jane - 2025-10-02T142444.665
ປະຊາຊົນສະເໜີຜົນກະທົບ ຈາກໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ຖະໜົນເສດຖາທິລາດ ແລະ ສະເໜີໃຫ້ທາງໂຄງການພິຈາລະນາແກ້ໄຂ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 2 October, 2025

อาจเป็นรูปภาพของ 2 คน, ห้องข่าว และ แท่นบรรยาย

 

ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານວ່າ: ວັນທີ 30 ກັນຍາ 2025 ຜ່ານມາ ໂດຍມີທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສີລິລາດທົງສິງ ທອງເພັງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາ, ພ້ອມດ້ວຍຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ລວມເຖິງພະແນກການອ້ອມຂ້າງ ໄດ້ລົງຕິດຕາມການຮື້ຖອນ 2 ສະຖານີ ຢູ່ຖະໜົນເສດຖາທິລາດ ເຂດເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

 

อาจเป็นรูปภาพของ 9 คน และ ข้อความ

 

ການລົງຕິດຕາມຄັ້ງນີ້, ໄດ້ພົບປະກັບບັນດານາຍບ້ານ, ພໍ່ແມ່ປະຊາຊົນ ແລະ ຕາງໜ້າຈາກຫ້າງຮ້ານ ແລະ ຫົວໜ່ວຍຜູ້ປະກອບການຕ່າງໆ ທີ່ອາໄສລຽບຕາມເສັ້ນທາງຖະໜົນເສດຖາທິລາດ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ໄດ້ສະເໜີບັນຫາ ຫລື ຂໍ້ຫຍຸ້ງຍາກ ທີ່ໄດ້ພົບພໍ້ຈາກການກໍ່ສ້າງທາງລົດເມດ່ວນ BRT. ໂດຍລວມແມ່ນບັນດານາຍບ້ານ ແລະ ພໍ່ແມ່ປະຊາຊົນເຫັນດີທີ່ມີໂຄງການດັ່ງກ່າວເກີດຂຶ້ນຜ່ານບ້ານ-ເຮືອນຂອງຕົນເອງ ແລະ ພ້ອມທີ່ຈະໃຫ້ການຮ່ວມມືທຸກຢ່າງເພື່ອໃຫ້ໂຄງການກໍ່ສ້າງເສັ້ນທາງລົດເມດ່ວນ BRT ມີຄວາມສະດວກ.

 

ຈາກນັ້ນ, ປະຊາຊົນໄດ້ສະເໜີຫລາຍບັນຫາທີ່ໄດ້ຮັບຜົນກະທົບ ແລະ ສະເໜີໃຫ້ທາງໂຄງການກໍ່ສ້າງໃຫ້ພິຈາລະນາແກ້ໄຂບັນຫາຫລັກໆແມ່ນ:

 

– ເຫລັກຂ້າງທາງກັ້ນເຂດທາງລົດ ແລະ ທາງຄົນຍ່າງ ເຮັດໃຫ້ກີດທາງເຂົ້າເຮືອນປະຊາຊົນ, ເຮັດໃຫ້ບ່ອນຈອດແຄມທາງແຄບລົງ-ເຮັດໃຫ້ການສັນຈອນແອອັດ.

 

– ເມື່ອມີຫລັກຢູ່ໜ້າເຮືອນແລ້ວ ເຮືອນແຄມທາງທີ່ບໍ່ມີບ່ອນຈອດລົດ (ປົກກະຕິຈອດຢູ່ແຄມທາງ ຫລື ຟຸດບາດ) ກໍພົບຄວາມຫຍຸ້ງຍາກ.

 

– ຮ່ອງລະບາຍນໍ້າ ເນື່ອງຈາກເສັ້ນທາງສ້າງໃໝ່ ສູງກວ່າພື້ນທີ່ເດີມ ເຮັດໃຫ້ນໍ້າໄຫລເຂົ້າຖ້ວມຮ້ານ ແລະ ເຮືອນປະປະຊາຊົນ.

 

ທ່ານ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮັບຟັງຄຳເຫັນຄຳສະເໜີຂອງພໍ່ແມ່ປະຊາຊົນ ແລະ ຢືນຢັນວ່າ ຈະຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງໃນການແກ້ໄຂ.

 

อาจเป็นรูปภาพของ ถนน, ถนน และ ข้อความ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ