jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 27 October, 2025
ໝວດ: ຂ່າວ

 

ຂປລ. ໃນວັນທີ 27 ຕຸລາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ຟ້າມ ມິງ ຈິງ ນາຍຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນວັນທີ 26-87 ຕຸລາ 2025.

Digital Marketing Agency in Laos - Emerging Digital Solutions

 

 

ໃນໂອກາດນີ້, ສາມນາຍຍົກລັດຖະມົນຕີ ຕ່າງກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະສາມຝ່າຍ ລະຫວ່າງ ລາວ-ຫວຽດນາມ-ກໍາປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ ສາກົນ, ເປັນການສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງ ລາວ, ຫວຽດນາມ ແລະ ກໍາປູເຈຍ. ພ້ອມນີ້, ສາມນາຍຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດການພົບປະສາມລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 15 ຕຸລາ ທີ່ຜ່ານມາ, ພ້ອມທັງໄດ້ສຳ ເລັດການຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ.

 

 

ພ້ອມກັນນັ້ນ, ສາມນາຍຍົກລັດຖະມົນຕີ ໄດ້ລົງເລິກປຶກສາຫາລື ແລະ ເຫັນດີຊຸກຍູ້ການຮ່ວມມືລະຫວ່າງສາມປະເທດ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ພະລັງງານ ແລະ ຂົງເຂດອື່ນໆ, ໂດຍສະເພາະ ການຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວ ລະ ຫວ່າງສາມປະເທດ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ແລກປ່ຽນທັດສະນະກ່ຽວກັບ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ຈໍານວນໜຶ່ງ.

 

 

ໃນຕອນທ້າຍ, ສາມນາຍຍົກລັດຖະມົນຕີ ເຫັນດີໃຫ້ສາມປະເທດ ສືບຕໍ່ຮ່ວມມືກັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາມຊາດ ໃຫ້ສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ແລະ ມິດຕະພາບ ລະຫວ່າງ ສາມປະເທດ ທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກຳປູເຈຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ຢ່າລື່ມກົດຕິດຕາມ