ຂປລ. ໃນ ວັນທີ 27 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະ ຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ ທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ, ສະຫະ ລັດ ອາເມລິກາ.
ໃນບົດປາໄສ, ທ່ານ ນາຍຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ວາລະຄົບຮອບ 80 ປີ ຂອງການສ້າງຕັ້ງອົງການສະຫະປະຊາຊາດ ຊຶ່ງຖືເປັນຂີດໝາຍສໍາຄັນດ້ານປະຫວັດສາດ ແລະ ຍັງເປັນໂອກາດອັນດີໃຫ້ແກ່ບັນດາປະເທດສະມາຊິກ ສະຫະປະຊາຊາດ ໄດ້ລະນຶກເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງ ວົງຄະນະຍາດສາກົນ ໃນການຊອກສະແຫວງຫາເສັ້ນທາງໃໝ່ ໃນການປົກປັກຮັກສາສັນຕິພາບໂລກ ໂດຍຜ່ານການຮັບຮອງເອົາກົດບັດ ສປຊ ໃນປີ 1945, ເຊິ່ງໄດ້ກາຍເປັນຄໍາພີຊີ້ນໍາທາງໃຫ້ແກ່ວົງຄະນະຍາດສາກົນ ໃນການພົວພັນ ແລະ ຮ່ວມມືຫລາຍຝ່າຍ.
ພ້ອມນີ້, ທ່ານ ຍັງໄດ້ຢໍ້າຄືນຄວາມສໍາຄັນໃນການຍຶດໝັ້ນຕໍ່ບັນດາຫລັກການພື້ນຖານຂອງ ກົດບັດ ສະຫະປະຊາຊາດ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ການພັດທະນາທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ. ສໍາຄັນ, ທ່ານ ໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການແກ້ໄຂສິ່ງທ້າທາຍຂອງໂລກ ໂດຍສັນຕິ ເປັນຕົ້ນແມ່ນ ຂໍ້ຂັດແຍ່ງ ແລະ ການປະທະກັນດ້ວຍກໍາລັງ, ຄວາມບໍ່ເທົ່າທຽມກັນ ແລະ ການປ່ຽນແປງດິນຟ້າອາກາດ ຜ່ານການຮ່ວມມືຢ່າງແໜ້ນແຟ້ນ ໂດຍມີ ສະຫະປະຊາຊາດ ເປັນແກນກາງ.
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງການສະໜັບສະໜູນ ຕໍ່ ຂໍ້ລິເລີ່ມເພື່ອການປະຕິຮູບພາຍຫລັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (UN80 Initiative) ຂອງ ທ່ານ ເລຂາທິການໃຫຍ່ ເພື່ອຮັດແໜ້ນບົດບາດຂອງ ອົງການສະຫະປະຊາຊາດ ໃຫ້ມີປະສິດພາບສູງຂຶ້ນ ແລະ ສາມາດຮັບມືກັບສິ່ງທ້າທາຍ, ລວມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການພັດທະນາໃນຍຸກສະໄໝໃໝ່.
ພ້ອມນີ້, ທ່ານ ນາຍຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການຊ່ວຍເຫລືອແກ່ປະເທດທີ່ຢູ່ໃນສະຖານະພາບພິເສດ, ລວມທັງປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs) ແລະ ປະເທດເກາະດອນນ້ອຍທີ່ກຳລັງພັດທະນາ (SIDS).
ທ່ານ ໄດ້ຢໍ້າຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs), ລວມທັງຍຸດທະສາດ ວ່າດ້ວຍການຂ້າມຜ່ານຢ່າງໂລ່ງລ່ຽນ ເພື່ອກ້າວໄປສູ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢໍ້າຄືນທັດສະນະຂອງ ສປປ ລາວ ຕໍ່ບັນຫາ ປາແລັດສະຕິນ-ອິດສະຣາແອນ ໂດຍຮຽກຮ້ອງໃຫ້ທັງສອງຝ່າຍ ຫັນເຂົ້າສູ່ຂະບວນການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ ກໍຄືການແກ້ໄຂບັນຫາແບບສອງລັດ. ພ້ອມດຽວກັນ, ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ຍົກເລີກການຂວໍ້າບາດທາງດ້ານເສດຖະກິດ ແລະ ການເງິນ ຕໍ່ສາທາລະນະລັດ ກູບາ ພ້ອມທັງລຶບລາຍຊື່ປະເທດ ກູບາ ອອກຈາກບັນຊີ “ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ” ແລະ ຍົກເລີກບັນດາມາດຕະການບີບບັງຄັບຝ່າຍດຽວທັງໝົດ ຕໍ່ບັນດາປະເທດເອກະລາດ.
ໃນວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ເຂົ້າພົບປະກັບ ທ່ານ ອັນໂຕນີອູ ກູເຕີເຣສ (António Guterres) ເລຂາທິການໃຫຍ່ ອົງການສະຫະປະຊາຊາດ. ໃນໂອກາດດັ່ງກ່າວ, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ຍາວນານ ແລະ ເປັນຮູບປະທໍາ ລະຫວ່າງ ສປປ ລາວ ແລະ ສະຫະປະຊາຊາດ ໃນຂົງເຂດບຸລິມະສິດ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສະເພາະແມ່ນ ເປົ້າໝາຍທີ 18 ຄື: ການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ (UXO), ແຜນງານສະເພາະສໍາລັບກຸ່ມປະເທດດ້ອຍພັດທະນາ ແລະ ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອບັນລຸເປົ້າໝາຍຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ. ພິເສດ, ທ່ານ ນາຍົກລັດຖະມົນຕີ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການສືບຕໍ່ສະໜັບສະໜູນບົດບາດສໍາຄັນຂອງອົງການ ສປຊ ເພື່ອແກ້ໄຂບັນຫາສິ່ງທ້າທາຍ ແລະ ວິກິດການຕ່າງໆ ທີ່ວົງຄະນາຍາດສາກົນພວມຜະເຊີນໜ້າຢູ່ໃນປັດຈຸບັນ.
ທ່ານ ເລຂາທິການໃຫຍ່ ໄດ້ຊົມເຊີຍຜົນສຳເລັດຂອງ ສປປ ລາວ ທີ່ ຍາດແຍ່ງມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຜ່ານເກນມາດຕະຖານໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ທັງ 3 ເງື່ອນໄຂ ເຖິງ 2 ຄັ້ງ, ພ້ອມທັງ ບົດບາດຂອງ ສປປ ລາວ ໃນ ອາຊຽນ. ທ່ານ ເລຂາທິການໃຫຍ່ ຍັງໄດ້ ຊົມເຊີຍຄວາມພະຍາມຂອງ ສປປ ລາວ ໃນການຊ່ວຍເສີມຂະຫຍາຍສັນຕິພາບໃນໂລກ ໂດຍການຮັບເປັນປະທານກອງປະຊຸມທົບທວນຄືນຄັ້ງທີ 3 ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ທີ່ ຈະຈັດຂຶ້ນໃນປີ 2026 ນີ້ ແລະ ການມີສ່ວນຮ່ວມຂອງ ສປປ ລາວ ໃນເວທີຂອງ ອົງການຮ່ວມມືຊຽງໄຮ້ (SCO) ທີ່ ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ ໃນປີນີ້.
ນອກນີ້, ອົງການ ສປຊ ໄດ້ໃຫ້ຄໍາໝາຍໝັ້ນວ່າຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ກໍຄື ໃນເສັ້ນທາງການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,500 | 21,777 |
![]() THB | 667.03 | 677.70 |
![]() EUR | 24,360 | 24,846 |
![]() CNY | 2,942 | 3,000 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |