jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 24 October, 2025

 

ລາຄາທອງຄຳດີດຂຶ້ນກວ່າ 1% ຫຼັງຕົກລົງຢ່າງແຮງສອງວັນຕິດ ຈັບຕາຂໍ້ມູນເງິນເຟີ້ ແລະ ມາດຕະການຄວໍ່າບາດ

Digital Marketing Agency in Laos - Emerging Digital Solutions

ຣອຍເຕີ ລາຍງານວ່າລາຄາທອງຄຳປັບຕົວສູງຂຶ້ນກວ່າ 1% ໃນວັນພະຫັດທີ່ 23 ຕຸລາ 2025 ຫຼັງຈາກປັບຕົວຫຼຸດລົງຕໍ່ເນື່ອງສອງມື້ ດ້ວຍແຮງຫນູນຈາກຄວາມສ່ຽງທາງພູມິລັດຖະສາດທີ່ເພີ່ມຂຶ້ນ ເຊິ່ງສົ່ງຜົນຕໍ່ຄວາມຕ້ອງການຊັບສິນປອດໄພ ຂະນະທີ່ນັກລົງທຶນກຳລັງຈັບຕາຂໍ້ມູນເງິນເຟີ້ທີ່ສຳຄັນຂອງສະຫະລັດ ເຊິ່ງຈະປະກາດໃນວັນສຸກນີ້. ອັບເດດຫຼ້າສຸດເຊົ້ານີ້ທອງຄຳກັບມາຫຼຸດລົງເລັກນ້ອຍ.

ລາຄາທອງຄຳໃນຕະຫຼາດ:

ລາຄາທອງຄຳຕະຫຼາດສະປອດ (Spot Gold) ປັບຕົວເພີ່ມຂຶ້ນ 1% ຢູ່ທີ່ 4,132.76 ໂດລາສະຫະລັດຕໍ່ອອນສ໌ ນະເວລາ 13:49 ນ. ຕາມເວລາຕາເວັນອອກສະຫະລັດ (17:48 GMT) ຫຼັງຈາກຕົກລົງແຕະລະດັບຕ່ຳສຸດໃນຮອບເກືອບສອງອາທິດໃນວັນກ່ອນໜ້ານີ້.

ຂະນະທີ່ສັນຍາທອງຄຳລ່ວງໜ້າສະຫະລັດສຳລັບສົ່ງມອບເດືອນທັນວາ (Gold Futures) ປິດຕະຫຼາດພຸ່ງສູງຂຶ້ນ 2% ທີ່ 4,145.60 ໂດລາສະຫະລັດຕໍ່ອອນສ໌.

ລາຄາທອງຄຳເຮັດສະຖິຕິສູງສຸດໃໝ່ທີ່ 4,381.21 ໂດລາໃນວັນຈັນ ແຕ່ກໍ່ປັບຕົວຫຼຸດລົງແຮງທີ່ສຸດໃນຮອບ 5 ປີໃນວັນຖັດມາ.

ປັດໃຈທີ່ຫນູນລາຄາທອງຄຳ:

“ປັດໃຈພື້ນຖານທັງໝົດທີ່ຜັກດັນລາຄາທອງຄຳໃຫ້ສູງຂຶ້ນໃນປີນີ້ຍັງຄົງຢູ່ຄົບຖ້ວນ ມີການເຂົ້າຊື້ໃນຈັງຫວະທີ່ລາຄາຫຼຸດລົງ ແລະ ອາດມີແຮງຫນູນເພີ່ມຈາກການຄ້າຂາຍ ແລະ ຄວາມຕຶງຄຽດທາງພູມິລັດຖະສາດທີ່ດັນລາຄາຂຶ້ນໃນມື້ນີ້” ປີເຕີ ແກຣນທ໌ ຮອງປະທານ ແລະ ນັກຍຸດທະສາດໂລຫະອາວຸໂສຂອງ Zaner Metals ກ່າວ.

ລາຄາທອງຄຳປັບຕົວເພີ່ມຂຶ້ນປະມານ 57% ຕະຫຼອດປີນີ້ ໂດຍມີແຮງຫນູນຈາກຄວາມຕຶງຄຽດທາງພູມິລັດຖະສາດ, ຄວາມບໍ່ແນ່ນອນທາງເສດຖະກິດ, ຄວາມຄາດຫວັງການຫຼຸດອັດຕາດອກເບ້ຍ ແລະ ການຊື້ທອງຄຳຢ່າງຕໍ່ເນື່ອງຈາກທະນາຄານກາງຂອງຫຼາຍປະເທດ.

ມາດຕະການຄວໍ່າບາດໃໝ່ ແລະ ນະໂຍບາຍການສົ່ງອອກ:

ປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ເມື່ອວັນພຸດໄດ້ປະກາດຄວໍ່າບາດຣັດເຊຍເປັນຄັ້ງທຳອິດໃນສະໄໝທີ່ສອງຂອງລາວເພື່ອຢຸດສົງຄາມຣັດເຊຍ-ຢູເຄຣນ ໂດຍມຸ່ງເປົ້າໄປທີ່ບໍລິສັດນ້ຳມັນ Lukoil ແລະ Rosneft. ຂະນະດຽວກັນ ລັດຖະບານກຳລັງພິຈາລະນາແຜນຈຳກັດການສົ່ງອອກຊອບແວຫຼາຍປະເພດໄປຍັງຈີນ ເພື່ອຕອບໂຕ້ການຄວບຄຸມການສົ່ງອອກແຮ່ຫາຍາກຂອງຈີນຫຼ້າສຸດ.

ຈັບຕາຂໍ້ມູນເງິນເຟີ້ ແລະ ການປະຊຸມເຟດ:

ຂະນະນີ້ນັກລົງທຶນໃຫ້ຄວາມສົນໃຈກັບລາຍງານດັດຊະນີລາຄາຜູ້ບໍລິໂພກຂອງສະຫະລັດໃນວັນສຸກ ເຊິ່ງອາດເປັນສັນຍານບົ່ງຊີ້ເງິນເຟີ້ທີ່ຊັດເຈນທີ່ສຸດສຳລັບທະນາຄານກາງສະຫະລັດ ກ່ອນການປະຊຸມກຳນົດນະໂຍບາຍອາທິດໜ້າ ໂດຍຕະຫຼາດຄາດວ່າເງິນເຟີ້ພື້ນຖານຈະຄົງຕົວຢູ່ທີ່ 3.1% ໃນເດືອນກັນຍາ.

ຕະຫຼາດໄດ້ຄາດການໄວ້ແລ້ວວ່າຈະມີການປັບຫຼຸດອັດຕາດອກເບ້ຍລົງ 0.25% ແລະ ຄາດວ່າອາດມີການປັບຫຼຸດອີກຄັ້ງໃນເດືອນທັນວາ ທັງນີ້ຕາມຂໍ້ມູນຂອງເຄື່ອງມືຕິດຕາມເຟດ.

ທອງຄຳເຊິ່ງເປັນຊັບສິນທີ່ບໍ່ໃຫ້ຜົນຕອບແທນເປັນດອກເບ້ຍ ມັກໄດ້ຮັບປະໂຫຍດໃນຊ່ວງອັດຕາດອກເບ້ຍຕ່ຳ.

ແນວໂນ້ມລາຄາທອງ ແລະ ຕະຫຼາດໂລຫະມີຄ່າອື່ນໆ:

JP Morgan ຄາດການວ່າລາຄາທອງຄຳອາດແຕະລະດັບສະເລ່ຍທີ່ 5,055 ໂດລາຕໍ່ອອນສ໌ໃນໄຕຣມາດທີ່ສີ່ຂອງປີ 2026 ໂດຍຕັ້ງສົມມຸດຖານວ່າຄວາມຕ້ອງການຈາກນັກລົງທຶນ ແລະ ການຊື້ຂອງທະນາຄານກາງຈະຢູ່ທີ່ປະມານ 566 ໂຕນຕໍ່ໄຕຣມາດໃນປີໜ້າ.

ໃນສ່ວນຂອງໂລຫະມີຄ່າອື່ນໆ: ລາຄາເງິນຕະຫຼາດສະປອດປັບຕົວເພີ່ມຂຶ້ນ 1.1% ຢູ່ທີ່ 49.07 ໂດລາຕໍ່ອອນສ໌, ແພທທິນຳເພີ່ມຂຶ້ນ 0.5% ທີ່ 1,629.44 ໂດລາ, ຂະນະທີ່ແພລເລເດຍມປັບຕົວເພີ່ມຂຶ້ນ 0.4% ທີ່ 1,453.90 ໂດລາຕໍ່ອອນສ໌.

ອັບເດດລາຄາເຊົ້ານີ້ (24 ຕຸລາ 2025):

ບລູມເບີກ ລາຍງານວ່າລາຄາທອງຄຳຕະຫຼາດສະປອດຫຼຸດລົງ 0.4% ມາຢູ່ທີ່ 4,111.40 ໂດລາຕໍ່ອອນສ໌ ນະເວລາ 07:30 ນ. ຕາມເວລາທີ່ສິງກະໂປ. ໂລຫະເງິນເຊິ່ງເຮັດສະຖິຕິສູງສຸດເມື່ອອາທິດທີ່ແລ້ວກໍ່ຕົກລົງເຊັ່ນກັນ ແລະ ມີແນວໂນ້ມຫຼຸດລົງປະມານ 6% ຕໍ່ອາທິດ. ໂດລາຢູ່ນິ່ງ ໂດຍດັດຊະນີບລູມເບີກໂດລາສະປອດຄົງຕົວ. ແພລເລເດຍມແທບບໍ່ມີການປ່ຽນແປງ ແລະ ແພທທິນຳປັບຕົວຫຼຸດລົງເລັກນ້ອຍ.

ລາຄາທອງຄຳກຽມຢຸດສະຖິຕິການຂຶ້ນຕິດຕໍ່ກັນ 9 ອາທິດ ຫຼັງຈາກການປັບຖານຢ່າງໜັກ ເນື່ອງຈາກນັກລົງທຶນປະເມີນການຟື້ນຕົວຂອງລາຄາທອງຄຳທີ່ຜັກດັນໃຫ້ລາຄາພຸ່ງສູງຂຶ້ນຈົນເຂົ້າສູ່ເຂດທີ່ຮ້ອນແຮງເກີນໄປ.

ສຳນັກຂ່າວບລູມເບີກ ຫຼ້າສຸດລາຍງານວ່າເຊົ້າວັນສຸກ ລາຄາທອງຄຳແທ່ງຫຼຸດລົງເລັກນ້ອຍມາຢູ່ທີ່ເກືອບ 4,110 ໂດລາຕໍ່ອອນສ໌ ມີແນວໂນ້ມຫຼຸດລົງຫຼາຍກວ່າ 3% ໃນອາທິດນີ້. ນັກລົງທຶນຍັງຄົງພິຈາລະນາແນວໂນ້ມຄວາມສຳພັນລະຫວ່າງສະຫະລັດ ແລະ ຈີນທີ່ດີຂຶ້ນ ໂດຍທຳນຽບຂາວຢືນຢັນວ່າປະທານາທິບໍດີໂດນັລ ທຣຳ ແລະ ປະທານາທິບໍດີສີຈິ້ນຜິງຈະມີການປະຊຸມກັນໃນອາທິດໜ້າ ເພື່ອພະຍາຍາມຄລີ່ຄາຍສົງຄາມການຄ້າທີ່ກຳລັງຄຸກຄາມ. ຂໍ້ຕົກລົງດັ່ງກ່າວຈະຊ່ວຍບັນເທົາຄວາມຕຶງຄຽດທາງພູມິລັດຖະສາດບາງສ່ວນທີ່ສົ່ງຜົນໃຫ້ມີຄວາມຕ້ອງການຊັບສິນປອດໄພ ເຊັ່ນ ທອງຄຳເພີ່ມຂຶ້ນຫຼາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ