
ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ຢູ່ ສປປ ລາວ ທີ່ມີຈຸດປະສົງນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດຢ່າງເຂັ້ມງວດ ດັ່ງມີເນື້ອໃນລາຍລະອຽດດັ່ງນີ້:
ຕ້ອງໄດ້ຮັບອະນຸຍາດຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ ກະຊວງເຕັກໂນໂລຊີ ແລະ ການສື່ສານເສຍກ່ອນ.ຫ້າມບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ ເພື່ອຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກນຄວາມສະຫງົບ, ສາມາດຕິດຕາມກວດກາ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມກໍລະນີ້ກວດກາພົບເຫັນ ມີການນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະຖືກດຳເນີນມາດຕະການຕາມກົດໝາຍ.
 
					
					
				
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








