jane - 2025-10-02T162612.735
ນາຍຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 2 October, 2025
ໝວດ: ຂ່າວ

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

 

ໃນໂອກາດທີ່ ພະນະທ່ານນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.

Digital Marketing Agency in Laos - Emerging Digital Solutions

 

อาจเป็นรูปภาพของ 2 คน

 

ໃນພິທີ, ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສ ອາເມຣີກາ ແລະ ການາດາ ໄດ້ກ່າວຈຸດປະສົງຂອງງານພົບປະຄັ້ງນີ້ ແມ່ນເພື່ອເປັນໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວໄດ້ພົບປະ ແລະ ຮັບຟັງການໂອ້ລົມຈາກການນຳຂັ້ນສູງຂອງລາວກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ກໍຄືນະໂຍບາຍ ແລະ ຄວາມເອົາໃຈໃສ່ຂອງລັດຖະບານລາວຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ເວົ້າສະເພາະຢູ່ສະຫະລັດ ອາເມຣິກາ ແລະ ການາດາ. ພ້ອມດຽວກັນນີ້, ຍັງເປັນໂອກາດອັນດີໃຫ້ພີ່ນ້ອງຄົນເຊື້ອຊາດລາວໄດ້ແລກປ່ຽນສົນທະນາກັບການນໍາຂັ້ນສູງຂອງ ສປປ ລາວ ອັນໄດ້ເຮັດໃຫ້ພວກເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈເປັນຢ່າງດີກ່ຽວກັບແນວທາງການພັດທະນາປະເທດ, ກໍຄືນະໂຍບາຍຕ່າງໆທີ່ລັດຖະບານລາວ ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ.

 

ໃນໂອກາດທີ່ມີຄວາມໝາຍນີ້, ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເນັ້ນໜັກວ່າ ລັດຖະບານລາວຍາມໃດກໍຖືພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເປັນສ່ວນໜຶ່ງຂອງວົງຄະນະຍາດແຫ່ງຊາດ, ເປັນກຳລັງແຮງໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫຼື ທາງອ້ອມ ຕາມສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງເຂົາເຈົ້າ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ສືບຕໍ່ອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກຄວາມເປັນລາວ ລວມທັງປະກອບສ່ວນໃນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວຢູ່ຊຸມຊົນໃນປະເທດທີ່ເຂົາເຈົ້າອາໄສຢູ່, ປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ອາເມຣິກາ, ສປປ ລາວ ກັບ ການາດາ.

 

ພ້ອມກັນນັ້ນ, ພະນະທ່ານ ນາຍຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນທີ່ກຳລັງສຸມໃສ່ເພື່ອບັນລຸບັນດາຄາດໝາຍສູ້ຊົນຕ່າງໆຂອງລັດຖະບານໃນໄລຍະທ້າຍຂອງການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ IX, ບັນດາເປົ້າໝາຍພັດທະນາແບບຍືນຍົງ ເພື່ອນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການປະຕິບັດສອງວາລະແຫ່ງຊາດ, ສືບຕໍ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ ຊຶ່ງທຸກພາກສ່ວນໃນສັງຄົມກຳລັງພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່, ເປັນເຈົ້າການ ແລະ ຮັບຜິດຊອບສູງ.

 

ນອກນັ້ນ, ພະນະທ່ານນາຍຍົກລັດຖະມົນຕີ ຍັງໄດ້ຖືໂອກາດທີ່ມີຄວາມໝາຍສໍາຄັນນີ້ ເຊີນຊວນພີ່ນ້ອງຄົນເຊື້ອຊາດລາວອວ່າຍໜ້າກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ໄປທ່ອງທ່ຽວ ຫຼື ດໍາເນີນທຸລະກິດຢູ່ ສປປ ລາວ, ໂດຍສະເພາະໃນທ້າຍປີ 2025 ນີ້ ທີ່ຈະມີການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຊຶ່ງລັດຖະບານ ກໍຄືປະຊາຊົນລາວທັງຊາດ ກຳລັງກະກຽມຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວທີ່ຈະເດີນທາງມາຈາກທົ່ວໂລກ.

 

ພະນະທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວສືບຕໍ່ປົກປັກຮັກສາຮີດຄອງປະເພນີ-ວັດທະນະທຳຂອງລາວເຮົາ, ພ້ອມຈິດພ້ອມໃຈ ເປັນນໍ້າໜຶ່ງໃຈດຽວກັນ ສົ່ງເສີມເອກະລັກຄວາມເປັນລາວທີ່ມີກຽດສະຫງ່າຢູ່ປະເທດທີ່ຕົນດໍາລົງຊີວິດ ກໍຄືເວທີສາກົນອື່ນໆ ພ້ອມທັງປະ ກອບສ່ວນສ້າງສາພັດທະນາປະເທດລາວ ຕາມກຳລັງແຮງຂອງຕົນທີ່ມີ ເພື່ອເຮັດໃຫ້ມາຕຸພູມແຜ່ນດິນລາວກ້າວໄປສູ່ຄວາມສີວິໄລຮັ່ງມີຜາສຸກ, ປະຊາຊົນຢູ່ດີກິນດີຂຶ້ນໄປເລື້ອຍໆ.

 

ພາຍຫຼັງການໂອ້ລົມ, ພະນະທ່ານນາຍຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ຮັບປະທານອາຫານຄໍ່າຮ່ວມກັບພີ່ນ້ອງຄົນເຊື້ອຊາດລາວ ຢູ່ສະຖານທູດລາວ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ເປັນກັນເອງ, ພີ່ນ້ອງຄົນເຊື້ອຊາດຕ່າງກໍມີຄວາມດີໃຈ ແລະ ເບີກບານມ່ວນຊື່ນທີ່ໄດ້ມີໂອກາດພົບປະໂອ້ລົມກັບການນຳຂັ້ນສູງຂອງ ສປປ ລາວ ແບບໃກ້ຊິດຕິດແທດກັບທຸກຊັ້ນຄົນ.

 

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

(ຂ່າວ: ກຕທ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 2 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,495
21,771
thailand (1)
THB
663.43
674.04
european-union
EUR
24,388
24,876
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-02T162612.735
ນາຍຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ
jane - 2025-10-02T161309.569
ໄພງຽບພາວະຢຸດຫາຍໃຈຂະນະນອນຫລັບ ອາການ ແລະ ສັນຍານເຕືອນທີ່ຜູ້ໃຫຍ່ຄວນຕ້ອງຮູ້ ວິທີສັງເກດ ແລະ ຮັບມື
pele - 2025-10-02T152219.794
ການນຳກົມປູກຝັງ ເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ
jane - 2025-10-02T150856.516
ໃນວັນທີ 02/10/2025 ປະຊາຊົນລາຍງານມາວ່າ ເສັ້ນທາງເວັນພູ9ຫລັກມື້ນີ້ ທຽວໄດ້ປົກກະຕິແລ້ວ ທາງຜູ້ຮັບຜິດຊອບໄດ້ລົງແກ້ໄຂໃຫ້ແລ້ວເດີ
jane - 2025-10-02T144126.720
ຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2025
jane - 2025-10-02T142444.665
ປະຊາຊົນສະເໜີຜົນກະທົບ ຈາກໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ຖະໜົນເສດຖາທິລາດ ແລະ ສະເໜີໃຫ້ທາງໂຄງການພິຈາລະນາແກ້ໄຂ
jane - 2025-10-02T135755.629
ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II
pele - 2025-10-02T135802.946
ປິດເສັ້ນທາງຊົ່ວຄາວ ຢູ່ເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ
jane - 2025-10-02T120100.666
ເກີດນໍ້າຖ້ວມສູງ (02/10/2025) ທີ່ວັດປ່າວັງຊ້າງ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ.
pele - 2025-10-02T110736.799
ດ່ວນ! ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງຂຶ້ນສູ່ທີ່ສູງ
ຢ່າລື່ມກົດຕິດຕາມ