jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 24 October, 2025

 

ດ່ານພາສີສາກົນປາກຕາພານປະຕິບັດວຽກງານວິຊາສະເພາຕາມໜ້າທີ່ ແລະ ຂອບເຂດສິດໃນການຄຸ້ມຄອງການສົ່ງອອກ-ນຳເຂົ້າສິນຄ້າເຄື່ອງຂອງເພື່ອຈັດເກັບລາຍຮັບເຂົ້າ ງົບປະມານແຫ່ງລັດໃຫ້ບັນລຸຕາມແຜນການທີ່ວາງໄວ້.ທ່ານ ໂຢດ ພູມສະຫວັດຫົວໜ້າພາສີດ່ານສາກົນປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ໃຫ້ສຳພາດໃຫ້ຮູ້ວ່າ: ໃນໄລຍະ ປີ 2025 ໄດ້ຮັບແຜນຕົວເລກລາຍຮັບຈາກພາສີ ປະຈຳແຂວງ ມອບໝາຍໃຫ້ຈຳນວນ 10.200.000.000ກີບ, ແຕ່ປະຕິບັດຕົວຈິງສາມາດຈັດເກັບລາຍຮັບ ໄດ້ທັງໝົດ 13.651.901.600ກີບ, ເທົ່າກັບ 133.84% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເພີ່ມແມ່ນຂື້ນ 1.049.81% ຄິດເປັນເງິນ ເທົ່າກັບ 12.351.488.000ກີບ,ເຊິ່ງລາຍຮັບຕົ້ນຕໍໄດ້ມາຈາກການນຳເຂົ້າສິນຄ້າປະເພດເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ຊີ້ນສ່ວນອາໄຫຼ່, ເຄື່ອງ ອຸປະໂພກ-ບໍລິໂພກ, ຄ່າທຳນຽມ ແລະ ສິນຄ້າອື່ນໆ.

Digital Marketing Agency in Laos - Emerging Digital Solutions

 

ສາຍເຫດທີ່ເກີນແຜນແມ່ນຍ້ອນມີການນຳພາ-ຊີ້ນຳຈາກຄະນະພັກ, ຄະນະນຳຂັ້ນເທິງ, ສາຍຕັ້ງ ແລະ ສາຍຂວາງ ເວົ້າລວມ ເວົ້າສະເພາະ ກໍ່ຄືພາສີປະຈຳແຂວງ, ມີກົດໝາຍລະບຽບການເປັນເຄື່ອງມືໃນການຈັດຕັ້ງປະຕິບັດ,ນອກນັ້ນ ນຳໃຊ້ເຄື່ອງມືທີ່ທັນສະໄໝປະກອບເຂົ້າໃນການຄຸ້ມຄອງບໍລິການວຽກງານພາສີໃຫ້ມີຄວາມສະດວກວ່ອງໄວທັນກັບເວລາ, ສິ່ງສຳຄັນໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ເປັນບັນຫາສຳຄັນ ເພື່ອໃຫ້ພະນັກງານໄດ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນໃນອາຊີບ, ເອົາໃຈໃສ່ຕິດຕາມກວດກາ ແລະ ຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ ຜ່ານດ່ານຢ່າງເຂັ້ມງວດ.

 

ຄ່ຽງຄູ່ກັບຜົນສຳເລັດນັ້ນ ໃນ 3 ເດືອນທ້າຍປີ 2025 ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ, ຈັດຕັ້ງປະຕິບັດເຜີຍແຜ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ81/ສພຊ ໃຫ້ແກ່ພະນັກງານພາສີລວມທັງພາກທຸລະກິດໃຫ້ຮັບຮູ້ເຂົ້າໃຈ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານດ້ວຍການບຸກທະລຸການຫັນເປັນທັນສະໄໝໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະ, ເພື່ອຮັບປະກັນໃຫ້ສາມາດຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ໂປ່ງໃສ, ທັນກຳນົດເວລາ.

 

ທ່ານ ໂຢດ ພູມສະຫວັດ ໃຫ້ຮູ້ຕື່ມວ່າ: ໃນໂອກາດວັນຊາດທີ 2 ທັນວາ ຄົບ 50 ປີ ແລະວັນຄ້າຍເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີທີ່ຈະມາເຖີງໃນຕໍ່ໜ້ານີ້ ຕົນເອງຕາງໜ້າໃຫ້ການຈັດຕັ້ງ ແລະໃນນາມສ່ວນຕົວມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ມີວັນນີ້ ເນື່ອງຈາກວ່າ 50 ປີກ່ອນໜ້ານີ້ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງພວກຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງປ່າເຖື່ອນ, ບໍ່ໍມີສິດເສລີພາບ ແລະ ສີດທີພື້ນຖານ, ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາຂອງຈັກກະພັດຝຣັ່ງ, ໃນໄລຍະນັ້ນ ເສດຖະກິດພົບຄວາມຫຍຸ້ງຍາກ, ການສືກສາຈຳກັດ,ປະຊາຊົນສ່ວນຫຼາຍບໍ່ມີໂອກາດໃນການຮ່ຳຮຽນ, ພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ ແລະອື່ນໆ ບໍ່ໄດ້ຮັບການພັດທະນາ, ພາຍໃຕ້ການນຳພາຂອງຄະນະພັກແຄ້ວນລາວ, ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະພັກປະຊາຊົນປະຕິວັດລາວທີ່ນຳພາໂດຍ ປະທານ ໄກສອນພົມວີຫານ ຜູ້ນຳພາໃນການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ຜູ້ນຳທ່ານອື່ນໆ.

 

ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ທຸກມື້ນີ້, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ຂໍອ່ວຍພອນໄຊມາຍັງທ່ານການນຳພັກ-ພັກລັດທຸກຂັ້ນ, ພະນັກງານ,ທະຫານຕຳຫຼວດ,ຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າ, ໂດຍສະເພາະການນຳຂັ້ນແຂວງ, ເມືອງ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ມີຄວາມຜາສຸກ ນຳພາປະຊາຊົນລາວເປັນຕົ້ນ ແມ່ນແຂວງສາລະວັນກ້າວຂື້ນຢ່າງບໍ່ຢຸດຢັ້ງ.

 

 

ຂຽນໂດຍ:ຄຳສອນ ແກ້ວບຸນທະວົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ