jane - 2025-10-03T135635.989
ແຈ້ງເຕືອນພາຍຸລູກໃຫມ່ ພາຍຸແມດໂມ (Matmo) ຈະມີຝົນຕົກ ລົມແຮງ ຢູ່ທົ່ວທຸກພາກຂອງປະເທດລາວ ໃນລະຫວ່າງວັນທີ 03 – 07 ຕຸລາ 2025 ນີ້
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 3 October, 2025

ໃນເວລາ 07 ໂມງ 00 ຂອງວັນທີ 03 ຕຸລາ 2025, ພາຍຸໝູນເຂດຮ້ອນ ແມດໂມ (Matmo) ຫົວທີ 21 ປະຈໍາປີ 2025 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 16.1 ອົງສາເໜືອ ແລະ ເສັ້ນແວງທີ່ 112.9 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ໄປຕາມທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ຈະເຄື່ອນທີ່ຜ່ານເກາະລູຊອນ ຂອງປະເທດຟີລິປິນ ແລະ ຈະເຄື່ອນທີ ມາທາງທະເລຈີນໃຕ້ຕອນເໜືອ ໃນວັນທີ 3 ຫາ 4 ຕຸລາ 2025, ຈາກນັ້ນຄາດວ່າ ວັນທີ 05 ຫາ 06 ຕຸລາ 2025ຈະເຄື່ອນຂື້ນຝັ່ງ ສສ ຫຽວດນາມ ແລະ ອ່ອນກໍາລັງລົງກາຍເປັນພາຍຸດີເປຼ່ຊັນ.

 

ຫຼັງຈາກນັ້ນສືບຕໍ່ອ່ອນກໍາລັງລົງກາຍນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ພາກເໜືອຂອງປະເທດລາວ. ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໃນໄລຍະວັນທີ 03 ຫາ 07 ຕຸລາ 2025 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ

 

ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າປ່າໄຫຼຊຸແຮງ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

 

อาจเป็นรูปภาพของ แผนที่ และ ข้อความ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ