jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 27 October, 2025

 

ລາຄາຄຳວັນນີ້ (27 ຕຸລາ) ຫຼຸດລົງຈາກແຮງກົດດັນຂອງຄ່າເງິນໂດລາທີ່ແຂງຄ່າຂຶ້ນ ແລະ ສັນຍານການຄຼີຄຼາຍຄວາມຕຶງຄຽດທາງການຄ້າລະຫວ່າງສະຫະລັດ–ຈີນ

Digital Marketing Agency in Laos - Emerging Digital Solutions

ລາຄາຄຳວັນນີ້ (27 ຕຸລາຄົມ) ຫຼຸດລົງຈາກແຮງກົດດັນຂອງຄ່າເງິນໂດລາທີ່ແຂງຄ່າຂຶ້ນ ແລະ ສັນຍານການຄຼີຄຼາຍຄວາມຕຶງຄຽດທາງການຄ້າລະຫວ່າງສະຫະລັດ–ຈີນ ເຊິ່ງຫຼຸດຄວາມຕ້ອງການໃນສິນຊັບປອດໄພຢ່າງຄຳ ໃນຂະນະທີ່ນັກລົງທຶນລໍຖ້າທ່າທີຈາກການປະຊຸມທະນາຄານກາງຫຼັກທີ່ຈະມີຂຶ້ນພາຍໃນສັບປະດານີ້ ເພື່ອຫາສັນຍານເພີ່ມເຕີມດ້ານນະໂຍບາຍການເງິນ.

ສະຖານະການລາຄາຄຳ

ລາຄາຄຳສະປອດ ຫຼຸດລົງ 0.7% ຢູ່ທີ່ 4,082.77 ໂດລາຕໍ່ອອນສ໌ ນະເວລາ 01:58 ຕາມເວລາທ້ອງຖິ່ນ ໃນຂະນະທີ່ สັນຍາຄຳລ່ວງໜ້າສະຫະລັດ ສົ່ງມອບເດືອນທັນວາ ຫຼຸດລົງ 1% ມາຢູ່ທີ່ 4,095.80 ໂດລາ.
ການເຈລະຈາສະຫະລັດ–ຈີນ

ເມື່ອວັນອາທິດທີ່ຜ່ານມາ ເຈົ້າໜ້າທີ່ເສດຖະກິດລະດັບສູງຂອງຈີນ ແລະ ສະຫະລັດ ໄດ້ຫາລືກອບຂໍ້ຕົກລົງທາງການຄ້າ ເພື່ອໃຫ້ປະທານາທິບໍດີໂດນັລ ທຣຳ ແລະ ປະທານາທິບໍດີສີ ຈິ້ນຜິງ ຕັດສິນໃຈໃນຊ່ວງປາຍສັບປະດານີ້.

ນັກວິເຄາະຄາດການວ່າ ຂໍ້ຕົກລົງທາງການຄ້າທີ່ອາດເກີດຂຶ້ນລະຫວ່າງສະຫະລັດ ແລະ ຈີນນີ້ ຖືເປັນສິ່ງທີ່ເກີດຂຶ້ນໂດຍບໍ່ຄາດຄິດ ແລະ ເປັນຂ່າວເຊີງບວກຕໍ່ພາບລວມຕະຫຼາດຢ່າງກວ້າງຂວາງ ແຕ່ໃນອີກດ້ານໜຶ່ງກໍເປັນປັດໄຈລົບຕໍ່ລາຄາຄຳ.
ກອງທຶນ SPDR Gold Trust

ກອງທຶນ SPDR Gold Trust ເຊິ່ງເປັນກອງທຶນ ETF ຄຳທີ່ໃຫຍ່ທີ່ສຸດໃນໂລກ ລາຍງານວ່າປະລິມານການຖືຄອງຄຳຫຼຸດລົງ 0.52% ເຫຼືອ 1,046.93 ໂຕນ ເມື່ອວັນສຸກ ຈາກ 1,052.37 ໂຕນໃນວັນພະຫັດ.
ຕະຫຼາດໂລຫະມີຄ່າຊະນິດອື່ນ

ເງິນສະປອດ ຫຼຸດລົງ 0.3% ຢູ່ທີ່ 48.42 ໂດລາຕໍ່ອອນສ໌
ແພລທິນັມ ເພີ່ມຂຶ້ນ 0.1% ສູ່ລະດັບ 1,607.24 ໂດລາ
ພັລລາເດຍມ ຫຼຸດລົງ 0.2% ມາຢູ່ທີ່ 1,426.06 ໂດລາ

ແນວໂນ້ມຄຳໃນອະນາຄົດ

ໃນຂະນະທີ່ແຮງເກັງກຳໄລໃນຕະຫຼາດໄດ້ຫຼຸດລົງໄປຫຼາຍແລ້ວ ແລະ ພາວະຄວາມເຊື່ອໝັ້ນກຳລັງກັບສູ່ສົມດຸນ ເຫດຜົນທີ່ຄຳຍັງຄົງໄດ້ຮັບແຮງໜູນ ມາຈາກແນວໂນ້ມຂອງນະໂຍບາຍການຄັງ ແລະ ການເງິນແບບຜ່ອນຄາຍໃນອະນາຄົດ. ຫາກສະຖານະການຍັງຄົງເປັນເຊັ່ນນີ້ ແນວໂນ້ມຂາຂຶ້ນຂອງຄຳກໍມີໂອກາດຄົງຢູ່ຕໍ່ໄປ.

ການປະຊຸມທະນາຄານກາງສະຫະລັດ

ມີການປະເມີນວ່າທະນາຄານກາງສະຫະລັດມີແນວໂນ້ມສູງທີ່ຈະປັບຫຼຸດອັດຕາດອກເບ້ຍລົງ 0.25% ໃນການປະຊຸມວັນພຸດນີ້ (29 ຕຸລາຄົມ) ເຊິ່ງໄດ້ຮັບແຮງສະໜັບສະໜູນຈາກລາຍງານເງິນເຟີ້ທີ່ອອກມາຕ່ຳກວ່າຄາດເມື່ອວັນສຸກທີ່ຜ່ານມາ.
ທັງນີ້ ຕະຫຼາດໄດ້ສະທ້ອນຄວາມຄາດຫວັງຕໍ່ການຫຼຸດດອກເບ້ຍຄັ້ງນີ້ໄປແລ້ວ ແລະ ລໍຖ້າຖ້ອຍແຖລງຈາກປະທານເຟດ ເຈີໂຣມ ພາວເວລ ກ່ຽວກັບທິດທາງນະໂຍບາຍໃນອະນາຄົດ.

 

ສະຫຼຸບ: ລາຄາຄຳຢູ່ພາຍໃຕ້ແຮງກົດດັນຈາກຄ່າເງິນໂດລາທີ່ແຂງຄ່າ ແລະ ສັນຍານທາງບວກຈາກການເຈລະຈາການຄ້າສະຫະລັດ-ຈີນ ແຕ່ຍັງມີແຮງສະໜັບສະໜູນຈາກນະໂຍບາຍການເງິນທີ່ຜ່ອນຄາຍໃນໄລຍະຍາວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ຢ່າລື່ມກົດຕິດຕາມ