
ອົງການປົກຄອງແຂວງອັດຕະປື ໄດ້ອະນຸຍາດໃຫ້ ບໍລິສັດ ຄູນຊັບຈະເລີນກໍ່ສ້າງ-ສ້ອມແປງຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເປັນຜູ້ສໍາປະທານ ພັດທະນາໂຄງການແຫລ່ງທ່ອງທ່ຽວ ເຂດອ່າງນໍ້າ ເຂື່ອນໄຟຟ້າເຊກະໝານ 1 ແລະ ສວນອະນຸສອນສະຖານລົດຕັງປາງສົງຄາມ ຢູ່ເຂດບ້ານຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ຄົບວົງຈອນ ໃນເນື້ອທີ່ດິນ 2 ເຮັກຕາ ທີ່ນອນໃນເນື້ອທີ່ສະຫງວນ 275 ເຮັກຕາ, ເຊິ່ງໄລຍະເວລາໃນການສຳປະທານ 30 ປີ ພິທີເຊັນສັນຍາສໍາປະທານ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2025.
ໂຄງການດັ່ງກ່າວ ມີເປົ້າໝາຍສຳຄັນເພື່ອພັດທະນາ ແລະ ປັບປຸງພື້ນທີ່ບໍລິເວນອ່າງນໍ້າ ເຂື່ອນໄຟຟ້າ ເຊກະໝານ 1 ແລະ ອະນຸສອນສະຖານລົດຕັງປາງສົງຄາມ ໃຫ້ກາຍເປັນແຫລ່ງທ່ອງທ່ຽວຄົບວົງຈອນ ທີ່ປະສົມປະສານຄວາມງາມຂອງທຳມະຊາດ ແລະ ປະຫວັດສາດຂອງທ້ອງຖິ່ນ ໂດຍຈະມີການກໍ່ສ້າງຈຸດຊົມວິວ, ສູນບໍລິການນັກທ່ອງທ່ຽວ, ການປັບປຸງເສັ້ນທາງ ໃຫ້ສະດວກສະບາຍໃນການເຂົ້າເຖິງ, ມີທີ່ພັກ ແລະ ຮ້ານອາຫານ ລວມເຖິງພື້ນທີ່ກິດຈະກຳທາງນໍ້າ ແລະ ເປັນບ່ອນສຶກສາຮຽນຮູ້ ທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງສວນອະນຸສອນສະຖານລົດຕັງປາງສົງຄາມ.
ພ້ອມນີ້, ຈະເປັນການສ້າງລາຍໄດ້ ແລະ ໂອກາດການຈ້າງງານ ໃຫ້ແກ່ປະຊາຊົນໃນພື້ນທີ່ ໂດຍໂຄງການຈະດຳເນີນການຕາມຫລັກການຄວາມຍືນຍົງ ໂດຍຄຳນຶງເຖິງສິ່ງແວດລ້ອມ ແລະ ວິຖີຊີວິດຂອງຊຸມຊົນ. ພາຍຫລັງໂຄງການສໍາເລັດ ຄາດວ່າຈະຊ່ວຍເພີ່ມຈໍານວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ແຂວງອັດຕະປື ໃຫ້ຫລາຍຂຶ້ນ ທັງເປັນການສ້າງລາຍໄດ້ໝູນວຽນພາຍໃນທ້ອງຖິ່ນຕື່ມອີກ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,537 | 21,814 |
![]() THB | 657.67 | 668.85 |
![]() EUR | 24,229 | 24,714 |
![]() CNY | 2,953 | 3,012 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 45,270,000 | 45,800,000 |
![]() | 44,715,000 | 45,909,000 |