jane - 2025-10-02T144126.720
ຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2025
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 2 October, 2025
ໝວດ: ຂ່າວ

อาจเป็นรูปภาพของ 1 คน และ ห้องข่าว

 

ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນປະຈໍາປີ 2025 ຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 4-8 ຕຸລາ 2025 ນີ້. ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະທານຄະນະກໍາມະການຈັດງານບຸນໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຕໍ່ສື່ມວນຊົນໃນວັນທີ 2 ຕຸລານີ້ວ່າ: ປັດຈຸບັນເມືອງຈັນທະບູລີມີຄວາມພ້ອມຮອບດ້ານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ນວ.

 

ການຈັດງານບຸນຄັ້ງນີ້, ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວ ນວ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທົດແທນການນໍາເຂົ້າ ແລະ ສົ່ງເສີມການຄ້າ-ຂາຍເຮັດໃຫ້ເສດຖະກິດດີຂຶ້ນ.

 

ພາຍໃນງານບຸນປະກອບມີກິດຈະກໍາ ທາງສາສະໜາ ແລະ ຮີດຄອງປະເພນີ: ວັນທີ 1 ຕຸລາ 2025 ເວລາ 7:00 ໂມງເຊົ້າມີພິທີຄອບໄຄ່ວສະຖານທີ່ສັກສິດ, ເລີ່ມເວລາ 3:00-4:00 ໂມງເຊົ້າຂອງວັນທີ 7 ຕຸລາ 2025 ມີພິທີສູດອອກພັນສາປະວໍລະນາ ເວລາ: 07:00 ໂມງ (ຕອນເຊົ້າ) ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ, ເວລາ 19:00-19:40 ໂມງພິທີວຽນທຽນໄຫຼເຮືອໄຟໂຄກ.

 

ເຂດສວນເຈົ້າອານຸວົງ ແລະ ຜາມໄຊ (ທ່າວັດຈັນ) ເວລາ 20:00 ໂມງ ເປັນຕົ້ນໄປມີການຄົບງັນຈູດບັ້ງໄຟພຸ-ໄຟດອກ ແລະ ບັ້ງໄຟຕະໄລ, ມີການສະແດງສິລະປະວັນນະຄະດີ; ເຂດແຄມຂອງທ່າວັດຈັນ ມີການລອຍກະໂທງ ແລະ ບໍ່ອະນຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.

 

ສຳລັບກິດຈະກໍາຊ່ວງເຮືອໃນວັນທີ 8 ຕຸລາ 2025 ເວລາ 08:30 ໂມງ (ຕອນເຊົ້າ) ເປັນຕົ້ນໄປເລີ່ມຈັດການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ (ຍິງ-ຊາຍ) ແລະ ເຮືອສູດຊາຍເວລາ 16:00 ໂມງມອບລາງວັນເຮືອຊ່ວງ; ກິດຈະກຳວາງສະແດງ ແລະ ຊື້-ຂາຍສິນຄ້າ: ກໍານົດນັບແຕ່ວັນທີ 4-8 ຕຸລາ 2025 (ກຳນົດເວລາ 5 ວັນ) ມີການວາງສະແດງ ແລະ ຂາຍສິນຄ້າຢູ່ໃນຂອບເຂດສວນເຈົ້າອານຸວົງຢູ່ຕາມຂອບເສັ້ນທາງເຈົ້າຟ້າງຸ່ມ ແຕ່ວິທະຍາໄລເຕັກນິກປາກປ່າສັກລົງຮອດສີ່ແຍກໂຮງໝໍມະໂຫສົດ ກໍານົດໃຫ້ມີການຊື້-ຂາຍເຂົ້າຫຼາມປີ້ງໄກ່ທາງຄົນຍ່າງເບື້ອງເສັ້ນທາງແຕ່ທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ, ສີ່ແຍກໄຟແດງວັດອິນແປງ ເສັ້ນທາງເສດຖາທິລາດໄປຫາສີ່ແຍກໄຟແດງວັດສີສະເກດ ກໍານົດເປັນບ່ອນຝາກລົດຈັກ ແລະ ລົດໃຫຍ່ບາງຈຸດທີ່ສາມາດນໍາໃຊ້ໄດ້.

 

ສະເພາະເສັ້ນທາງເບື້ອງບ້ານວັດຈັນ, ມີໄຊ, ຊຽງຍືນ ແລະ ບ້ານສີຫອມ ແມ່ນກໍານົດໃຫ້ຂາຍເຂົ້າຫຼາມປີ້ງໄກ່ມີການຕັ້ັງບູດຂາຍເຄື່ອງຂາຍສິນຄ້າ ແລະ ຜະລິດຕະພັນ. ສໍາລັບການຕັ້ງຮ້ານຂາຍເຄື່ອງຕ່າງໆ ທັງເສັ້ນທາງເບື້ອງນອກ ແລະ ໃນຂອບເຂດສວນເຈົ້າອານຸວົງແມ່ນໃຫ້ຕັ້ງຮ້ານຢ່າງມີຄວາມເປັນລະບຽບສວຍງາມ.

 

ສະຖານທີ່ຝາກລົດແມ່ນມອບໃຫ້ຄະນະກຳມະການຈັດສັນສະຖານທີ່ ແລະ ອະນຸກໍາມະການ ປກສ-ປກຊ ຮັບ ຜິດຊອບເປັນຜູ້ຄົ້ນຄວ້າພິຈາລະນາຕາມຄວາມເໝາະສົມຄືຫຼາຍປີຜ່ານມາ.

 

อาจเป็นรูปภาพของ 3 คน และ เรือคายัค

 

อาจเป็นรูปภาพของ 4 คน, เรือคายัค และ ข้อความ

 

ຂ່າວ: ຊິລິການດາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ