຊາດລົດລົງຢ່າງໄວ

 

Non si sa come mai queste rare lumache siano così belle - Il Post

 

ຄວາມງາມທີ່ກາຍເປັນໄພຕໍ່ໂຕມັນເອງ

 

ການທີ່ຫອຍທາກຄິວບາໃກ້ຈະສູນພັນມີສາເຫດມາຈາກຫຼາຍປັດໄຈ:

 

  • ການລັກລອບຄ້າຂາຍ:  ຄວາມຕ້ອງການຂອງມະນຸດທີ່ຢາກເປັນເຈົ້າຂອງຄວາມງາມນີ້ ສົ່ງຜົນໃຫ້ມີການລັກລອບເກັບ ແລະ ຄ້າຂາຍຫອຍທາກຢ່າງຜິດກົດໝາຍ ເຊີ່ງເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດ

 

  • ການທຳລາຍຖິ່ນທີ່ຢູ່ອາໄສ:  ການຂະຫຍາຍພື້ນທີ່ການກະສິກຳ ແລະ ການພັດທະນາທີ່ດິນ ໄດ້ທຳລາຍປ່າທີ່ເປັນບ້ານຂອງມັນ ເຮັດໃຫ້ຫອຍທາກບໍ່ສາມາດດຳລົງຊີວິດ ຫຼື ສືບພັນໄດ້ຕາມທຳມະຊາດ

 

  • ວົງຈອນຊີວິດທີ່ບອບບາງ:  ຫອຍທາກຊະນິດນີ້ມີອາຍຸສັ້ນພຽງ 1-2 ປີ ແລະ ມີການສືບພັນທີ່ຄ່ອນຂ້າງຊ້າ ເຮັດໃຫ້ບໍ່ສາມາດຟື້ນຟູປະຊາກອນໄດ້ທັນກັບການຖືກຈັບໄປເປັນຈຳນວນຫຼາຍ

 

ເຖິງແມ່ນສະຖານະການການລົດຈຳນວນລົງຂອງຫອຍທາກສີຄິວບາຈະໜ້າເປັນຫ່ວງ ແຕ່ກໍຍັງມີຄວາມພະຍາຍາມໃນການປົກປ້ອງຫອຍທາກຄິວບາຈາກໄພຂົ່ມຂູ່ເຫຼົ່ານີ້ ປະເທດຄິວບາຈັດໃຫ້ຫອຍທາກຊະນິດນີ້ຢູ່ໃນສະຖານະ “ໃກ້ສູນພັນຢ່າງຍິ່ງ”

(Critically Endangered) ແລະ ມີຄວາມພະຍາຍາມຈາກນັກວິໄຈທົ່ວໂລກທີ່ຈະຜັກດັນໃຫ້ຫອຍທາກຊະນິດນີ້ໄດ້ຮັບການຂຶ້ນທະບຽນໃນບັນຊີແດງຂອງ IUCN (International Union for Conservation of Nature) ເພື່ອໃຫ້ໄດ້ຮັບການ

ຄຸ້ມຄອງໃນລະດັບສາກົນຫຼາຍຂຶ້ນ

ຫອຍທາກຄິວບາ ຈຶ່ງເປັນບົດຮຽນທີ່ສຳຄັນທີ່ເຕືອນໃຈພວກເຮົາວ່າ ຄວາມງາມທີ່ປາກົດໃນທຳມະຊາດສາມາດກາຍເປັນໄພຂົ່ມຂູ່ຕໍ່ສິ່ງມີຊີວິດໄດ້ ເມື່ອມະນຸດເບິ່ງຄຸນຄ່າໃນເຊິງພານິດຫຼາຍກວ່າຄຸນຄ່າທາງຊີວະພາບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ