
ໃນວັນທີ 24 ຕຸລາ 2025 ຜ່ານມາ ຢູ່ທີ່ຫ້ອງປະຊຸມທັນສະໄໝ, ກະຊວງການເງິນ ໄດ້ມີກອງປະຊຸມທາງ ໄກ ການຈັບຄູ່ກຸ່ມກະສິກໍາ, ປ່າໄມ້ ແລະ ການຫຼຸດຜ່ອນຄວາມທຸກ ຍາກ ຂອງກອງປະຊຸມ ຄັ້ງທີ 15 ຄະນະປະສານ ງານພາກເໜືອລາວ-ແຂວງຢຸນນານ ທີ່ໄດ້ຈັດຂື້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ບຸນເດດ ສຸດທະວິ ໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ທ່ານ ຈ່ຽງ ຊິງມິງ ຮອງຫົວໜ້າພະແນກກະສິກຳ ແລະ ຊົນນະບົດ ແຂວງຢຸນນານ ສປ ຈີນ, ໂດຍ ມີຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຜົນຂອງ ການຈັດ ຕັ້ງປະຕິບັດວຽກ ງານການຮ່ວມມື ດ້ານກະສິກຳ, ປ່າໄມ້ ແລະ ຫຼຸດຜ່ອນຄວາມທຸກຍາກ ໃນລະຍະ 1 ປີ ຜ່ານມາຂອງທັງສອງຝ່າຍ, ພ້ອມທັງແລກປ່ຽນຄຳຄິດເຫັນ, ສະເໜີການປັບປຸງຂໍ້ຄົງຄ້າງ ແລະ ແຜນການຮ່ວມມືໃນຕໍ່ໜ້າ.
ຜ່ານການປຶກສາຫາລືແລກປ່ຽນຂອງຄະນະຜູ້ແທນທັງສອງຝ່າຍ ທັງສອງຝ່າຍໄດ້ຮັບຊາບຜົນຂອງ ການຈັດຕັ້ງປະຕິບັດວຽກງານຮ່ວມມືລະຫວ່າງສອງຝ່າຍ ແລະ ໄດ້ຕົກລົງເປັນເອກະພາບໃນບາງປະເດັນສໍາຄັນ ເຊັ່ນ:
1) ສືບຕໍ່ຊຸກຍູ້ສົ່ງເສີມບັນດາບໍລິສັດ ແລະ ສະຖາບັນຄົ້ນຄວ້າ ທີ່ມີທ່າແຮງທາງດ້ານເຕັກໂນໂລຊີ ແລະ ການລົງທຶນ ໃນການຜະລິດກາເຟ ແລະ ຢາສະໝຸນໄພຈີນ (ລວມທັງຜະລິດຕະພັນອາຫານ ແລະ ຢາ) ໂດຍການຂະ ຫຍາຍການຜະລິດລວມທັງການສ້າງຕັ້ງໂຮງງານປຸງແຕ່ງ ຈາກພາກໃຕ້ໄປສູ່ພາກເໜືອ.
2) ສົ່ງເສີມການນຳເຂົ້າຜະລິດຕະພັນກະສິກຳ ແລະ ລ້ຽງສັດ ຂອງ ສປປ ລາວ ທີ່ມີຄຸນນະພາບສູງເຂົ້າສູ່ຕະ ຫຼາດ ສປຈີນ ໂດຍຜ່ານແຂວງຢຸນນານ ໂດຍການຍົກລະດັບວຽກງານ ກັກກັນພືດ, ປ້ອງກັນພະຍາດຂ້າມຜ່ານຊາຍ ແດນ.
3)ຄວບຄຸມການລັກລອບຄ້າຂາຍສັດປ່າ ແລະ ການຕັດໄມ້ທໍາລາຍປ່າເຂດຊາຍແດນ ແລະ ປ້ອງກັນໄຟ ລາມປ່າ.
4)ສົ່ງເສີມການກໍ່ສ້າງ ສູນຄົ້ນຄ້ວາວິໄຈຢາງພາລາ ແລະ ພືດກະສິກໍາ ຮ່ວມມື ລາວ-ຈີນ (ຢຸນນານ) ຂອງ ສປປ ລາວ.
5)ເພີ່ມທະວີການຮ່ວມມື ແລະ ແລກປ່ຽນກ່ຽວກັບວຽກງານການພັດທະນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ.
ຜົນຂອງກອງປະຊຸມດັ່ງກ່າວ ຈະໄດ້ລາຍງານໃນກອງປະຊຸມຄະນະປະສານງານພາກເໜືອລາວ-ແຂວງຢູນນານ ລະຫວ່າງການນໍາຂັ້ນສູງຂອງ ສປປ ລາວ ແລະ ແຂວງຢຸນນານ ທີ່ຄາດວ່າຈະໄດ້ຈັດຂື້ນໃນຕົ້ນເດືອນພະຈິກນີ້. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ສ້າງບົດບັນທຶກກອງປະຊຸມ ເພື່ອເປັນບ່ອນອີງໃຫ້ແກ່ຄະນະປະສານງານທັງ ສອງຝ່າຍ ໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຮ່ວມມືດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ພາບ-ຂ່າວ ໂດຍ: ເຂັມມະໄລ ສົນດາວັນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














