jane - 2025-10-09T152412.771
ບໍລິຄຳໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 9 October, 2025

อาจเป็นรูปภาพของ 10 คน, แท่นบรรยาย และ ข้อความ

 

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບເງິນນະໂຍບາຍ ໃຫ້ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ປະຈຳປີ 2025 ຕາມດຳລັດ 272 /ລບ ຈັດຂຶ້ນໃນວັນທີ 9 ຕຸລາ 2025 ທີ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ຄຳສະຫວາດ ອູດທະຈັກ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາຫ້ອງການ ຮສສ ເມືອງ, ຕາງໜ້າຜູ້ໄດ້ຮັບເງິນນະໂຍບາຍ ແລະ ພະແນກການອ້ອມຂ້າງເຂົ້າຮ່ວມ.

 

ທ່ານ ອຸດອນ ຄໍາພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການມອບເງິນນະໂຍບາຍ, ການອະນຸມັດເງິນອຸດໜູນເສຍສະລະຊີວິດ ໃນງວດ II ປະຈໍາປີ 2025 ຕາມດຳລັດ 272 /ລບ ວ່າດ້ວຍການມອບເງິນນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ. ສຳລັບປີ 2025 ມີ 28 ທ່ານ ເປັນເງິນທັງໝົດ 592.548.000 ກີບ ແລະ ປະຕິບັດນະໂຍບາຍອຸດໜູນເທື່ອດຽວຜູ້ຍັງມີຊີວິດຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ຕາມດຳລັດ ສະບັບເລກທີ 57/ລບ, ລົງວັນທີ 27 ມັງກອນ 2025 ໃນງວດ II ປະຈໍາປີ 2025 ຈຳນວນ 27 ທ່ານ ຍິງ 6 ທ່ານ ລວມເປັນເງິນ 567.925.500 ກີບ.

 

ທ່ານ ຄຳສະຫວາດ ອຸດທະຈັກ ໄດ້ໃຫ້ທິດຊີ້ນໍາ ແລະ ໄດ້ຮຽກຮ້ອງໃຫ້ຕາງໜ້າຜູ້ທີ່ໄດ້ຮັບເງິນນະໂຍບາຍ ໃນຄັ້ງນີ້ ຈົ່ງໄດ້ນໍາໃຊ້ເງິນດັ່ງກ່າວ ໃຫ້ເຂົ້າເປົ້າໝາຍ ແລະ ເໝາະສົມກັບຄວາມເປັນຈິງ.

ຂ່າວ-ພາບ: ວຽງສະຫວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
ຢ່າລື່ມກົດຕິດຕາມ