ຂປລ. ໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດຄົບຮອບ 24 ປີ (12/11/2001-12/11/2025) ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເນັ້ນໜັກໃຫ້ເພີ່ມທະ ວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫລາຍຮູບການເພື່ອສ້າງຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະໄວໜຸ່ມ-ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງສິ່ງເສບຕິດ, ຮັບຮູ້, ເຂົ້າໃຈລະບຽບກົດໝາຍກ່ຽວກັບຢາເສບຕິດ, ປຸກລະດົມຂົນຂວາຍໃຫ້ເຂົາ ເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫລາຍຂຶ້ນໃນທຸກພາກສ່ວນຂອງສັງຄົມ.
ນອກຈາກນີ້, ຍັງໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນ, ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ພ້ອມທັງ, ກໍານົດເອົາວຽກງານດັ່ງກ່າວ, ເຂົ້າເປັນວຽກຈຸດສຸມໜຶ່ງທີ່ຕິດພັນກັບ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະສືບຕໍ່ຮອດທ້າຍປີ 2025 ທັງຈັດຕັ້ງ, ສະຫລຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນ ປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ໃຫ້ຜູ້ທີ່ໄດ້ຮັບການປິ່ນປົວ ມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄອບຄົວ ແລະ ສັງຄົມຢ່າງມີຄຸນນະພາບ; ສຸມໃສ່ການປະຕິບັດມາດຕະການທາງກົດໝາຍ ທີ່ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ, ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນ, ຂະແໜງການທີ່ກ່ຽວຂ້ອງ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ, ຮັບປະກັນໃຫ້ການແກ້ໄຂບັນຫາຢາເສບຕິດໄດ້ຮັບການຈັດຕັ້ງປະຕິບັດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້; ສືບຕໍ່ປັບປຸງກົງຈັກສະພາບໍລິຫານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນທົ່ວປະເທດໃຫ້ສຳເລັດ, ມີຄວາມເປັນເອກະພາບ ສາມາດສະໜອງງົບປະມານຮັບໃຊ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.
ພ້ອມນີ້, ໃຫ້ເອົາໃຈໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ, ຊຸກຍູ້ສົ່ງເສີມ, ຊ່ວຍເຫລືອໃຫ້ເຂົາເຈົ້າໄດ້ມີເງື່ອນໄຂຫັນໄປປະກອບອາຊີບອື່ນ ທີ່ໝັ້ນຄົງແທນການປູກພືດທີ່ມີສານເສບຕິດຜິດກົດໝາຍ, ພ້ອມທັງໃຫ້ດໍາເນີນມາດຕະການດ້ານກົດໝາຍຢ່າງເດັດຂາດຕໍ່ຜູ້ກະທໍາຜິດ; ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນ, ການປະກອບ ສ່ວນເຂົ້າໃນການປູກພືດທົດແທນ ແລະ ການສະໜອງຂໍ້ມູນທີ່ຈໍາເປັນ ລວມທັງປະສານງານໃນການຕ້ານການລັກ ລອບຄ້າຂາຍ, ລຳລຽງຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕົ້ນຕາມບໍລິເວນຊາຍແດນ.
ຂ່າວ: ກິດຕາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,535 | 21,812 |
![]() THB | 660.13 | 672.01 |
![]() EUR | 23,996 | 24,476 |
![]() CNY | 2,931 | 2,989 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |