
ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນ ແລະ ປິດລົງໃນວັນທີ 15 ຕຸລາ 2025 ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ອະດີດການນໍາອາວຸໂສ-ບໍານານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສະຫາຍ ທອງລີ ສີສຸລິດ ໄດ້ຜ່ານບົດລາຍງານການເມືອງຂອງອົງຄະນະພັກ ສຊປລ ຄັ້ງທີ V (2021-2025) ຊຶ່ງບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030); ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ສຊປລ ຄັ້ງທີ V. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ສຊປລ ຊຸດໃໝ່ ໂດຍມີຜູ້ສະໝັກ 12 ສະຫາຍ ຍິງ 5 ສະຫາຍ, ເລືອກເອົາ 9 ສະຫາຍ ຍິງ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກກະສັນເລືອກເອົາສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານພັກ ສຊປລ, ສະຫາຍ ສຸລິຍາ ແກ້ວພິລາວົງ ເປັນຮອງເລຂາຄະນະບໍລິຫານງານພັກ ທັງເປັນປະທານຄະນະກວດກາພັກ; ສະຫາຍ ມານຸ ເມືອງວົງ ເປັນຮອງປະທານກວດກາພັກ ແລະ ສະຫາຍ ນາງ ບຸນເພັງ ນາດາ ເປັນຄະນະກວດກາພັກ ແລະ ເລືອກເອົາຜູ້ແທນສົມບູນ 5 ສະຫາຍ, ສໍາຮອງ 1 ສະ ຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ທີ່ມາ: ໜັງສືພິມປະຊາຊົນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,529 | 21,806 |
![]() THB | 661.10 | 673 |
![]() EUR | 24,196 | 24,681 |
![]() CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |