jane - 2025-10-07T114955.932
ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 7 October, 2025

อาจเป็นรูปภาพของ 4 คน, ฝูงชน และ ข้อความ

 

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນກຽວໂຕ ໄດ້ປະກາດການເພີ່ມອັດຕາພາສີໂຮງແຮມໃໝ່ ຊຶ່ງຈະມີຜົນສັກສິດໃນເດືອນມີນາປີ 2026, ເພື່ອແກ້ໄຂບັນຫານັກທ່ອງທ່ຽວແອອັດ.ອຳນາດການ

ປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.ການເກັບ

ພາສີໂຮງແຮມສະບັບໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມີນາ 2026 ເປັນຕົ້ນໄປ.

 

ໂດຍນັກທ່ອງທ່ຽວທີ່ພັກໃນໂຮງແຮມທີ່ມີລາຄາ 100,000 ເຢນຕໍ່ຄົນຕໍ່ຄືນ ຈະຖືກເກັບພາສີໂຮງແຮມ 10,000 ເຢນ ຫຼື 10% ຂອງລາຄາທີ່ພັກ.ສ່ວນນັກທ່ອງທ່ຽວທີ່ພັກຢູ່ໂຮງແຮມທີ່ມີລາຄາຕໍ່າກວ່າ 6,000 ເຢນ ຈະຖືກເກັບພາສີ 200 ເຢນຕໍ່

ຄົນຕໍ່ຄືນ ແລະ ໂຮງແຮມທີ່ມີລາຄາຕໍ່າກວ່າ 20,000 ເຢນ ຈະຖືກເກັບພາສີ 400 ເຢນ. ໂດຍອັດຕາພາສີໂຮງແຮມສະບັບໃໝ່ນີ້ແມ່ນມີລັກສະນະແບບຂັ້ນໄດ, ແຕ່ສຳລັບການເດີນທາງມາທັດສະນະສຶກສາຂອງນັກຮຽນ ແລະ ຜູ້ຕິດຕາມ ຈະໄດ້ຮັບ

ການຍົກເວັ້ນ.

 

ການເກັບພາສີໂຮງແຮມໃໝ່ຄັ້ງນີ້ໄດ້ຖືກອະນຸມັດໂດຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ການສື່ສານພາຍຫຼັງແຜນການດັ່ງກ່າວໄດ້ຖືກປັບປຸງ ຊຶ່ງການເກັບພາສີຂອງນະຄອນກຽວໂຕຈະເປັນການເກັບພາສີທີ່ສູງທີ່ສຸດໃນຍີ່ ປຸ່ນ.

ລາຍຮັບຈາກການເກັບພາສີຄັ້ງນີ້ຈະນຳໄປລົງທຶນປັບປຸງພື້ນຖານໂຄງລ່າງ ແລະ ມາດຕະການແກ້ໄຂຄວາມແອອັດໃນຕົວເມືອງ.

 

ທັງນີ້, ລາຍຮັບຈາກການເກັບພາສີໂຮງແຮມສະບັບໃໝ່ນີ້ ຈະສ້າງລາຍຮັບໃຫ້ນະຄອນກຽວໂຕເພີ່ມຂຶ້ນເປັນສອງເທົ່າຈາກ 5.9 ຕື້ເຢນໃນປີນີ້ ເປັນ 12.6 ຕື້ເຢນໃນປີໜ້າ.  ການເກັບພາສີໂຮງແຮມຂອງນະຄອນກຽວໂຕ ໄດ້ຖືກສະເໜີຂຶ້ນເປັນຄັ້ງ

ທຳອິດໃນປີ 2018 ແລະ ໄດ້ມີການປັບປຸງຄືນໃໝ່ໃນປີນີ້ ເພື່ອແກ້ໄຂບັນຫານັກທ່ອງທ່ຽວແອອັດ ຈົນເຮັດໃຫ້ລະບົບການຂົນສົ່ງສາທາລະນະຂອງເມືອງ ແອອັດ ແລະ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຢ່າງໜັກໜ່ວງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ