
ຂປລ. ແຫລ່ງຂ່າວ ແຂວງວະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ປີໂຕລ້າ ຄູນສັກສີ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງຈຳພອນ ພ້ອມຄະນະ ລົງຕິດຕາມແກ້ໄຂ ຫົວຂົວເບຕົງເສັ້ນທາງເລກທີ PR 6303 ເຂດບ້ານນາກະທ້າງ ເມືອງຈຳພອນ ທີ່ຍຸບລົງໃນວັນທີ 15 ຕຸລາ 2025 ໂດຍມີທ່ານ ສີສະໄຫວ ນາຍບ້ານນາກະທ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂົວດັ່ງກ່າວແມ່ນຖືກຜົນກະທົບຈາກພະຍຸນາກາຊາ, ພະຍຸບົວລອຍ ເຮັດໃຫ້ປະລິມານນ້ຳເພີ່ມຂຶ້ນຫລາຍໃນການໄຫລຜ່ານກ້ອງຂົວ ແລະ ນ້ຳກັດເຊາະບໍລິເວນຖານຫົວຂົວຈຶ່ງເຮັດໃຫ້ດິນເຊາະເຈື່ອນລົງ ເປັນບໍລິເວນກວ້າງ ເຮັດໃຫ້ຫົວຂົວດັ່ງກ່າວຍຸບລົງ ໃນຂະໜາດ ຄວາມກວ້າງຂອງດິນຍຸບ 6 ແມັດ, ເລິກ 6 ແມັດ.
ຕໍ່ສະພາບການດັ່ງກ່າວ, ການນຳຂັ້ນເມືອງ ຈຶ່ງລົງແກ້ໄຂສຸກເສີນໃຫ້ສາມາດຜ່ານໄປ-ມາ ໄດ້ຊົ່ວຄາວ, ເຊິ່ງໜ້າວຽກທີ່ເຮັດແມ່ນ ຕອກເສົາເຂັມໄມ້ກັນດິນ, ຖົມດິນຫົວຂົວ, ຖົມຫີນໜ້າທາງ ໃຫ້ແໜ້ນໜາໄວ້ ໂດຍແມ່ນບໍລິສັດໄກ່ຄຳກໍ່ສ້າງ ຂົວທາງຈຳກັດເປັນຜູ້ຮັບສ້ອມແປງ ໃນມູນຄ່າ 350 ລ້ານກີບ, ເຊິ່ງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |