
ພາວະຢຸດຫາຍໃຈຂະນະນອນ ຫຼື Sleep Apnea ເປັນພາວະຄວາມຜິດປົກກະຕິຂອງການນອນທີ່ຮ້າຍແຮງ ແລະ ພົບໄດ້ເລື້ອຍ ໂດຍຜູ້ປ່ວຍຈະຢຸດຫາຍໃຈຊົ່ວຄາວຊ້ຳໆ ລະຫວ່າງນອນຫຼັບ ສົ່ງຜົນໃຫ້ຮ່າງກາຍໄດ້ຮັບອົກຊີເຈນບໍ່ພຽງພໍ ແລະ ຄຸນນະພາບການນອນຫຼຸດລົງ ການຢຸດຫາຍໃຈນີ້ເກີດຈາກທາງເດີນຫາຍໃຈສ່ວນເທິງຖືກປິດກັ້ນບາງສ່ວນຫຼືທັງໝົດ ສະໝອງຈຶ່ງຕ້ອງສົ່ງສັນຍານໃຫ້ຕື່ນເພື່ອກັບມາຫາຍໃຈ ເຖິງແມ່ນວ່າຜູ້ປ່ວຍອາດຈຳບໍ່ໄດ້ ແຕ່ຜົນກະທົບຕໍ່ຮ່າງກາຍ ແລະ ສະໝອງມີຫຼາຍ
ອາການຂອງພາວະຢຸດຫາຍໃຈຂະນະນອນສາມາດແບ່ງໄດ້ເປັນສອງກຸ່ມຫຼັກ ໄດ້ແກ່ ອາການທີ່ເກີດຂຶ້ນໃນລະຫວ່າງນອນ ແລະ ອາການເວລາກາງວັນ ຂະນະນອນຫຼັບ ຜູ້ປ່ວຍມັກກົນສຽງດັງ ແລະ ຜິດປົກກະຕິ ຢຸດຫາຍໃຈເປັນຊ່ວງໆ ພ້ອມອາການຫາຍໃຈຮືດ ສະດຸ້ງຕື່ນ ຫຼື ສະມັກ ບາງຄົນອາດກະສັບກະສ່າຍ ຫຼື ເຫື່ອອອກຫຼາຍຜິດປົກກະຕິ ສ່ວນອາການໃນເວລາກາງເວັນ ໄດ້ແກ່ ງ່ວງນອນຫຼາຍຈົນຜິດປົກກະຕິ ເຖິງແມ່ນພັກຜ່ອນພຽງພໍ ປວດຫົວຕອນເຊົ້າ ສະມາທິສັ້ນ ຂີ້ລືມ ອາລົມແປປວນ ບໍ່ຄົງທີ່ ຕື່ນແລ້ວບໍ່ສົດຊື່ນ ຄໍແຫ້ງ ເຈັບຄໍຕອນເຊົ້າ ແລະ ອາດມີຄວາມຕ້ອງການທາງເພດຫຼຸດລົງ ຫຼື ຖ່າຍປັດສະວະບໍ່ດຖີ່ໃນຕອນກາງຄືນ ພາວະນີ້ຖ້າບໍ່ໄດ້ຮັບການກວດວິນິດໄສ ແລະ ປິ່ນປົວ ອາດນຳໄປສູ່ໂລກຄວາມດັນເລືອດສູງ ໂລກຫົວໃຈ ແລະ ເສັ້ນເລືອດ ໂຣກເບົາຫວານ ຫຼື ເພີ່ມຄວາມສ່ຽງຕໍ່ອຸປະຕິເຫດຈາກການຫຼັບໃນ
ສັນຍານເຕືອນທີ່ຄວນສັງເກດ
- ກົນສຽງດັງ ແລະ ບໍ່ສະໝ່ຳສະເໝີ ຂະນະນອນຫຼັບ
- ຢຸດຫາຍໃຈເປັນຊ່ວງໆ ຂະນະນອນ
- ຫາຍໃຈຮືດ ສະດຸ້ງຕື່ນ ຫຼື ສຳລັກໃນລະຫວ່າງນອນ
- ກະສັບກະສ່າຍ ຫຼື ພິກຕົວຜິດປົກກະຕິຂະນະຫຼັບ
- ງ່ວງນອນຜິດປົກກະຕິໃນເວລາກາງເວັນ
- ປວດຫົວຕອນເຊົ້າ ແລະ ສະມາທິສັ້ນ
- ຕື່ນມາຮູ້ສຶກບໍ່ສົດຊື່ນ ຄໍແຫ້ງ ຫຼື ຖ່າຍປັດສະວະບໍ່ຍກາງຄືນ
ວິທີສັງເກດ ແລະ ຮັບມືເບື້ອງຕົ້ນດ້ວຍຕົນເອງ
- ສັງເກດອາການກົນ ຫຼື ຢຸດຫາຍໃຈຮ່ວມກັບຄົນໃກ້ຊິດ
- ຈົດບັນທຶກຄວາມຖີ່ ແລະ ໄລຍະເວລາການຢຸດຫາຍໃຈ
- ສັງເກດຄວາມງ່ວງນອນຜິດປົກກະຕິຫຼືອາລົມແປອປວນໃນເວລາກາງເວັນ
- ປະເມີນບັນຫາການນອນ ເຊັ່ນ ປວດຫົວຕອນເຊົ້າ ຄໍແຫ້ງ ຫຼື ຕື່ນບໍ່ດຸເກີນໄປ
- ປຶກສາແພດເພື່ອກວດ Sleep Study ຫຼື ວິນິດໄສເພີ່ມເຕີມ
- ປະຕິບັດຕາມຄຳແນະນຳຂອງແພດ ເຊັ່ນ ການປັບພຶດຕິກຳ ການໃຊ້ CPAP ຫຼື ອຸປະກອນຊ່ວຍຫາຍໃຈ
- ປັບວິຖີຊີວິດ ເຊັ່ນ ຫຼຸດນ້ຳໜັກ ຫຼີກລ້ຽງເຫຼົ້າ ແລະ ນອນຕະແຄງແທນການນອນໜ້າຄວ່ຳ
ການຮູ້ຈັກສັງເກດອາການ ແລະ ຮັບມືຢ່າງຖືກວິທີຕັ້ງແຕ່ເນີ່ນໆ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ໂລກຮ້າຍ ແລະ ອຸປະຕິເຫດ ເຮັດໃຫ້ຄຸນນະພາບການນອນ ແລະ ຊີວິດດີຂຶ້ນຢ່າງຊັດເຈນ
ແຫລ່ງອ້າງອີງ
1.National Heart, Lung, and Blood Institute. Sleep Apnea. https://www.nhlbi.nih.gov/health-topics/sleep-apnea
2.Mayo Clinic. Sleep Apnea. https://www.mayoclinic.org/diseases-conditions/sleep-apnea/symptoms-causes/syc-20377631
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














