
ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊິີຍມາຍັງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງປະທານທະນາຄານໂລກຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ແລະ ທະນາຄານໂລກ ຕະຫຼອດໄລຍະ 60 ກວ່າປີ ຜ່ານມາ, ໂດຍສະເພາະໃນການຈັດຕັ້ງປະຕິບັດຂອບການຮ່ວມມືຂອງປະເທດ (Country Partnership Frameworks ຫຼື CPFs) ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ແກ້ໄຂສິ່ງທ້າທາຍໃນຂົງເຂດຕ່າງໆຂອງ ສປປ ລາວ ເປັນຕົ້ນແມ່ນ ການອໍານວຍຄວາມສະດວກທາງດ້ານທຸລະກິດ ແລະ ການຄ້າ, ວຽກງານສາທາ ລະນະສຸກ, ສຶກສາທິການ ແລະ ການປົກປັກຮັກສາສິ່ງແວດລ້ອມ ຊຶ່ງລ້ວນແຕ່ສອດຄ່ອງກັບນະໂຍ ບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ແຕ່ລະໄລຍະ.
ພ້ອມກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະເໜີໃຫ້ທະນາຄານໂລກສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສປປ ລາວ ເພື່ອກະກຽມຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຄັ້ງທີ 10 (2026-2030) ແລະ ການກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026, ລວມເຖິງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ຮອດປີ 2030 ແລະ ການແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາລະເບີດບໍ່ທັນແຕກທີ່ສົ່ງຜົນກະທົບຕໍ່ການພັດທະນາຂອງ ສປປ ລາວ, ການພັດທະນາພື້ນຖານໂຄງລ່າງທີ່ສຳຄັນ, ການຫັນເປັນດີຈີຕອນ, ການພັດທະນາຊັບພະຍາກອນມະນຸດ ແລະ ການບໍລິຫານພາກລັດໃຫ້ເຂັ້ມແຂງ, ການສົ່ງເສີມການເຂົ້າເຖິງການເງິນສີຂຽວສໍາລັບໂຄງການພະລັງງານສະອາດ, ການ ອະນຸລັກປ່າໄມ້ ແລະ ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.
ໃນໂອກາດດຽວກັນນີ້, ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ ກໍໄດ້ຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ທີ່ມີທ່າຂະຫຍາຍຕົວເປັນກ້າວໆ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຕັ້ງໃຈຂອງ ສປປ ລາວ ໃນການກະກຽມເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ພ້ອມທັງຢືນຢັນວ່າ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະບໍ່ສົງຜົນກະທົບຕໍ່ການສະໜັບສະໜູນຂອງທະນາຄານໂລກຕໍ່ ສປປ ລາວ ແລະ ທະນາຄານໂລກຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືພາຍໃຕ້ຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານໂລກໃນຕໍ່ໜ້າ.
(ຂ່າວ: ກຕທ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














