ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ໄດ້ສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ສົ່ງເສີມການຮ່ວມມືດ້ານເສດຖະກິດດີຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs) ໂດຍເນັ້ນໃສ່ການເສີມສ້າງ ແລະ ຊຸກຍູ້ ພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ (AEC) Blueprint 2025.
ໃນລະຫວ່າງວັນທີ 7-8 ຕຸລາ 2025 ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບ ມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ເຂົ້າຮ່ວມ.
ກອງປະຊຸມ NARTT ຄັ້ງທີ 6 ໄດ້ມີການປຶກສາຫາລືຕໍ່ກັບບັນດາສິ່ງທ້າທາຍ ແລະ ຖອດຖອນບົດຮຽນ ກ່ຽວກັບແຜນການ, ທິດທາງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງອາຊຽນ-ຣັດເຊຍ ໃນຂົງເຂດການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແນໃສ່ເພີ່ມທະວີການປຶກສາຫາລືທາງການເມືອງ ລະ ຫວ່າງ ອາຊຽນ ແລະ ຣັດເຊຍ ທີ່ສອດຄ່ອງກັບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC) Blueprint 2025 ເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ສົ່ງເສີມການຮ່ວມມືດ້ານເສດຖະກິດດີຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs) ໂດຍເນັ້ນໃສ່ການເສີມສ້າງ ແລະ ຊຸກຍູ້ ພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ(AEC) Blueprint 2025.
ນອກຈາກນັ້ນ, ຍັງມີການແລກປ່ຽນກ່ຽວກັບການຮ່ວມມືດ້ານພະລັງງານ ໂດຍສະເພາະ ການຫັນປ່ຽນໄປສູ່ແຫຼ່ງ ພະລັງງານແບບຍືນຍົງ ແລະ ແຫຼ່ງພະລັງງານແບບທົດແທນ ເຊິ່ງສອດຄ່ອງກັບ AEC Blueprint 2025, ສ່ວນດ້ານວັດທະນະທໍາສັງຄົມ ກໍໄດ້ມີການແລກປ່ຽນບົດຮຽນໃນການຊຸກຍູ້ການເຊື່ອມຕໍ່ປະຊາຄົມວັດທະນະທຳສັງຄົມອາຊຽນ (ASCC) Blueprint 2025.
ໃນກອງປະຊຸມ, ທ່ານ ໄມທອງ ທຳມະວົງສາ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງ NARTT ຮັດແໜ້ນການຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ສິດໃນການລະດົມແນວຄວາມຄິດ ເພື່ອສົ່ງເສີມການຮ່ວມມື ແລະ ຊອກຫາວິທີໃນການແກ້ໄຂບັນຫາຕ່າງໆ, ພ້ອມນັ້ນ ທ່ານ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະ ກອບສ່ວນທີ່ສຳຄັນຂອງເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ໃນການຮ່າງຂໍ້ສະເໜີແນະທີ່ເປັນປະໂຫຍດໃຫ້ແກ່ ລັດຖະບານ ອາຊຽນ ແລະ ຣັດເຊຍ ໃນການສົ່ງເສີມການຮ່ວມມືທັງສອງຝ່າຍໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກ ອອກຜົນຫຼາຍກວ່າເກົ່າ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,520 | 21,797 |
![]() THB | 661.46 | 672.70 |
![]() EUR | 24,203 | 24,688 |
![]() CNY | 2,937 | 2,995 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |