jane - 2025-10-03T112841.051
ປະທານປະເທດ ທ່ານ ທອງລຸນ ສີສຸລິດ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີເຫນືອ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 3 October, 2025
ໝວດ: ຂ່າວ

ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ...

 

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິ ວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ໃນລະຫວ່າງວັນທີ 7-8 ຕຸລາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ.

Digital Marketing Agency in Laos - Emerging Digital Solutions

ການຢ້ຽມຢາມ ສປປ ເກົາຫຼີ ຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ ເເລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ທັງເປັນການສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນວັນຄົບຮອບ 60 ປີ ແຫ່ງການພົບປະສຸດຍອດຄັ້ງທໍາອິດ ທີ່ນະຄອນຫຼວງພຽງຢາງ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫຼີ ໃນວັນທີ 28 ຕຸລາ 2025 ແລະ ຖືໂອກາດສະແດງຄວາມຊົມເຊີຍວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ແລະ ຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສປປ ເກົາຫຼີ.

ແຈ້ງການ: ກະຊວງການຕ່າງປະເທດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 3 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,498
21,775
thailand (1)
THB
662.15
672.74
european-union
EUR
24,334
24,821
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-03T143107.973
ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ມີການຄົ້ນຄວ້າ ສຳຫຼວດ ຈັດຫາແຫຼ່ງພະລັງງານທີ່ມີຄຸນນະພາບ
jane - 2025-10-03T142825.579
ຮອງເຈົ້າແຂວງບໍລິຄຳໄຊ ລົງຕິດຕາມສະພາບນໍ້າຖ້ວມຢູ່ 2 ເມືອງ
jane - 2025-10-03T135635.989
ແຈ້ງເຕືອນພາຍຸລູກໃຫມ່ ພາຍຸແມດໂມ (Matmo) ຈະມີຝົນຕົກ ລົມແຮງ ຢູ່ທົ່ວທຸກພາກຂອງປະເທດລາວ ໃນລະຫວ່າງວັນທີ 03 – 07 ຕຸລາ 2025 ນີ້
pele - 2025-10-03T134712.467
ວາງສີລາລຶກໂຄງການກໍ່ສ້າງ ໂຮງໝໍເມືອງວັງວຽງ ພາກຂະຫຍາຍ
jane - 2025-10-03T112841.051
ປະທານປະເທດ ທ່ານ ທອງລຸນ ສີສຸລິດ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີເຫນືອ
pele - 2025-10-03T105028.520
ເມືອງແກ່ນທ້າວ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ຢູ່ບ້ານທ້າວແກ່ນ.
jane - 2025-10-03T095902.497
ດວງປະຈຳ ວັນທີ 03 ຕຸລາ 2025
pele - 2025-10-03T095539.439
ຍອດຜູ້ເສຍຊີວິດ ໃນເຫດການ ສິ່ງກໍ່ສ້າງໂຮງ ຮຽນ ຢູ່ອິນໂດເນເຊຍ ພັງທະລາຍ ເພີ່ມຂຶ້ນ ຫລາຍ
jane - 2025-10-03T091528.513
ກ້ອນປືນໃຫຍ່ໜ້າດິນ ຕັ້ງໜ້າຫັດແອບສວນສະໜາມ ສະຫຼອງວັນຊາດຄົບຮອບ 2 ທັນວາ ຄົບຮອບ 50 ປີ
jane - 2025-10-02T162612.735
ນາຍຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ
ຢ່າລື່ມກົດຕິດຕາມ