jane - 2025-10-07T092721.825
ຮອງນາຍຍົກລັດຖະມົນຕີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຊີ້ນຳກອງປະຊຸມ ປຶກສາຫາລືວຽກງານຄຸ້ມຄອງໄພພິບັດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 7 October, 2025

อาจเป็นรูปภาพของ 1 คน และ ข้อความ

 

ຂປລ. ໃນວັນທີ 6 ຕຸລາ 2025 ນີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພະຍຸ ໃນປີ 2025 ເປັນຕົ້ນ ພະຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້ ໂດຍການເປັນປະທານຂອງ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຄະນະກໍາມະການໄພພິບັດຂັ້ນສູນກາງເຂົ້າຮ່ວມ.

 

ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍ ຈາກພະຍຸ ທີ່ເຂົ້າມາ ສປປ ລາວ ໃນປີ 2025 ເປັນຕົ້ນ ພະຍຸວຸທິບ, ວິພາ ແລະ ບົວລອຍ ຈາກຜູ້ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ. ສະເພາະຜົນກະທົບຈາກພະຍຸບົວລອຍ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 4 ຕຸລາ 2025 ເຮັດໃຫ້ເກີດມີຝົນຕົກຫລາຍ ແລະ ນໍ້າຖ້ວມ ຢູ່ 10 ແຂວງ ຄື: ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ແລະ ແຂວງອັດຕະປື ເຊິ່ງໄດ້ສົ່ງຜົນກະທົບຕໍ່ 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 3.118 ຄອບຄົວ, 17.202 ຄົນ, ຍິງ 7.020 ຄົນ, ມີຜູ້ເສຍຊີວິດ 4 ຄົນ (ຢູ່ແຂວງບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ ແລະ ຫົວພັນ ແຂວງລະ 1 ຄົນ), ສູນຫາຍ 4 ຄົນ (ຊຽງຂວາງ 2 ຄົນ, ຫົວພັນ 1 ຄົນ ແລະ ນະຄອນຫລວງວຽງຈັນ 1 ຄົນ).

 

ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງ ລາຍງານບາງວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ຊຶ່ງຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຕິດຕາມກວດກາຄວາມປອດໄພຂອງບັນດາເຂື່ອນໄຟຟ້າ ແລະ ການບໍລິຫານຈັດການນໍ້າໃນເຂື່ອນ ເຫັນວ່າ ປັດຈຸບັນ ບັນດາເຂື່ອນໄຟຟ້າ ໃນທົ່ວປະເທດ ແມ່ນຮັບປະກັນຄວາມປອດໄພດີ, ລວມທັງການບໍລິຫານຈັດການນໍ້າໃນເຂື່ອນ ແລະ ໄດ້ເອົາໃຈໃສ່ກະກຽມແຜນຮັບມື ຕໍ່ພະຍຸທີ່ຈະເຂົ້າມາໃນຕໍ່ໜ້າ ເປັນຢ່າງດີ.

 

ໃນໂອກາດດຽວກັນ, ທ່ານ ຮອງນາຍຍົກລັດຖະມົນຕີ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານສຳຄັນ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ກອບກູ້, ຊ່ວຍເຫລືອປະຊາຊົນຜູ້ປະສົບໄພ ຢ່າງທັນການ; ເອົາໃຈໃສ່ຟື້ນຟູພື້ນຖານໂຄງລ່າງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍສະເພາະ ຂົວ, ເສັ້ນທາງຄົມມະນາຄົມ ໃຫ້ສາມາດນໍາໃຊ້ໄດ້; ສືບຕໍ່ເອົາໃຈໃສ່ຕິດຕາມສະພາບອາກາດ ທີ່ອາດຈະເກີດມີພະຍຸຫົວໃໝ່ ໃຫ້ມີລະບົບການແຈ້ງເຕືອນໄພລ່ວງໜ້າ ເຖິງປະຊາຊົນບັນດາເຜົ່າ ໃນພື້ນທີ່ ທີ່ມີຄວາມສ່ຽງ ຢ່າງວ່ອງໄວທັນການ ເພື່ອການກະກຽມຄວາມພ້ອມຮັບມືໄພພິບັດ ທີ່ອາດເກີດຂຶ້ນ, ພ້ອມທັງ ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການກະກຽມກໍາລັງ, ອຸປະກອນຕ່າງໆ ເພື່ອເຂົ້າຊ່ວຍເຫລືອປະຊາຊົນ ໃນກໍລະນີຫາກເກີດໄພພິບັດ ແລະ ປະສົບໄພຕົວຈິງ ຢ່າງທັນການ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ສືບຕໍ່ປັບປຸງບົດລາຍງານ ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການໃນການແກ້ໄຂສຸກເສີນ ແລະ ການຟື້ນຟູໄລຍະຍາວ ເພື່ອນໍາສະເໜີລັດຖະບານ ມີທິດຊີ້ນໍາ; ປະສານສົມທົບຢ່າງໃກ້ຊິດກັບ ຄະນະກໍາມະການຄຸ້ມຄອງໄພພິບັດບັນດາແຂວງ ໃນການເກັບຂໍ້ມູນຜົນກະທົບ ແລະ ຄວາມຕ້ອງການ ໃນການຟື້ນຟູແຕ່ລະໄລຍະ, ລວມທັງ ການກະກຽມຄວາມພ້ອມດ້ານຕ່າງໆ ຕໍ່ການປ້ອງກັນ ແລະ ຮັບມືກັບສະພາບໄພພິບັດ ທີ່ອາດຈະເກີດຂຶ້ນ.

 

ຂ່າວ: ກົມປະຊາສຳພັນ ຫສນຍ.

ພາບເ ເກດສະໜາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ