jane - 2025-10-07T130143.717
ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວຕິດຕາມເຂື່ອນໄຟຟ້ານ້ຳລີກ 1-2 ແລະ ນ້ຳງື່ມ 1.
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 7 October, 2025

อาจเป็นรูปภาพของ 11 คน, ต้นไม้ และ ข้อความพูดว่า "EDL-GEN EDL GEN"

 

ໃນຕອນເຊົ້າຂອງວັນທີ 05 ຕຸລາ 2025, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຈາກກົມພະລັງງານ, ຜູ້ຕາງໜ້າຫ້ອງການເມືອງເຟືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມ, ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ລົງຕິດຕາມລະດັບນ້ຳໃນເຂື່ອນໄຟຟ້ານໍ້າລີກ 1-2 ແລະ ເຂື່ອນໄຟຟ້າ ນໍ້າງື່ມ 1.

 

อาจเป็นรูปภาพของ 7 คน และ ทะเลสาบ

 

ພາຍຫຼັງຮັບຟັງການລາຍງານການບໍລິຫານ ແລະ ຈັດການນໍ້າ, ທ່ານ ລັດຖະມົນຕີ, ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະຜູ້ບໍລິຫານ ແລະ ພະນັກງານ, ກຳມະກອນຂອງບໍລິສັດໄຟຟ້ານໍ້າລີກ 1-2 ແລະ ນໍ້າງື່ມ 1 ໃຫ້ເອົາໃຈໃສ່ວາງແຜນການບໍລິຫານ-ຈັດການນໍ້າ ທີ່ມີລະບົບຄົບຊຸດນັ້ນ, ໃຫ້ເພີ່ມທະວີເອົາໃຈໃສ່ບາງບັນຫາກ່ອນການລະບາຍນໍ້າອອກ ເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ເຂດລຸ່ມເຂື່ອນ ເປັນແມ່ນ:

 

1) ສືບຕໍ່ປັບປຸງ ແລະ ເຜີຍແຜ່ແຜນຮັບມືສຸກເສີນ “EAP” ໃຫ້ສອດຄ່ອງ-ຄົບຖ້ວນ ແລະ ນໍາໃຊ້ໄດ້ໃນເວລາເກີດເຫດ ຕາມທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ບົດແນະນຳ ວ່າດ້ວຍຄວາມປອດໄພຂອງເຂື່ອນ-ພາກແຜນຮັບມືສຸກເສີນ, ກອບໜ້າວຽກໃນການສ້າງແຜນຮັບມືສຸກເສີນ ແລະ ກົດໝາຍ-ລະບຽບການທີ່ກ່ຽວຂ້ອງຂອງພາກລັດທີ່ມີ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດນໍາໃຊ້ໄດ້.

 

2) ໃຫ້ບໍລິສັດ ສືບຕໍ່ເພີ່ມຄວາມເອົາໃຈໃສ່ປັບປຸງແກ້ໄຂກົນໄກຂອດການປະສານງານ ກັບພາກສ່ວນກ່ຽວຂ້ອງເປັນປະຈຳ, ວິທີການແຈ້ງເຕືອນ, ເຄື່ອງມືທີ່ນໍາໃຊ້ເຂົ້າໃນການແຈ້ງເຕືອນ, ການກຳນົດພື້ນທີ່ປອດໄພ, ເສັ້ນທາງອົບພະຍົບ, ຕິດຕັ້ງແຜນທີ່ສະແດງນ້ຳຖ້ວມ, ກຸ່ມບ້ານທີ່ມີຄວາມສ່ຽງຈະຖືກນໍ້າຖ້ວມ (ກໍລະນີນໍ້ານອງ ຫຼື ເຂື່ອນແຕກ), ມີການເຜີຍແຜ່ ແລະ ເຝິກຊ້ອມເປັນປະຈຳລະຫວ່າງໂຄງການ, ການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນທີ່ອາໃສຢູ່ລຸ່ມເຂື່ອນ ແລະ ໜ້າເຂື່ອນ ໃຫ້ມີຄວາມເຂົ້າໃຈແຈ້ງ, ກຽມຄວາມພ້ອມຮັບມື ແລະ ຮູ້ຈັດຕັ້ງປະຕິບັດ ຖ້າມີເຫດການໃດໜຶ່ງເກີດຂຶ້ນ.

 

3) ໃນກໍລະນີຫາກຕ້ອງການປ່ອຍນໍ້າ ຫຼື ມີຄວາມຈຳເປັນຕ້ອງຫຼຸດລະດັບນ້ຳໃນອ່າງ ຫຼື ມີເຫດການທີ່ຮ້າຍແຮງຕໍ່ກັບຄວາມໜັ້ນຄົງຂອງເຂື່ອນ, ເຈົ້າຂອງເຂື່ອນ ຕ້ອງລາຍງານໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຊາບລ່ວງໜ້າ (ຕາມທີ່ກໍານົດໄວ້ໃນມາດຕາ 40 ແລະ ມາດຕາອື່ນທີ່ກ່ຽວຂ້ອງ ຂອງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ) ພ້ອມທັງປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນໃຫ້ທັນຕາມເວລາ.

 

4) ເນື່ອງຈາກສະພາບດິນຟ້າອາກາດມີການປ່ຽນແປງ ແລະ ພາກລັດ ໄດ້ໃຫ້ຄວາມສໍາຄັນ ຕໍ່ ວຽກງານຄວາມປອດໄພຂອງເຂື່ອນ. ຕໍ່ກັບບັນຫາດັ່ງກ່າວ, ໃຫ້ ບໍລິສັດ ເພີ່ມການກວດສອບລະບົບຕິດຕາມເຂື່ອນ, ກົນໄກລະບົບເມການີກ-ໄຟຟ້າ ຂອງອຸປະກອນຕ່າງໆຂອງເຂື່ອນ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຕະຫຼອດເວລາ. ສືບຕໍ່ ເຝົ້າລະວັງ ປະເມີນ-ຄິດໄລ່ປະລິມານຝົນ ແລະ ປະລິມານນໍ້າໄຫຼເຂົ້າອ່າງ ໃນການເຂົ້າມາຂອງພາຍຸຝົນແຕ່ລະຄັ້ງ ເພື່ອເປັນບ່ອນອີງໃນການແຈ້ງເຕືອນໃຫ້ປະຊາຊົນຮັບຊາບລ່ວງໜ້າ.

 

อาจเป็นรูปภาพของ 4 คน

 

อาจเป็นรูปภาพของ 7 คน

 

อาจเป็นรูปภาพของ 8 คน

ຂ່າວສານອຸດສາຫະກຳ ແລະ ການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
ຢ່າລື່ມກົດຕິດຕາມ