
ພົບສົບຮ້ອຍໂທ ເຄນສີ ບຸນຍາເວດ ທີ່ຫາຍຕົວຢ່າງປິດສະໜາແລ້ວ ອີງຕາມການແບ່ງປັນໂພສຂອງຜູ້ໃຊ້ເຟສບຸກຊື່ວ່າຕຸກຕາ ດວງດາລາ ເຊິ່ງເປັນເມຍຂອງ ຂອງຮ້ອຍໂທ ເຄນສີ ບຸນຍາເວດ ເຈົ້າໜ້າທີ່ຕຳຫຼວດ ທີ່ໄດ້ປະຕິບັດພະລາກິດ ໃນຊ່ວງທ້າຍເດືອນ ສິງຫາ 2025 ຜ່ານມາ, ກ່ອນທີ່ຜູ້ກ່ຽວຈະຫາຍໂຕໄປຢ່າງໄຮ້ຮ່ອງຮອຍ ຈົນຮອດປັດຈຸບັນເວລາລວມ 2 ເດືອນກວ່າ.
ເຊິ່ງຫຼ້າສຸດ ວັນທີ 26/10/2025, ເມຍຂອງຜູ້ກ່ຽວໄດ້ໂພສມີເນື້ອຫາວ່າ: ຂໍແຈ້ງຂ່າວມໍລະນະກຳໝູ່ເພື່ອນທຸກຄົນ ໃຜຢາກມາຮ່ວມກິນທານແມ່ນມື້ອື່ນໄດ້ສົ່ງສະການ ສະຖານທີ່ສຸສານ ບ້ານເລົ່າງົວ ຂ້າງໂຮງຮຽນ ມສ ຫົວນາ ຂໍໃຫ້ເຈົ້າຂື້ນສະຫັວນຊັ້ນຟ້າເດີ້ພໍ່ຊ້າເດີ້ບໍ່ໄຫ້ຫ່ວງເດີ້ລູກຂ້ອຍຈະເບີ່ງແທນເຈົ້າເອງ (ແຕ່ໃນເບື້ອງຕົ້ນໂພສດັ່ງກ່າາວບໍ່ໄດ້ລະບຸສະຖານທີ່ກາບພົບເຫັນແຕ່ຢ່າງໃດ).
ຈາກການໂພສຂອງຜູ້ເປັນເມຍເຮັດໃຫ້ສື່ສັງຄົມອອນລາຍເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ບາງຄວາມຄິດເຫັນກໍສະແດງຄວາມເສຍໃຈ ບາງຄວາມຄິດເຫັນໄດ້ຖາມວ່າ: ເຫັນຢູ່ໃສ, ຄືເຮັດພິທີໄວແທ້ ບໍ່ມີການສືບສວນຕື່ມຫວາ, ແລະ ຂໍໃຫ້ດວງວິນຍານໄປສູ່ສຸກຂະຕິເປັນຕົ້ນ.
ສ່ວນຂໍ້ມູນ ແລະ ລາຍລະອຽດລໍຖ້າເຈົ້າໜ້າທີ່ລາຍງານເພີ່ມເຕີມ ແລ້ວຈະມາແຈ້ງໃຫ້ຊາບພາຍຫຼັງ.
ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














