jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 24 October, 2025

 

ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບປະທານາທິບໍດີສີຈິ້ນຜິງຂອງຈີນ ໃນລະຫວ່າງກອງປະຊຸມເອເປັກທີ່ເມືອງກະຢອງຈູ ເກົາຫຼີໃຕ້ ທ້າຍເດືອນຕຸລານີ້ການພົບປະເກີດຂຶ້ນທ່າມກາງແຮງກົດດັນຈາກຂໍ້ຂັດແຍ່ງທາງການຄ້າ ແລະ ການຂົ່ມຂູ່ຂອງທຣຳທີ່ຈະເພີ່ມພາສີສິນຄ້ານຳເຂົ້າຈາກຈີນອີກ 100% ຖ້າຈີນບໍ່ຜ່ອນຜັນການຄວບຄຸມການສົ່ງອອກແຮ່ຫາຍາກ.

Digital Marketing Agency in Laos - Emerging Digital Solutions

ລາຍລະອຽດຂ່າວ:

ທ່ານນາງແຄໂຣລີນ ລີວິດ ໂຄສົກທຳນຽບຂາວ ໄດ້ຢືນຢັນວ່າ ປະທານາທິບໍດີໂດນັລ ທຣຳ ຈະຈັດກອງປະຊຸມທະວິພາກີກັບປະທານາທິບໍດີສີຈິ້ນຜິງ ຜູ້ນຳຈີນ ໃນວັນທີ 30 ຕຸລານີ້ ທີ່ປະເທດເກົາຫຼີໃຕ້.  ການພົບກັນດັ່ງກ່າວຈະເກີດຂຶ້ນນອກກອບກອງປະຊຸມສຸດຍອດຜູ້ນຳເອເປັກ ເຊິ່ງຈັດຂຶ້ນທີ່ເມືອງກຢັອງຈູ ປະເທດເກົາຫຼີໃຕ້ ລະຫວ່າງວັນທີ 31 ຕຸລາ – 1 ພະຈິກ ແລະ ຖືເປັນການພົບປະກັນເທື່ອທຳອິດຂອງຜູ້ນຳສອງປະເທດເສດຖະກິດໃຫຍ່ທີ່ສຸດໃນໂລກ ນັບຕັ້ງແຕ່ທຣຳກັບຄືນມາດຳລົງຕຳແໜ່ງປະທານາທິບໍດີອີກຄັ້ງ.

ປະເດັນສຳຄັນ:

1. ພາສີສິນຄ້າຈີນ: ທຣຳໄດ້ຂົ່ມຂູ່ວ່າຈະເກັບພາສີເພີ່ມອີກ 100% ສຳລັບສິນຄ້ານຳເຂົ້າຈາກຈີນ ໂດຍຈະເລີ່ມໃນເດືອນພະຈິກ ຖ້າຈີນບໍ່ຜ່ອນຜັນການຄວບຄຸມການສົ່ງອອກແຮ່ຫາຍາກ.

2. ແຮ່ຫາຍາກ: ຈີນເຊິ່ງຄອບຄອງການຜະລິດແຮ່ຫາຍາກ ແລະ ວັດສະດຸສຳຄັນອື່ນໆ ໄດ້ອອກກົດລະບຽບຄວບຄຸມການສົ່ງອອກແຮ່ເຫຼົ່ານີ້ໃນເດືອນຕຸລາ ເຊິ່ງເປັນສ່ວນປະກອບສຳຄັນໃນເຕັກໂນໂລຊີທັນສະໄໝ ເຊັ່ນ: ລົດໄຟຟ້າ, ສະມາດໂຟນ ແລະ ອຸປະກອນທາງທະຫານຕ່າງໆ ເຊິ່ງເຮັດໃຫ້ສະຫະລັດບໍ່ພໍໃຈ.

3. ຢາເຟນທານິລ: ທຣຳລະບຸວ່າ ປະເດັນທີ່ສຳຄັນທີ່ສຸດທີ່ລາວຈະຖາມປະທານາທິບໍດີສີຈິ້ນຜິງ ແມ່ນເລື່ອງການລັກລອບຄ້າສານຕັ້ງຕົ້ນຂອງຢາເຟນທານິລ ເຊິ່ງເປັນຢາເສບຕິດທີ່ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍໃນສະຫະລັດ. ທຣຳກ່າວຫາວ່າຈີນກຳລັງພະຍາຍາມ “ຈັບໂລກເປັນຕົວປະກັນ” ແລະ ມີທ່າທີ “ເປັນສັດຕູຢ່າງຫຼວງຫຼາຍ”.

ຄວາມສຳຄັນ: ການພົບປະຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງຕໍ່ເສດຖະກິດໂລກ ເນື່ອງຈາກຂໍ້ຂັດແຍ່ງລະຫວ່າງສະຫະລັດ-ຈີນສົ່ງຜົນກະທົບຕໍ່ເສັ້ນທາງການຄ້າໂລກ ແລະ ຄວາມໝັ້ນຄົງດ້ານເຕັກໂນໂລຊີ.
ທຣຳກ່າວເຖິງການປະຊຸມຄັ້ງນີ້ດ້ວຍຄວາມຫວັງວ່າ “ຂ້ອຍຈະພົບກັບປະທານາທິບໍດີສີຂອງຈີນ ພວກເຮົາໄດ້ກຳນົດໃຫ້ມີການປະຊຸມທີ່ຄ່ອນຂ້າງຍາວນານ ພວກເຮົາສາມາດຈັດການຂໍ້ສົງໄສ ແລະ ຄຳຖາມຫຼາຍໆຢ່າງຂອງພວກເຮົາ ລວມທັງຊັບສິນອັນມະຫາສານຂອງພວກເຮົາໄດ້ພ້ອມກັນ ຂ້ອຍຄິດວ່າຈະມີບາງສິ່ງບາງຢ່າງສຳເລັດລຸລ່ວງໄປໄດ້”.

ການເດີນທາງຢ້ຽມຢາມເອເຊຍ:

ການຢ້ຽມຢາມເກົາຫຼີໃຕ້ຄັ້ງນີ້ເປັນສ່ວນໜຶ່ງຂອງການເດີນທາງຢ້ຽມຢາມເອເຊຍຂອງປະທານາທິບໍດີທຣຳ ເຊິ່ງເລີ່ມຕົ້ນດ້ວຍການເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ທີ່ປະເທດມາເລເຊຍໃນວັນທີ 26 ຕຸລານີ້.

ກຳນົດການພົບປະຜູ້ນຳໃນພາກພື້ນ. ນອກຈາກນີ້ ທຣຳຍັງມີກຳນົດການພົບປະກັບຜູ້ນຳສຳຄັນໃນພາກພື້ນ ປະກອບມີ:

 

  • ການປະຊຸມທະວິພາກີກັບນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ຊານາເອະ ທາກາອິຊິ
  • ການພົບປະກັບປະທານາທິບໍດີອີ ແຈ ມະຢອງ ຜູ້ນຳເກົາຫຼີໃຕ້ເຂົ້າຮ່ວມງານລ້ຽງອາຫານຄ່ຳສຳລັບຜູ້ນຳ

 

ຄວາມສຳຄັນຂອງການພົບປະ:

ການພົບກັນລະຫວ່າງທຣຳ ແລະ ສີຈິ້ນຜິງ ຖືເປັນການສົນທະນາໂດຍກົງຄັ້ງທຳອິດໃນຮອບຫຼາຍປີ ນັບຕັ້ງແຕ່ກອງປະຊຸມ G20 ໃນປີ 2019. ກ່ອນໜ້ານີ້ຜູ້ນຳທັງສອງເຄີຍສົນທະນາທາງໂທລະສັບຢ່າງໜ້ອຍ 3 ຄັ້ງໃນປີນີ້ ເຊິ່ງລວມເຖິງການເຈລະຈາກ່ຽວກັບຂໍ້ຕົກລົງການດຳເນີນງານຂອງ TikTok ໃນສະຫະລັດເມື່ອເດືອນກັນຍາທີ່ຜ່ານມາ.

ແຫຼ່ງຂ່າວຈາກ: BBC

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ