
ວັນທີ 5 ຕຸລາ 2025 ຜ່ານມານີ້ ບໍລິສັດຜະລິດໄຟຟ້າລາວອອກຊີ້ແຈງ ຕໍ່ກໍລະນີຫາງສຽງສັງຄົມວ່າ: ໃນຊ່ວງມື້ຜ່ານມາ ມີການແຜ່ກະຈາຍຂໍ້ມູນ ທີ່ບໍ່ຖືກຕ້ອງ ໃນໂລກອອນລາຍ ຫຼາຍສໍານັກຂ່າວ ກ່ຽວກັບການລະບາຍນ້ຳຈາກເຂື່ອນໄຟຟ້ານ້ຳງື່ມ 1 (NG1 HPP) ວ່າເປັນສາເຫດເຮັດໃຫ້ເກີດນ້ຳຖ້ວມພື້ນທີ່ກະສິກຳ ແລະ ບ້ານເຮືອນຂອງປະຊາຊົນທ້າຍເຂື່ອນ.
ແຕ່ໃນຄວາມເປັນຈິງ ການລະບາຍນ້ຳໃນຄັ້ງນີ້ເປັນມາດຕະການຈຳເປັນທາງວິຊາການ ເພື່ອປ້ອງກັນພາວະອັນຕະລາຍທີ່ອາດເກີດຂຶ້ນຕໍ່ໂຄງສ້າງເຂື່ອນ ແລະ ປະຊາຊົນໃນພື້ນທີ່ທ້າຍເຂື່ອນ.ນ້ຳທີ່ໄຫຼຜ່ານແມ່ນ້ຳງື່ມ ມາຈາກຫຼາຍແຫຼ່ງ ທີ່ເກີດຈາກ ພະຍຸຫຼາຍລູກ
ຂໍ້ມູນທາງເທັກນິກຊີ້ໃຫ້ເຫັນວ່າ ນ້ຳທີ່ໄຫຼຜ່ານທ້າຍເຂື່ອນນ້ຳງື່ມ 1 ໃນສາຍນ້ຳງື່ມ ມີທັງມາຈາກ:
- ເຂື່ອນໄຟຟ້ານ້ຳງື່ມ 1 (NG1 HPP)
- ແລະ ເຂື່ອນໄຟຟ້ານ້ຳລິກ 1 (NL1 HPP)
- ບາງສ່ວນຈາກສາຍນ້ຳທຳມະຊາດ
ດັ່ງນັ້ນ ບໍ່ແມ່ນແຕ່ເຂື່ອນນ້ຳງື່ມ 1 ເທົ່ານັ້ນທີ່ລະບາຍນ້ຳ ແຕ່ເປັນການຮ່ວມກັນຂອງຫຼາຍໂຄງການໃນລະບົບແມ່ນ້ຳນ້ຳງື່ມ. ເຫດຜົນທີ່ຈຳເປັນຕ້ອງລະບາຍນ້ຳໃນຊ່ວງນີ້ ອີງໃສ່ພະຍາກອນອາກາດ ມີພາຍຸ “Matmo” ກຳລັງເຂົ້າມາໃນພາກພື້ນໃນບາງມື້ຂ້າງໜ້າ.
ຖ້າຫາກເຂື່ອນໄຟຟ້ານ້ຳງື່ມ 1 ບໍ່ລະບາຍນ້ຳໃນເວລານີ້ ນ້ຳໃນອ່າງເກັບອາດຈະເຕັມ ແລະ ໄຫຼລົ້ນຜ່ານໂຮງໄຟຟ້າ ຊຶ່ງຈະເປັນອັນຕະລາຍຢ່າງຫນັກຕໍ່ພໍ່ ແມ່ ປະຊາຊົນແຄມສາຍນໍ້າງື່ມ.ແຕ່ຖ້າລະບາຍນ້ຳໃນເວລາທີ່ພາຍຸມາຮອດ ນັ້ນກໍ່ຈະເຮັດໃຫ້ພື້ນທີ່ທ້າຍເຂື່ອນເກີດນ້ຳຖ້ວມຫນັກຫນ່ວງກວ່າເກົ່າ.
ດັ່ງນັ້ນ ການລະບາຍນ້ຳໃນຕອນນີ້ເປັນການບໍລິຫານນ້ຳທີ່ຖືກຄິດໄລ່ຢ່າງລະມັດລະວັງ ເພື່ອຫຼຸດຜ່ອນຜົນກະທົບທັງໃນອ່າງເກັບແລະທ້າຍເຂື່ອນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,529 | 21,806 |
![]() THB | 661.10 | 673 |
![]() EUR | 24,196 | 24,681 |
![]() CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |