
ໃນເວລາ 07 ໂມງ ຂອງວັນທີ 20 ຕຸລາ 2025 ພາຍຸໝູນເຂດຮ້ອນ ເພີ່ງເຊິນ (FENGSHEN) ມີຈຸດສູນກາງ ໃນເສັ້ນຂະໜານທີ 17.9 ອົງສາເໜືອ ແລະ ເສັ້ນແວງທີ 116.6 ອົງສາຕາເວັນອອກ, ພາຍຸຫົວນີ້ ກໍາລັງເຄື່ອນທີ່ໄປ ທາງພາກເໜືອຂອງທະເລຈີນໃຕ້ ດ້ວຍຄວາມໄວໃກ້ຈຸດສູນກາງ 85 Km/h, ພາຍຸຫົວນີ້ ຈະເຄື່ອນທີ່ເຂົ້າໃກ້ແຄມ ຝັ່ງກວາງຕຸ້ງໃນຕອນແລງຂອງມື້ນີ້ ແລະ ຕອນເຊົ້າຂອງວັນທີ 21 ຕຸລາ 2025 ພາຍຸຫົວນີ້ ຈະມີກຳລັງແຮງເພີ່ມຂຶ້ນ ເລັກນ້ອຍ ແລະ ຈະສືບຕໍ່ເຄື່ອນທີ່ໄປໃກ້ແຄມຝັ່ງທາງພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ.
ພາຍຸຫົວນີ້ ຈະສົ່ງຜົນກະທົບຕໍ່ກັບພາກກາງ ແລະ ພາກໃຕ້ຂອງປະເທດລາວ. ໂດຍສະເພາະ ແຂວງອັດຕະປື ເຊິ່ງຈະເຮັດໃຫ້ມີ ຝົນຕົກ, ຟ້າຮ້ອງ-ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນພື້ນທີ່ຕ່າງໆ ຂອງແຂວງອັດຕະປື ແລະ ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງ ໃນລະຫວ່າງ ວັນທີ 23 ຫາ 24 ຕຸລາ 2025 ນີ້
ຕາມແຈ້ງການ ຄັ້ງວັນທີ 21/10/2025 ທາງເຂື່ອນໄຟຟ້ານໍ້າຕົກ ທີ່ເມືອງອາເລື້ອຍ ສສ ຫວຽດນາມ ເຊິ່ງເປັນເຂື່ອນ ທີ່ຕັ້ງຢູ່ເຊກອງຕອນເທິງຂອງແຂວງເຊກອງ ແລະ ແຂວງອັດຕະປື ຈະໄດ້ມີການປ່ອຍນໍ້າອອກຈາກອ່າງເກັບນໍ້າ ທີ່ ຈະໄຫຼລົງສູ່ເຊກອງຕອນລຸ່ມ ກໍ່ຄື ແຂວງເຊກອງ ແລະ ແຂວງອັດອັດຕະປື ເຊິ່ງມີການຄວບຄຸມໃຫ້ຢູ່ໃນລະດັບ ຄ່ອຍ ແລະ ອາດເພີ່ມຂຶ້ນເຖິງ 1.800 ແມັດກ້ອນ/ວິນາທີ ເຊິ່ງຄາດວ່າຈະເລີ່ມປ່ອຍ ແຕ່ເວລາ 12:00 ໂມງ ຂອງ ວັນທີ 22/10/2025.
ດັ່ງນັ້ນ, ຈິ່ງແຈ້ງເຕືອນມາຍັງ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ-ທຸກຂັ້ນ ພາຍໃນແຂວງອັດຕະ ປີ ເພື່ອຮັບຊາບ ແລະ ມີສະຕິລະມັດລະວັງ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກ ທີ່ອາດຈະເຮັດໃຫ້ມີດິນເຈື່ອນ,ນໍ້າ ຖ້ວມກະທັນຫັນ-ນໍ້າປ່າໄຫຼຊູ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຢ່າງເປັນປະ ຈໍາ ຈາກຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ (ພະແນກກະສິກຳ ແລະ ສິ່ງແວດລ້ອມ) ຢ່າງໃຫ້ຊິດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 44,480,000 | 45,010,000 |
![]() | 43,946,000 | 45,119,000 |