
ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2025 ທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນການນໍາເຂົ້າຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຄັ້ງນີ້ ແມ່ນໄດ້ນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2.600 ກວ່າໂຕນ ຫລື ປະມານ 3,2 ລ້ານລິດ. ນໍ້າມັນດັ່ງກ່າວຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. ສຳລັບການຂົນສົ່ງນໍ້າມັນ ຈາກສາງບັນຈຸຊົ່ວຄາວເຂົ້າສູ່ ສປປ ລາວ ໄດ້ແບ່ງອອກເປັນ 2 ເສັ້ນທາງຄື: ເສັ້ນທາງແຂວງຊຽງຂວາງ ຂົນສົ່ງຜ່ານດ່ານສາກົນນໍ້າກັ່ນ ແລະ ເສັ້ນທາງແຂວງຫົວພັນ ຂົນສົ່ງຜ່ານດ່ານສາກົນນໍ້າໂສຍ ແລະ ບັນຈຸຢ່າງຖາວອນທີ່ສາງນໍ້າມັນບ້ານນາທອງ ເມືອງຊໍາເໜືອ.
ໂຄງການນໍາເຂົ້ານໍ້າມັນເສັ້ນທາງໃໝ່ນີ້ ມີຈຸດປະສົງເພື່ອຮອງຮັບການພັດທະນາເສດຖະກິດ, ຕອບສະໜອງຄວາມຕ້ອງການດ້ານພະລັງງານ ຂອງພາກອຸດສາຫະກໍາ ແລະ ໂຄງລ່າງພື້ນຖານທີ່ກໍາລັງຂະຫຍາຍຕົວ; ສ້າງຄວາມໝັ້ນຄົງດ້ານພະລັງງານ ເພີ່ມທາງເລືອກໃນການນໍາເຂົ້ານໍ້າມັນເຊື້ອໄຟທີ່ມີຄຸນນະພາບ; ຕອບສະໜອງຄວາມຕ້ອງການປະຊາຊົນ ຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍ ແກ່ປະຊາຊົນໃນພາກເໜືອ; ເສີມສ້າງການຮ່ວມມື ລາວ-ຫວຽດ ສະແດງເຖິງຄວາມສໍາພັນອັນດີງາມລະຫວ່າງສອງປະເທດ ໂດຍສະເພາະ ແຂວງຫົວພັນ ແລະ ແຂວງແທັງຮວ່າ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ງອກງາມຍິ່ງຂຶ້ນ.
ການນໍາເຂົ້ານໍ້າມັນຜ່ານເສັ້ນທາງສາຍນີ້ ໄດ້ຜ່ານການກະກຽມມາຢ່າງລະອຽດ ໂດຍລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ດໍາເນີນການຄົ້ນຄວ້າ ແລະ ສໍາຫລວດແຫລ່ງພະລັງງານນໍ້າມັນເຊື້ອໄຟທີ່ມີຄຸນນະພາບ ເພື່ອຮັບປະກັນການຕອບສະໜອງທີ່ມີປະສິດທິພາບສູງສຸດ, ເຊິ່ງຖືເປັນບາດກ້າວສໍາຄັນ ໃນການສ້າງຄວາມໝັ້ນຄົງ ດ້ານພະລັງງານ ໃຫ້ແກ່ປະເທດ ແລະ ເສີມສ້າງຄວາມເຂັ້ມແຂງຂອງຄວາມສໍາພັນມິດຕະພາບ ລະຫວ່າງລາວ-ຫວຽດນາມ ໃຫ້ຂະໜົງແກ່ນຍິ່ງຂຶ້ນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














