ຮູ້ຫຼືບໍ່ວ່າພັນໄມ້ບາງຊະນິດບໍ່ພຽງແຕ່ຊ່ວຍຕົກແຕ່ງເຮືອນໃຫ້ສວຍງາມເທົ່ານັ້ນ ແຕ່ຍັງມີຄຸນສົມບັດໃນການໄລ່ຍຸງ ແລະ ແມງໄມ້ໄດ້ຢ່າງເປັນທຳມະຊາດອີກດ້ວຍ ແຖມຍັງໃຫ້ກິ່ນຫອມສົດຊື່ນ ຊ່ວຍໃຫ້ບັນຍາກາດໃນເຮືອນໜ້າຢູ່ຍິ່ງຂຶ້ນ. ລອງມາເບິ່ງກັນວ່າມີພັນໄມ້ຊະນິດໃດແດ່ທີ່ທັງສວຍ ຫອມ ແລະ ໄລ່ຍຸງໄດ້ຢ່າງມີປະສິດທິພາບ.
1. ໂຣສແມຣີ່ (Rosemary) – ສະໝຸນໄພຫອມໄລ່ຍຸງຕົວຈິງ
ໂຣສແມຣີ່ ເປັນໄມ້ພຸ່ມຂະໜາດນ້ອຍທີ່ປູກງ່າຍ ດູແລງ່າຍ ເໝາະສຳລັບວາງໃນກະຖັງບໍລິເວນລະບຽງ ຫ້ອງຮັບແຂກ ຫຼື ສວນຂະໜາດນ້ອຍ. ມີກິ່ນຫອມເປັນເອກະລັກຂອງໂຣສແມຣີ່ສາມາດຂັບໄລ່ຍຸງ ແລະ ແມງໄມ້ໄດ້ດີຫຼາຍ.
ບາງຄົນປູກໂຣສແມຣີ່ຮອບແປງຜັກ ຫຼື ຂອບຮົ້ວເຮືອນເພື່ອຫຼຸດຈຳນວນຍຸງຕາມທຳມະຊາດ. ນອກຈາກນີ້ຍັງສາມາດນຳໃບໄປສະກັດເຮັດເປັນສະເປກັນຍຸງ ນ້ຳມັນຫອມລະເຫີຍ ຫຼື ໃຊ້ເປັນເຄື່ອງປຸງອາຫານ ແລະ ສ່ວນປະສົມໃນເຄື່ອງສຳອາງໄດ້ອີກດ້ວຍ.
ເມື່ອສຳຜັດເບົາໆທີ່ໃບ ໂຣສແມຣີ່ຈະປ່ອຍກິ່ນຫອມສົດຊື່ນທີ່ມະນຸດຮູ້ສຶກຜ່ອນຄາຍ ແຕ່ຍຸງກັບບໍ່ມັກ ກາຍເປັນວິທີໄລ່ຍຸງແບບທຳມະຊາດທີ່ທັງປອດໄພ ແລະ ຫອມອົບອວນທົ່ວເຮືອນ.
2. ລາເວນເດີ (Lavender) – ຫອມຫວານຊວນຜ່ອນຄາຍ ແຕ່ຍຸງບໍ່ມັກ
ລາເວນເດີ ຫຼື ທີ່ຮູ້ຈັກກັນໃນຊື່ “ດອກໄມ້ແຫ່ງຄວາມຮັກ” ເປັນໄມ້ດອກສີມ່ວງຫອມລະມຸນ ມີຖິ່ນກຳເນີດຈາກແຖບທະເລເມດິເຕີເລນຽນ ແລະ ມັກຖືກນຳມາສະກັດເປັນນ້ຳຫອມ ຜະລິດຕະພັນດັບກິ່ນ ແລະ ນ້ຳຢາຊັກຜ້າ.
ກິ່ນຂອງລາເວນເດີຊ່ວຍໃຫ້ຮູ້ສຶກສະຫງົບ ຄາຍຄວາມກົດດັນ ແລະ ນອນຫຼັບສະບາຍ ໃນຂະນະດຽວກັນກັບເປັນກິ່ນທີ່ຍຸງ ແລະ ແມງໄມ້ບໍ່ມັກຢ່າງຍິ່ງ. ການປູກລາເວນເດີໃນກະຖັງວາງໃນເຮືອນ ຫຼື ບໍລິເວນປ່ອງຢ້ຽມ ຈຶ່ງຊ່ວຍໄລ່ຍຸງໄດ້ຢ່າງມີປະສິດທິພາບ.
ນອກຈາກນີ້ລາເວນເດີຍັງມີລິດຕ້ານເຊື້ອແບັກທີເຮູຍ ແລະ ຊ່ວຍໃຫ້ແຜຫາຍໄວ ຈຶ່ງຖືເປັນພືດທີ່ທັງສວຍງາມ ມີປະໂຫຍດ ແລະ ຊ່ວຍສ້າງບັນຍາກາດໂຣແມນຕິກໃນເຮືອນໄດ້ອີກດ້ວຍ.
3. ໃບມິ້ນ (Peppermint) – ຫອມເຢັນສົດຊື່ນ ໄລ່ຍຸງໄດ້ແຮງ
ໃບມິ້ນ ເປັນສະໝຸນໄພທີ່ມີກິ່ນຫອມເຢັນເປັນເອກະລັກ ນິຍົມໃຊ້ເປັນສ່ວນປະສົມໃນອາຫານ ເຄື່ອງດື່ມ ຢາສີຟັນ ຫຼື ໝາກຝລັ່ງ. ກິ່ນຫອມຂອງໃບມິ້ນມີຄຸນສົມບັດຊ່ວຍໄລ່ຍຸງໄດ້ດີ.
ພຽງວາງກະຖັງມິ້ນໄວ້ໃນເຮືອນ ຫຼື ບໍລິເວນລະບຽງ ຍຸງຈະຫຼຸດລົງຢ່າງເຫັນໄດ້ຊັດ ອີກທັງຍັງເປັນພືດທີ່ປູກງ່າຍ ໂຕໄວ ແລະ ບໍ່ຕ້ອງດູແລຫຼາຍ. ເມື່ອຖືກຍຸງກັດ ສາມາດໃຊ້ໃບມິ້ນເບົາໆເທິງຜິວເພື່ອຫຼຸດອາການຄັນໄດ້ດ້ວຍ.
ເອີ້ນໄດ້ວ່າເປັນພືດສານພັດປະໂຫຍດ ທັງປູກເພື່ອບໍລິໂພກ ຊ່ວຍຟອກອາກາດ ແລະ ປ້ອງກັນຍຸງໃນເວລາດຽວກັນ.
4. ເສຈ (Sage) – ສະໝຸນໄພຫອມຂັບໄລ່ແມງໄມ້ພ້ອມສັນຄຸນທາງຢາ
ເສຈ ເປັນໄມ້ສະໝຸນໄພທີ່ມີສານທຳມະຊາດຊື່ວ່າ “ຄາລິໂອຟິນລີນ” (Caryophyllene) ເຊິ່ງມີກິ່ນທີ່ຊ່ວຍຂັບໄລ່ຍຸງ ແລະ ແມງໄມ້ໄດ້ຢ່າງມີປະສິດທິພາບ. ຖ້ານຳໃບເສຈມາເຜົາ ກິ່ນຫອມທີ່ເກີດຂຶ້ນຈະຊ່ວຍໄລ່ແມງໄມ້ອອກຈາກເຮືອນໄດ້ທັນທີ.
ນອກຈາກໃຊ້ເປັນສະໝຸນໄພປຸງອາຫານ ເຊັ່ນ: ເນື້ອຍ່າງ ຫຼື ຊາສະໝຸນໄພແລ້ວ ເສຈຍັງມີສັນຄຸນທາງຢາ ເຊັ່ນ: ຊ່ວຍຄວບຄຸມນ້ຳຕານໃນເລືອດ ຊະລໍຄວາມເສື່ອມຂອງເຊນ ເສີມຄວາມຈຳ ແລະ ຫຼຸດຄວາມສ່ຽງໂຣກມະເຮັງໄດ້ອີກດ້ວຍ.
ເສຈເປັນພືດທີ່ປູກງ່າຍ ທົນແລ້ງໄດ້ດີ ຄວນປູກໃນດິນທີ່ລະບາຍນ້ຳດີ ແລະ ມີແສງແດດພຽງພໍ. ພຽງແຕ່ດູແລຕັດແຕ່ງເປັນໄລຍະ ກໍຈະໄດ້ຕົ້ນໄມ້ທີ່ທັງສວຍ ມີປະໂຫຍດ ແລະ ຊ່ວຍປ້ອງກັນຍຸງໃນເຮືອນໄດ້ຢ່າງຍືນຍົງ.
ສະຫຼຸບ: ເພີ່ມຄວາມສົດຊື່ນໃຫ້ເຮືອນ ພ້ອມໄລ່ຍຸງແບບທຳມະຊາດ
ການປູກພືດສະໝຸນໄພຢ່າງໂຣສແມຣີ່ ລາເວນເດີ ສະລະແໜ່ ແລະ ເສຈ ບໍ່ພຽງແຕ່ຊ່ວຍຕົກແຕ່ງເຮືອນໃຫ້ໜ້າຢູ່ ແຕ່ຍັງຊ່ວຍຂັບໄລ່ຍຸງ ແລະ ແມງໄມ້ລົບກວນໄດ້ຢ່າງປອດໄພ. ກິ່ນຫອມຈາກທຳມະຊາດຍັງຊ່ວຍໃຫ້ຈິດໃຈສະຫງົບ ແລະ ຜ່ອນ
ຄາຍ ເໝາະຢ່າງຍິ່ງສຳລັບຄົນທີ່ຕ້ອງການສ້າງບັນຍາກາດສົດຊື່ນໃນເຮືອນໂດຍບໍ່ຕ້ອງເພີ່ງສານເຄມີ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,520 | 21,797 |
![]() THB | 661.46 | 672.70 |
![]() EUR | 24,203 | 24,688 |
![]() CNY | 2,937 | 2,995 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |