ຂປລ. ໃນວັນທີ 27 ກັນຍາ 2025 ນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມຖວາຍຜ້າປ່າສາມັກຄີ ໃນໂອກາດບຸນທັກຂີນານຸປາທານ ອຸທິດກຸສົນ 12 ປີ ການຈາກໄປຂອງພະອາຈານໃຫຍ່ ມະຫາ ຊາລີ ກັນຕະສີໂລ ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນຳພາໂດຍພະອາຈານ ວັນຄໍາ ວົງສາສຸລິນ ຄະນະປະຈຳຫົວໜ້າກຳມາທິການປົກຄອງສົງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີບັນດາພະສົງສາມະເນນ ຈາກວັດແຫ່ງຕ່າງໆ ພາຍໃນເມືອງນາຊາຍທອງ, ເຖົ້າແກ່ແນວໂຮມບ້ານນາຄູນນ້ອຍ ແລະ ອຳນາດການປົກຄອງເມືອງນາຊາຍ ເຂົ້າຮ່ວມ.
ການຖະຫວາຍຜ້າປ່າສາມັກຄີ ໃນຄັ້ງນີ້, ລວມປັດໄຈ ໄດ້ທັງໝົດ 600 ກວ່າລ້ານກີບ ເຊິ່ງປັດໄຈທີ່ໄດ້ຮັບ ຈະນຳໄປສົມທົບທຶນໃນການສ້າງເສັ້ນທາງ 80 ປີ ພະອາຈານໃຫຍ່ມະຫາ ຊາລີ ກັນຕະສີໂລ (ທາງເບຕົງເສີມເຫລັກ) ເຂົ້າຫາວັດປ່ານາຄູນນ້ອຍ ແລະ ນຳໄປສ້າງສາພັດທະນາວັດ ໃຫ້ສວຍງາມຂຶ້ນກວ່າເກົ່າ.
ທັງນີ້, ເພື່ອລະນຶກເຖິງຄຸນ ງາມຄວາມດີ, ບູຊາຄຸນ ເຖິງພະອາຈານໃຫຍ່ ມະຫາ ຊາລີ ກັນຕະສີໂລ ທີ່ໄດ້ມໍລະນະພາບໄປແລ້ວ, ທັງເປັນການ ເຕົ້າໂຮມຄວາຍສາມັກຄີ ບັນດາຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໃຫ້ມີຄວາມສາມັກຄີປອງດອງ ຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ເພື່ອຄ້ຳຈູນພະພຸດທະສາສະໜາໃຫ້ຈະເລີນງອກງາມ ເປັນທີ່ເພິ່ງທາງໃຈຂອງຊາວພຸດລາວບັນດາເຜົ່າຕະຫລອດໄປ.ໃນຕອນບ່າຍວັນດຽວກັນ, ຍັງໄດ້ມີພິທີເທທອງຫລໍ່ພະພຸດທະຮູບ ທັງໝົດ 9 ອົງ.
ໃນນັ້ນ, ພະພຸດທະຮູບປາງສະນະມານ 7 ອົງ ແລະ ປາງສຳມະທິ 2 ອົງ ປະດິດສະຖານໄວ້ ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ເພື່ອໃຫ້ລູກຫລານຊາວພຸດ ໄດ້ມາກາບໄຫວ້ສັກກະລະບູຊາ. ໃຫ້ກຽດເຂົ້າຮ່ວມນຳພາ ຫລໍ່ພະພຸດທະຮູບ ໂດຍພະອາ ຈານໃຫຍ່ ມະຫາເວດ ມະເສໄນ ຮັກສາການປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີບັນດາພະສົງສາມະເນນ ຈາກວັດແຫ່ງຕ່າງໆໃນນະຄອນຫລວງວຽງຈັນ, ພ້ອມດ້ວຍຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ.
ຂ່າວ: ທະນູທອງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,500 | 21,777 |
![]() THB | 667.03 | 677.70 |
![]() EUR | 24,360 | 24,846 |
![]() CNY | 2,942 | 3,000 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |