ຂປລ. ແຫລ່ງ່ຂາວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 1 ຕຸລາ 2025, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງໆບໍລິຄໍາໄຊ ພ້ອມດ້ວຍຄະນະ ລົງຕິດຕາມເບິ່ງສະພາບນໍ້າຖ້ວາມ ຢູ່ເມືອງບໍລິຄັນ ແລະ ເມືອງປາກຊັນ ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍຸບົວລອຍ ໄດ້ເຮັດໃຫ້ເກີດມີຝົນຕົກຕິດຕໍ່ກັນຫລາຍວັນ, ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ລະດັບນໍ້າ ຢູ່ເຂື່ອນໄຟຟ້ານໍ້າງຽບ 1 ເພີ່ມຂຶ້ນເກີນຂອບເຂດກຳນົດໄວ້, ຈຶ່ງປ່ອຍນໍ້າອອກແບບສຸກເສີນ, ເຮັດໃຫ້ນໍ້າງຽບລົ້ນຕາຝັ່ງ, ໄຫລເຂົ້າຖ້ວມບ້ານເຮືອນປະຊາຊົນ ເຂດລຸ່ມເຂື່ອນ ທີ່ຕັ້ງຢູ່ລຽບຕາມແຄມນໍ້າງຽບ ໃນຄໍ່າຄືນຂອງວັນທີ 30 ຕຸລາ 2025, ນໍ້າໄດ້ໄຫລເຂົ້າຖ້ວມບ້ານຫາດຢືນ, ບ້ານທ່າເຮືອ, ບ້ານຊົມຊື່ນ, ບ້ານນໍ້າປາ ເມືອງບໍລິຄັນ ແລະ ບ້ານທົ່ງນ້ອຍ ຄຸ້ມສອງຄອນນໍ້າງຽບ ເມືອງປາກຊັນ ຢ່າງກະທັນຫັນແບບບໍ່ທັນໄດ້ຕັ້ງໂຕ ເຮັດໃຫ້ທີ່ຢູ່ອາໄສ, ເນື້ອທີ່ນາ, ສວນ, ສັດລ້ຽງຂອງພໍ່ແມ່ປະຊາຊົນເສຍຫາຍຢ່າງຫລວງຫລາຍ. ສໍາລັບຢູ່ບ້ານຫາດຢືນ ຈໍານວນຫລັງຄາເຮືອນ 90 ຫລັງຄາ, ບ້ານທ່າເຮືອ 56 ຫລັງຄາເຮືອນ, ບ້ານຊົມຊື່ນມີທັງໝົດ 278 ຫລັງຄາເຮືອນ, ບ້ານນໍ້າປາ ມີ 137 ຫລັງຄາເຮືອນ, ຖືກຖ້ວມ 62 ຫລັງຄາເຮືອນ, ສ່ວນຢູ່ບ້ານທົ່ງນ້ອຍຄຸ້ມສອງຄອນນໍ້າງຽບ ເມືອງປາກຊັນ ມີ 44 ຫລັງຄາເຮືອນຕໍ່ກັບສະພາບການດັ່ງກ່າວ, ທາງອໍານາດການປົກຄອງເມືອງ ແລະ ອໍານາດການປົກຄອງແຂວງ ໄດ້ລະດົມທຸກກຳລັງ ປກຊ, ປກສ ແລະ ພາກສ່ວນຕ່າງໆ ເຂົ້າຊ່ວຍເຫລືອພໍ່ແມ່ປະຊາຊົນຢ່າງຮີບດ່ວນ ເພື່ອເກັບມ້ຽນເຄື່ອງຂອງທີ່ມີຄ່າ, ສັດລ້ຽງຂຶ້ນໄວ້ບ່ອນທີ່ສູງ ໃຫ້ມີຄວາມປອດໄພ.
ໂອກາດນີ້, ທ່ານ ຄໍາແຫວນ ປັນຍານຸວົງ ຕາງໜ້າໃຫ້ແກ່ການນໍາຂອງແຂວງ ໄດ້ນຳເອົານໍ້າດື່ມ, ໝີ່ສໍາເລັດຮູບ, ປ່ອງປາຈຳນວນໜຶ່ງ ມອບໃຫ້ອໍານາດການປົກເມືອງບໍລິຄັນ ເພື່ອແຈກຢາຍໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ເພື່ອເປັນການບັນເທົາທຸກໃນເບື້ອງຕົ້ນ ພ້ອມທັງຮຽກຮ້ອງໃຫ້ ອໍານາດການປົກຄອງເມືອງບໍລິຄັນ ເຝົ້າລະວັງຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ສຸມທຸກກຳລັງ ກໍຄືພາກສ່ວນທີ່ກ່ຽວຂ້ອງ ເຂົ້າຊ່ວຍເຫລືອພໍ່ແມ່ປະຊາຊົນ ເພື່ອໃຫ້ທັນກັບສະພາບການທີ່ຈະເກີດຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ຄຳຟອງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,498 | 21,775 |
![]() THB | 662.15 | 672.74 |
![]() EUR | 24,334 | 24,821 |
![]() CNY | 2,933 | 2,991 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |