jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 15 October, 2025

 

ໃນວັນທີ 14 ຕຸລາ 2025​ ນີ້,​ ສະຫາຍ​ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 14-15 ຕຸລາ 2025 ນີ້.

Digital Marketing Agency in Laos - Emerging Digital Solutions

 

 

ໂອກາດນີ້, ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຟານ​ວັນຢາງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີແບບພິເສດ​ ແລະ​ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ​ ໃຫ້ເລິກເຊິ່ງກວ່າເກົ່າ ເວົ້າລວມ, ເວົ້າສະເພາະ ເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງກອງທັບ ລາວ-ຫວຽດນາມ​ ບົນຈິດໃຈມູນເຊື້ອສາຍພົວພັນທີ່ດີງາມ ແລະ ມີຄວາມຊື່ສັດຕໍ່ກັນ ຕະຫຼອດມາ ຍາມໃດ ລາວ ແລະ ຫວຽດນາມ​ ກໍໄດ້ຮ່ວມມື ເຊິ່ງກັນ ແລະ ກັນ ເພື່ອແນໃສ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງສອງປະເທດ .

 

 

ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດີງາມ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ​ ຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ,​ ຄວາມສາມັກຄີແບບພິເສດ ແລະ​ ການຮ່ວມມື​ຮອບດ້ານ​​ ລະຫວ່າງ​ ຫວຽດນາມ-ລາວ ໃຫ້ໝັ້ນຄົງຍາວນານ ໂດຍສະເພາະສອງກອງທັບ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດອັນຍາວນານຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ.

 

 

ໃນວັນດຽວກັນ,​ ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕື່ມອີກ.

 

Lao people’s Army News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
site cover1 - 2025-10-15T094500.696
ຄູ່ແຂ່ງທີ່ທຽບເທົ່າ Nvidia ແນະນຳໃຫ້ຜ່ອນຜັນກົດລະບຽບການສົ່ງອອກຊິບ AI ໄປຈີນ
pele - 2025-10-15T093945.879
ອິນໂດເນເຊຍ ຕັ້ງເປົ້າໝາຍປ່ຽນເກາະບາຫລີ ເປັນສູນການເງິນ ລະດັບພາກພື້ນ
jane - 2025-10-15T091850.530
ພະຍາກອນອາກາດປະຈຳເຊົ້າວັນທີ 15 ຕຸລາ 2025
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
ຢ່າລື່ມກົດຕິດຕາມ