
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮົງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
ເຄື່ອງບິນຂົນສົ່ງສິນຄ້າຂອງສາຍການບິນ Air ACT ຮຸ່ນ Boeing 747-481 ທີ່ໃຫ້ບໍລິການໃນນາມ Emirates SkyCargo ເທີດບິນ EK9788 ຈາກດູໄບ ໄດ້ຫມື່ນໄຖລົດອອກຈາກລັນເວດ້ານເໜືອ (07L) ແລະ ຕົກລົງທະເລ ໃນຂະນະລົງຈອດທີ່ສະໜາມບິນນານາຊາດຮົງກົງ ໃນຊ່ວງເຊົ້າມື້ນີ້ 20 ຕຸລາ 2025.
ເຫດການເກີດຂຶ້ນປະມານ 04.00 ນ. ຕາມເວລາທ້ອງຖິ່ນ.
- ຈາກອຸບັດເຫດ ລົດພາກພື້ນຖືກຊົນ ມີເຈົ້າໜ້າທີ່ຊາຍ 2 ຄົນໄດ້ຮັບບາດເຈັບ ແລະຖືກນຳສົ່ງໂຮງໝໍ ຕໍ່ມາຖືກລາຍງານວ່າເສຍຊີວິດທັງ 2 ຄົນ. ຂະນະທີ່ລູກເຮືອໃນເຄື່ອງບິນ 4 ຄົນຮອດຊີວິດ ແລະ ສາມາດຫນີອອກຈາກເຄື່ອງໄດ້ໂດຍບໍ່ໄດ້ຮັບບາດເຈັບ.
- ລຳຕົວເຄື່ອງບິນ ໝາຍເລກທະບຽນ TC-ACF ໄດ້ຮັບຄວາມເສຍຫາຍທັງໝົດ ແລະຖືກປະກາດວ່າບໍ່ສາມາດໃຊ້ງານໄດ້ອີກ.
- ລັນເວດ້ານເໜືອຂອງສະໜາມບິນຮົງກົງຖືກປິດຊົ່ວຄາວເພື່ອສອບສວນ.
ຂະນະນີ້ ທາງການ ຮວມທັງກົມການບິນພົນລະເຮືອນຮົງກົງ ກຳລັງດຳເນີນການສອບສວນຫາສາເຫດ ໂດຍລາຍງານເບື້ອງຕົ້ນຊີ້ວ່າອາດເກີດຈາກສະພາບລັນເວຫມື່ນເນື່ອງຈາກຝົນທີ່ຕົກກ່ອນໜ້ານີ້.
ຂອບໃຈຮູບບາງສ່ວນຈາກ HK01
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Friday, 7 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














