jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 25 September, 2025

ວັນທີ: 31/07/2025 ຜູ້ຂຽນ: Supattra Marketeer

 

ເມື່ອໂລກເຂົ້າສູ່ສະຖານະການຄວາມວຸ້ນວາຍ ບໍ່ວ່າຈະມຸມໃດຂອງໂລກ ແຜ່ນດິນໄຫວ ສຶນາມິ ສົງຄາມ ໄພພິບັດທາງສະພາບອາກາດ ການປະຕິວັດ AI ທັງໝົດນີ້ເກີດຂຶ້ນພ້ອມໆກັນ ຈົນຫຼາຍຄົນຫວັ່ນໃຈແຕ່ນີ້ບໍ່ແມ່ນວັນສິ້ນໂລກແບບທີ່ທຸກຄົນ

ເວົ້າເຖິງຕາມພະຄຳພີ ຫຼື ມັງງະ ພຽງແຕ່ໂລກກຳລັງພົບກັບຊ່ວງເວລາປ່ຽນຜ່ານປະຈຸບັນເຮົາປະສົບກັບໄພພິບັດທຸກປະເພດທົ່ວໂລກໃນຊ່ວງເວລານີ້ຢ່າງແທ້ຈິງ ຜ່ານຂ່າວສານ ແລະ ທາງໂຊຊຽວມີເດຍຕະຫຼອດ 24 ຊົ່ວໂມງ ແລະ ກຳລັງນຳໄປສູ່

“ຄວາມເມື່ອຍຈາກວິກິດ” ຫຼືຶ ແມ່ນແຕ່ວ່າຄວາມຄິດແບບວັນສິ້ນໂລກ ແຕ່ຈື່ໄວ້ວ່າ ມະນຸດໄດ້ຜ່ານພົ້ນການລະບາດໃຫຍ່ ສົງຄາມໂລກ ໄພຄຸກຄາມຈາກນິວເຄູຍ ແລະອປັບຕົວມາແລ້ວ ມາເບິ່ງກັນວ່າເກີດຫຍັງຂຶ້ນທົ່ວໂລກ ໃນຊ່ວງກາງປີ 2025

 

1. ວິກິດສະພາບອາກາດ

 

ໄພພິບັດທີ່ເພີ່ມຫຼາຍຂຶ້ນ ສະພາບອາກາດສຸດຂັ້ນ ເກີດນ້ຳຖ້ວມຄັ້ງໃຫຍ່ໃນເອີຣົບ ແລະ ອາຊຽນ ໄຟປ່າໃນແຄນາດາ ແລະ ອົດສະຕາລີ ແລະ ໄພແລ້ງຄັ້ງປະວັດສາດໃນອາຟຣິກາ ລະດັບນ້ຳທະເລທີ່ສູງຂຶ້ນ ແລະ ນ້ຳແຂງຂົ້ວໂລກທີ່ກຳລັງລະລາຍ ເຮັດ

ໃຫ້ຊຸມຊົນຊາຍຝັ່ງຕ້ອງອົບພະຍົບ ຕະຫຼອດຈົນພາຍຸ ແລະ ຄື້ນຄວາມຮ້ອນທີ່ເກີດຂຶ້ນເລີ້ອຍມາ

 

2. ແຜ່ນດິນໄຫວ ແລະ ສຶນາມິ

 

10 อันดับสึนามิร้ายแรงที่สุดในประวัติศาสตร์ - National Geographic Thailand

 

ແຜ່ນເປືອກໂລກທີ່ກຳລັງເຄື່ອນຕົວຢ່າງຕໍ່ເນື່ອງ ເມື່ອວັນທີ 30 ກໍລະກົດ 2025 ເກີດແຜ່ນດິນໄຫວຂະໜາດ 8,8 ລິກເຕີຢູ່ ຄຳຊັດກາຂອງຣັດເຊຍ ເປັນໜຶ່ງໃນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດເທົ່າທີ່ເຄີຍບັນທຶກໄວ້ ແຜ່ນດິນໄຫວຄັ້ງນີ້ມີຄວາມເລິກ

ພຽງ 19–20 ກິໂລແມັດ ເຊິ່ງເຮັດໃຫ້ສັກຍະພາບໃນການເກີດສຶນາມິສູງຂຶ້ນ

 

ນອກຈາກນີ້, ເກີດການເຕືອນໄພສຶນາມິຢ່າງກວ້າງຂວາງທົ່ວມະຫາສະໝຸດປາຊີຟິກ ພາກພື້ນທີ່ຫຼັກໆ ເຊັ່ນ ປະເທດຍີ່ປຸ່ນ , ສະຫະລັດອະເມຣິກາ ແລະ ຊາຍຝັ່ງອະເມຣິກາໃຕ້ ຫຼັງພົບກັບຄື້ນສູງຫຼາຍລະດັບ (1–5 ແມັດ) ຄຳເຕືອນສ່ວນໃຫຍ່ໄດ້ຮັບ

ການຫຼຸດລະດັບ ຫຼື ຍົກເລິກແລ້ວ ແຕ່ຍັງຄົງມີການອົບພະຍົບບາງສ່ວນ ເຊີ່ງອັບເຕີຊັອກ ແລະ ກະແສນ້ຳໃນມະຫາສະໝຸດຍັງຄົງມີຄວາມໜ້າກັງວົນ

 

ໃນຍີ່ປຸ່ນ ປະຊາຊົນກວ່າ 1,9 ລ້ານຄົນອົບພະຍົບອອກຈາກພື້ນທີ່ຊາຍຝັ່ງປາຊິຟິກ (ລວມທັງຟຸກຸຊິມະ) ໂດຍພົບຄື້ນສູງ 1–1,3 ແມັດໃນພາກພື້ນຕ່າງໆ ເຊັ່ນ ຮັອກໄກໂດ ສ່ວນພາກປາຊິຟິກອື່ນໆ ໄດ້ແກ່ ເຟຣນຊ໌ໂປລິນີເຊຍ (ມາເກຊັດ) ຊິລີ ເອ

ກວາດ ເປຣູ ກາລາປາກອດ ເເມັກຊິໂກ ນິວຊີແລນ ຟິລິບປິນ ໄຕ້ຫວັນ ອິນໂດເນເຊຍ ແລະ ລັດເກາະໃນມະຫາສະໝຸດປາຊິຟິກຫຼາຍລັດ ກໍໄດ້ອອກຄຳເຕືອນຫຼືອົບພະຍົບເຊັ່ນກັນ

 

เชื่อได้จริงหรือ? ‘The Future I Saw’ มังงะที่ทำนายแผ่นดินไหวครั้งใหญ่ ...

                                                                          ມັງງະ The Future I Saw ທຳນາຍແຜ່ນດິນໄຫວຍີ່ປຸ່ນ

 

3. ພູເຂົາໄຟປະທຸ

 

Volcano Eruption Wallpapers - Wallpaper Cave

 

ຫຼັງຈາກແຜ່ນດິນໄຫວ ພູເຂົາໄຟຄລູເຊຟສກາຍາ ຊອບກາ ເຊິ່ງເປັນພູເຂົາໄຟທີ່ໃຫຍ່ທີ່ສຸດໃນຊີກໂລກເຫນືອ ເລີ່ມປະທຸປ່ອຍລາວາ ຍິ່ງໄປກວ່ານັ້ນການທີ່ນັກວິທະຍາສາດເຕືອນວ່າອາດເກີດອັບເຕີຊັອກຂະໜາດ 7,5 ໃນອີກບໍ່ຈັກມື້ ຫຼື ອີກອາທິດ

ຂ້າງໜ້າ ຍິ່ງຕ້ອງເຝົ້າລະວັງການປະທຸຢ່າງໃກ້ຊິດ

 

4. ການແຂ່ງຂັນຂອງມະຫາອຳນາດ

 

ການແຂ່ງຂັນລະຫວ່າງມະຫາອຳນາດ (ສະຫະລັດ-ຈີນ ຣັດເຊຍ-ຕະວັນຕົກ) ກຳລັງກໃຫ້ເກີດສົງຄາມຕົວແທນ ແລະ ຄວາມເຄັ່ງຕຶງທາງເສດຖະກິດທັງສົງຄາມໃນຢູເຄຣນ ກາຊາ ແລະ ຍັງອາດຈຸດຊົນວນທີ່ອາດເກີດໃນອະນາຄົດຄື ປະເທດໄຕ້ຫວັນ

ປະເທດອິຫລານ(ຢູ່ຕາເວັນອອກກາງຂອງໂລກ) ກັບເກົາຫຼີເຫນືອ ກຳລັງກໍ່ໃຫ້ເກີດຄວາມວິຕົກກັງວົນໄປທົ່ວໂລກ

 

ຄວາມຂັດແຍ້ງແລະຄວາມເຄັ່ງຕຶງທາງພາກພື້ນລັດຖະສາດ ສົງຄາມຣັດເຊຍ-ຢູເຄຣນຍັງຄົງດຳເນີນໄປຕໍ່ເນື່ອງ ສົງຄາມລາກຍາວເຂົ້າສູ່ປີທີ 4 ໂດຍຍັງບໍ່ມີທາງອອກທີ່ຊັດເຈນ ປະເທດຕະວັນຕົກຍັງຄົງສົ່ງສະບຽງອາຫານໃຫ້ຢູເຄຣນ ຂະນະ

ທີ່ຣັດເຊຍໄດ້ເພີ່ມການໂຈມຕີໂຄງສ້າງພື້ນຖານສຳຄັນສົງຄາມນີ້ສົ່ງຜົນໃຫ້ເກີດການຢຸດຊະງັກຂອງການສົ່ງອອກທັນພືດ ການຈັດຫາພະລັງງານ ແລະ ການຂົນສົ່ງທົ່ວໂລກທີ່ສົ່ງຜົນກະທົບໂດຍຕົງຕໍ່ຢູໂຣບ ຕະວັນອອກກາງ ແລະ ອາຟຣິກາ

 

ຄວາມຕຶງລະຫວ່າງຈີນ-ໄຕ້ຫວັນ ການຊ້ອມລົບແລະການບຸກລຸກນ່ານຟ້າຂອງຈີນທີ່ຍັງຄົງດຳເນີນຢູ່ ເຮັດໃຫ້ຊ່ອງແຄບໄຕ້ຫວັນຍັງຄົງເຄັ່ງຕຶງ ໄພຄຸກຄາມຈາກການຕັດສຳພັນ ການຢຸດກະທັນຫັນຂອງສາຍໂຊ່ການຜະລິດ

(ໂດຍສະເພາະເຊມິຄອນດັກເຕີ) ແລະ ການປິດລ້ອມທາງທະເລ ສົ່ງຜົນກະທົບຕໍ່ຕະຫຼາດເຕັກໂນໂລຊີ ແລະ ການຜະລິດ

 

ຄວາມຂັດແຍ່ງໃນຕະວັນອອກກາງທະວີຄວາມຮຸນແຮງຂຶ້ນ ສົງຄາມອິສຣາເອວ-ຮາມາສ ຍັງຄົງດຳເນີນຕໍ່ໄປໂດຍບໍ່ມີທີທ່າວ່າຈະຢຸດຕິລົງ ນຳໄປສູ່ຄວາມບໍ່ໝັ້ນຄົງໃນວົງກວ້າງ ເກີດການຢຸດຊະງັກຂອງການສະໜອງນ້ຳມັນຈາກພາກພື້ນ

ເຊີ່ງກຳລັງສົ່ງເສີມໃຫ້ລາຄາພະລັງງານສູງຂຶ້ນອີກຄັ້ງ

 

ສົງຄາມເຢັນເສດຖະກິດສະຫະລັດ-ຈີນ ເຖິງຈະບໍ່ແມ່ນສົງຄາມທາງທະຫານໂດຍຕົງ ແຕ່ສົງຄາມເຕັກໂນໂລຊີ ແລະ ອຸປະສັກທາງການຄ້າລະຫວ່າງສະຫະລັດ ແລະ ຈີນກຳລັງນຳໄປສູ່ການດຶງເສດຖະກິດທົ່ວໂລກ ສົ່ງຜົນຕໍ່ທຸລະກິດຊິບ AI ລົດຍົນ

ໄຟຟ້າ ແລະ ສ່ວນປະກອບພະລັງງານສີຂຽວ ການຜະລິດທົ່ວໂລກຊະລໍຕົວລົງ

 

                                                                      

5. ເທັກໂນໂລຍີແລະ AI

 

15 Benefits of the AI Matchmaker: Revolutionizing Connections - The ...

 

ການປ່ຽນແປງທາງສັງຄົມເຂົ້າສູ່ຍຸກ AI ລະບົບອັດຕະໂນມັດ ແລະ Fake News ກຳລັງປ່ຽນແປງວິຖີຊີວິດ ການເຮັດວຽກ ແລະ ຄວາມຄິດຂອງມະນຸດຊາດຢ່າງວ່ອງໄວ

 

6. ພາວະເສດຖະກິດຢຸດຕົວກະທັນຫັນ (Stagflation)

 

The Australian Ethical Investment (ASX:AEF) share price has plunged 8% ...

 

ທ່າມກາງສະພາວະໂລກທີ່ບໍ່ເເຂງເເຮງຢູ່ແລ້ວ ຄວາມເຄັ່ງຕຶງລະຫວ່າງປະເທດ ແລະ ໄພພິບັດທີ່ຖາໂຖມກຳລັງເຮັດໃຫ້ເສດຖະກິດໂລກມີການເຄື່ອນໄວຊ້າລົງຢ່າງຮຸນແຮງ ອັດຕາເງິນເຟີ້ປັບຕົວສູງໂລກກຳລັງເຜີດໜ້າກັບວິກິດຈາກຫຼາກຫຼາຍທາງ

ການຄາດການຂອງ IMF ແລະ ທະນາຄານໂລກສະແດງໃຫ້ເຫັນວ່າການເຕີບໂຕທາງເສດຖະກິດທົ່ວໂລກຈະຫຼຸດລົງຕ່ຳກວ່າ 2,5% ເຊີ່ງໃກ້ຄຽງກັບພາວະເສດຖະກິດຕົກຕ່ຳລົງ

 

ພາວະເງິນເຟີ້ທີ່ເປັນຜົນມາຈາກວິກິດການທາງລັດຖະສາດ ກະທົບຕໍ່ຄວາມບໍ່ໝັ້ນຄົງທາງອາຫານ ແລະ ພາວະຂະບວນການຜະລິດ ຫຼື ການຈັດສົ່ວຊ້າລົງ ກຳລັງສ້າງຄວາມເສຍຫາຍຕໍ່ເສດຖະກິດກຳລັງພັດທະນາຫຼາຍທີ່ສຸດ ຕົວຢ່າງ ລາຄາອາຫານ

ສູງຂຶ້ນອີກຄັ້ງໃນບາງສ່ວນຂອງອາຟຣິກາ ຕະວັນອອກກາງ ແລະ ເອເຊຍໃຕ້, ລາຄານ້ຳມັນດິບຊື້ຂາຍສູງກວ່າ 100 ໂດລາສະຫະລັດຕໍ່ບາເຣວອີກຄັ້ງ ສົ່ງຜົນກະທົບຕໍ່ເສດຖະກິດທີ່ເພິ່ງພາການນຳເຂົ້າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະ ການ

ລົງທຶນພາກທຸລະກິດໃນສະຫະລັດອະເມລິກາ ສະຫະພາບຢູໂຣບ ແລະ ອາເຊຍຫຼຸດລົງເນື່ອງຈາກຄວາມບໍ່ແນ່ນອນ

 

ວິກິດການຂະໜາດໃຫຍ່ທີ່ຊ້ອນທັບກັນຫຼາຍກໍລະນີ ລ້ວນກຳລັງເຮັດໃຫ້ເສດຖະກິດໂລກຊະລໍຕົວຊ້າລົງໃນປີ 2025 ແຕ່ບໍ່ແມ່ນທຸກຢ່າງຈະມີຜົນກະທົບທີ່ບໍ່ດີ ຫຼາຍປະເທດບໍ່ໄດ້ປ່ອຍປະລະເລີຍຕໍ່ສັນຍານເຕືອນນີ້ ແລະ ກຳລັງລົງທຶນຫຼາຍຂຶ້ນໃນການ

ປັບໂຕຕໍ່ສະພາບອາກາດ ພະລັງງານສະອາດ ລວມທັງລະບົບເຕືອນໄພລ່ວງໜ້າຂະນະທີ່ນັກວິທະຍາສາດຕ່າງກໍເລັ່ງສຶກສາ ແລະ ຄາດການເຫດການເຫຼົ່ານີ້ ເພື່ອກຽມຮັບມືກັບວິກິດສະພາບອາກາດນີ້ຍັງບໍ່ແມ່ນ “ວັນສິ້ນໂລກ” ແຕ່ມັນອາດເປັນ

“ຈຸດປ່ຽນຜ່ານ” ຂອງສັງຄົມໂລກເຮົາກຳລັງຢູ່ໃນຊ່ວງເວລາສຳຄັນທີ່ຈະກາຍເປັນສ່ວນໜຶ່ງຂອງອະນາຄົດ

 

ອ້າງອີງ: Time, Huffpost, Reuters, Aljazeera, Apnews, TheTimes, CBSNews, TheGuardian, APNews, BBC, Newsweek

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ