
ໃນວັນທີ 21 ຕຸລາ 2025 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າແກ້ໄຂບັນຫາແຮ່ທາດ ຂັ້ນສູນກາງ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ, ມີຄະນະສະເພາະກິດຈາກສູນກາງ ແລະ ແຂວງເຂົ້າຮ່ວມ.
ທ່ານພົນຈັດຕະວາ ວັນທອງ ພົງສະຫັວນ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ລາຍງານ ການສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ຄຳ ພະແນກການທີ່ກ່ຽວຂ້ອງ ໄດ້ໂຄສະນາ, ເຜີຍແຜ່ນິຕິກຳຕ່າງໆເພື່ອໃຫ້ປະຊາຊົນ ແລະ ຜູ້ປະກອບການໄດ້ຮັບຮູ້ເຂົ້າໃຈ, ໄດ້ສະກັດກັ້ນການລັກລອບຂຸດຄົ້ນແຮ່ຢູ່ບັນດາເມືອງຂອງແຂວງ ເຊິ່ງບາງພາກສ່ວນກໍ່ນຳໃຊ້ກົນຈັກ ຈຳນວນໜຶ່ງກໍ່ໃຊ້ແຮງງານຂຸດດ້ວຍມື ນຳໃຊ້ສານເຄມີສະກັດເອົາຄຳ ເຊິ່ງເຮັດໃຫ້ມີການລະເມີດຕໍ່ກົດໝາຍ ແລະ ພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ.
ໃນປີ 2025 ມີເຫດການດິນຍຸບຖົມຮູທີ່ເຂົ້າໄປຂຸດ ອອກມາບໍ່ໄດ້ ເສຍຊີວິດ 4 ຄົນ ຍັງອີກຈຳນວນໜຶ່ງເສຍຊີວິດໃນກໍລະນີດຽວກັນ ແຕ່ພວກເຂົາບໍ່ລາຍງານໃຫ້ເຈົ້າໜ້າທີ່ຮັບຮູ້ ໂດຍສະເພາະແມ່ນຢູ່ພູແຮ້ ເຖິງແມ່ນວ່າກົດໝາຍວ່າດ້ວຍແຮ່ທາດ, ການໂຄສະນາ ແລະ ມາດຕະການຕ່າງໆແລ້ວກໍ່ຕາມ ກໍ່ຍັງມີການລະເມີດຂຸດຄົ້ນແຮ່ທາດຢູ່.
ໂອກາດນີ້, ທ່ານພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນຊີ້ນຳ:
– ເນັ້ນໃຫ້ກວດກາຄືນບັນດາໂຄງການຂຸດຄົ້ນແຮ່, ການເກັບພັນທະ, ກວດການ້ຳໜັກລົດຂົນແຮ່.
– ສືບຕໍ່ໂຄສະນາ ໂດຍສະເພາະແມ່ນຄຳສັ່ງ06 ແລະ ຄຳສັ່ງຂອງລັດຖະບານ ຜັນເປັນຄຳສັ່ງຂອງແຂວງ, ການລັກຂຸດຄົ້ນແຮ່ຄຳຕົກຂ້ອນໃຫ້ກວດກາ ຢຶດ ແລະ ເຂົ້າສູ່ລະບຽບການ.
– ສືບຕໍ່ຕິດຕາມ ກວດກາເປັນປົກກະຕິ, ບັນຫາລົດເຖື່ອນ, ລັກລອບຕັດໄມ້ ແລະ ການຄ້ານອກລະບົບໃຫ້ສືບຕໍ່ແກ້ໄຂ ຫັນເຂົ້າສູ່ລະບຽບກົດໝາຍ.
ໜັງສືພິມຊຽງຂວາງມີໄຊ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,537 | 21,814 |
![]() THB | 657.67 | 668.85 |
![]() EUR | 24,229 | 24,714 |
![]() CNY | 2,953 | 3,012 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 45,270,000 | 45,800,000 |
![]() | 44,715,000 | 45,909,000 |