jane - 2025-10-09T144955.896
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 9 October, 2025

อาจเป็นรูปภาพของ 9 คน และ ข้อความ

 

ພິທີວາງສີລາລືກໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ (ມຊ ວິທະຍາເຂດດົງໂດກ) ແລະ ປະຕູໂຂງທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ຈັດຂຶ້ນໃນວັນທີ 8 ຕຸລາຜ່ານມາ ທີ່ ມຊ ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ແລະ ທ່ານ ຢາງໂປ ປະທານບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ກຳຈັດ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

 

ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ກ່າວວ່າ: ໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມຊ ແລະ ປະຕູທາງເຂົ້າຄະນະກະເສດສາດ ເປັນໂຄງການຊ່ວຍເຫຼືອຈາກບໍລິສັດເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ຈໍາກັດ ລວມມູນຄ່າການກໍ່ສ້າງທັງໝົດ 560,000 ໂດລາ ເພື່ອເປັນການເພີ່ມທະວີການພົວພັນຮ່ວມມືໃນການພັດ ທະນາຊັບພະຍາກອນມະນຸດ, ສ້າງຫຼັກສູດການຮຽນ-ການສອນກ່ຽວກັບການປູກພືດສະໝຸນໄພເປັນຢາ ເປັນໂຄງ ການສົ່ງເສີມການລົງທຶນພັດທະນາກະສິກຳ ແລະ ປ່າໄມ້ແບບຍືນຍົງ ແລະ ພືດສະໝຸນໄພເພື່ອປຸງແຕ່ງຜົນຜະລິດກະສິກຳໃຫ້ເປັນສິນຄ້າ ທີ່ເປັນປະໂຫຍດແກ່ສັງຄົມ ເວົ້າລວມ, ເວົ້າສະເພາະພັດທະນາການຮຽນ-ການສອນໃນສາຂາທີ່ກ່ຽວຂ້ອງໃນ ມຊ. ໂຄງການດັ່ງກ່າວຈະເລີ່ມລົງມືກໍ່ສ້າງນັບຕັ້ງແຕ່ມື້ວາງສີລາຈາລຶກເປັນຕົ້ນໄປ ຄາດວ່າຈະໃຫ້ສຳເລັດກ່ອນວັນທີ 1 ທັນວາ 2025 ກ່ອນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ.

 

ການຊ່ວຍເຫຼືອໃນຄັ້ງນີ້ເພື່ອເສີມສ້າງພື້ນຖານໂຄງລ່າງໃຫ້ ມຊ ມີໂສມໜ້າໃໝ່. ສະນັ້ນ, ໃນນາມຄະນະພັກຄະນະນໍາ ມຊ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບຈໍາກັດ ທີ່ໃຫ້ທຶນຊ່ວຍເຫຼືອໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າພາຍໃຕ້ການຮ່ວມມືຂອງສອງຝ່າຍລະຫວ່າງ ມຊ ແລະ ບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ຈໍາກັດໃນຕໍ່ໜ້າຈະມີການຮ່ວມມືດ້ານວິຊາການ ໂດຍສະເພາະການສ້າງຫຼັກສູດການຮຽນ-ການສອນທີ່ຕິດພັນກັບການກະເສດ ເພື່ອເພີ່ມທາງເລືອກທີ່ຫຼາກຫຼາຍໃຫ້ກັບໄວໜຸ່ມໄດ້ເລືອກເຂົ້າສຶກສາ ເປັນການສ້າງປະໂຫຍດໃຫ້ແກ່ສັງຄົມຫຼາຍກວ່າເກົ່າ.

 

อาจเป็นรูปภาพของ 9 คน และ ข้อความ

ຂ່າວສານສຶກສາ, ວິທະຍາສາດ ແລະ ກິລາອອນລາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
ຢ່າລື່ມກົດຕິດຕາມ