jane - 2025-10-22T153803.826
ປະທານປະເທດ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 22 October, 2025
ໝວດ: ຂ່າວ

 

ແຈ້ງການຂອງກະຊວງການຕ່າງປະເທດ

Digital Marketing Agency in Laos - Emerging Digital Solutions

 

ລະຫວ່າງວັນທີ 24-26 ຕຸລາ 2025, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ເພື່ອເປັນແຂກກິດຕິມະສັກ ແລະ ເປັນສັກຂີພະຍານ ໃນການລົງນາມສົນທີສັນຍາດັ່ງກ່າວ ຂອງ ສປປ ລາວ.

ພິທີລົງນາມຄັ້ງນີ້ ໂດຍການເປັນເຈົ້າພາບຮ່ວມ ລະຫວ່າງຫວຽດນາມ ແລະ ອົງການສະຫະປະຊາຊາດ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເລືອງ ເກືອງ, ປະທານປະເທດຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕີເຣສ (Antonio Guterres), ເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຊຶ່ງພົນເອກ ວິໄລຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຈະຕາງໜ້າໃຫ້ລັດຖະບານລາວ ລົງນາມສົນທິສັນຍາດັ່ງກ່າວ, ເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຕັ້ງໜ້າຂອງ ລາວ ໃນວຽກງານການສະກັດກັ້ນ ແລະ ຕ້ານອາດຊະຍາກຳທາງໄຊເບີ.

ສົນທິສັນຍາວ່າດ້ວຍ ການຕ້ານອາດຊະຍາກຳທາງໄຊເບີ ໄດ້ລິເລີ່ມຂຶ້ນ ໂດຍການເຈລະຈາສ້າງຮ່າງສົນທິສັນຍາ ນັບແຕ່ປີ 2021 ເປັນຕົ້ນມາ, ຊຶ່ງວົງຄະນະຍາດສາກົນໄດ້ຮ່ວມກັນປະກອບສ່ວນ ປະກອບຄຳຄິດເຫັນ ແລະ ເຫັນດີຕໍ່ຮ່າງສະບັບສຸດທ້າຍ ໃນນີ້ລວມທັງ ສປປ ລາວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 22 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,480,000
45,010,000
43,946,000
45,119,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-22T162436.067
ແຈ້ງການມອດໄຟ ວັນທີ 24,25,26/10/2025 ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:
jane - 2025-10-22T153803.826
ປະທານປະເທດ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ
jane - 2025-10-22T151307.079
ຂ່າວຕ່າງປະເທດລາຍງານວ່າກອງທັບມຽນມາບຸກຈັບແກ້ງສໍ້ໂກງທາງອອນລາຍ ສາມາດຄວບຄຸມແຮງງານໄດ້ກວ່າ 2,000 ຄົນ.
jane - 2025-10-22T144514.440
ນາຍຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ
jane - 2025-10-22T141530.830
ວາງກຳລັງເຈົ້າໜ້າທີ່ 2,015 ສະຫາຍ ປ້ອງກັນງານບຸນນະ ມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2025 ນີ້
jane - 2025-10-22T131038.612
ຂ່າວຕ່າງປະເທດລາຍງານວ່າພາຍຸໝາຍເລກ 12 “Fengshen” ກຳລັງເຂົ້າໃກ້ດານັງ ພົບວ່ານໍ້າໃນແມ່ນໍ້າຂອງດານັງມີລະດັບສູງ
jane - 2025-10-22T120311.944
ຕອນເຊົ້າມືດຂອງວັນທີ 22 ຕຸລາ 2025 ເຫດລົດເກັງເສຍຫຼັກ ຕໍາລົດຈອດຢູ່ຂ້າງທາງແລ້ວໄຟໄໝ້.
jane - 2025-10-22T090748.902
ແຈ້ງການ ເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມປ່ອຍນໍ້າ ວັນທີ 22 ຕຸລາ 2025 ເພື່ອກຽມຮັບມື ພາຍຸເຟິງເຊີນ.
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
ຢ່າລື່ມກົດຕິດຕາມ