
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ບາລິວ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ ອິນໂດເນເຊຍ ໃຫ້ຮູ້ວ່າ: ອິນໂດເນເຊຍມີແຜນຈະຢຸດການນຳເຂົ້ານ້ຳມັນກາຊວນໃນເຄິ່ງຫຼັງປີ 2026 ຕາມຄຳສັ່ງທີ່ຈະນຳໃຊ້ນ້ຳມັນເຊື້ອໄຟຊີວະພາບຊະນິດໃໝ່(B-50).
ທ່ານ ບາຣລິລ ຢືນຢັນວ່າ: ປັດຈຸບັນ, ລັດຖະບານອິນໂດເນເຊຍກຳລັງທົດລອງການນໍາໃຊ້ນໍ້າມັນເຊື້ອໄຟ B-50 ໄລຍະທີ 4 ເຊິ່ງເປັນໄລຍະສຸດທ້າຍ ແລະ ຄາດວ່າຈະສຳເລັດພາຍໃນ 6-8 ເດືອນ. ໂດຍມີການທົດລອງກັບເຄື່ອງຈັກເຮືອ, ລົດໄຟ, ເຄື່ອງຈັກໜັກ ແລະ ອຸປະກອນອື່ນໆ.
ທັງນີ້, ໂຄງການນ້ຳມັນເຊື້ອໄຟ B-50 ເຊິ່ງເປັນການປະສົມນ້ຳມັນກາຊວນທຳມະດາ 50% ກັບນ້ຳມັນປາມດິບ 50% ຖືເປັນສ່ວນໜຶ່ງຂອງຍຸດທະສາດໄລຍະຍາວຂອງອິນໂດເນເຊຍ ເພື່ອເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ແລະ ຫຼຸດຜ່ອນການເພິ່ງພາອາໄສນ້ຳມັນເຊື້ອໄຟ.
ນອກຈາກນັ້ນ, ໂຄງການນ້ຳມັນເຊື້ອໄຟ B-50 ແມ່ນສອດຄ່ອງກັບປະລິມານການນຳໃຊ້ນໍ້າມັນເຊື້ອໄຟ B-40 ໃນປັດຈຸບັນ ຊຶ່ງມີການໃຊ້ບັນລຸ 10 ລ້ານກິໂລລິດ, ກວມເອົາ 64.7% ຂອງເປົ້າໝາຍປີ 2025 ທີ່ກຳນົດໄວ້ 15.6 ລ້ານກິໂລລິດ. ກະຊວງດັ່ງກ່າວລະບຸຕື່ມວ່າ: ການນຳໃຊ້ນ້ຳມັນເຊື້ອໄຟ B-40 ໃນທົ່ວປະເທດອິນໂດເນເຊຍ ໄດ້ຊ່ວຍປະເທດປະຢັດເງິນຕາຕ່າງປະເທດປະມານ 9,3 ຕື້ໂດລາ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













