jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 28 October, 2025
ໝວດ: ຂ່າວ

 

ຂປລ. ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫລົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ້ງລຸ່ມນີ້:

Digital Marketing Agency in Laos - Emerging Digital Solutions

 

 

ໃນນາມຕາງໜ້າກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ແຫ່ງ ຣາຊະອານາຈັກໄທ.

 

 

ການຈາກໄປຂອງ ພະອົງ ເປັນການສູນເສຍອັນໃຫຍ່ຫລວງ ແລະ ບໍ່ມີສິ່ງໃດທົດແທນໄດ້ ສໍາລັບປະຊາຊົນໄທທຸກຖ້ວນໜ້າ ແລະ ຍັງເປັນການສູນເສຍຍາດມິດທີ່ສຳຄັນ ຂອງ ປະຊາຊົນລາວ. ພະອົງປ່ຽມລົ້ນໄປດ້ວຍຄວາມມີພະໄທ ຕໍ່ຄວາມສໍາພັນຖານບ້ານໃກ້ເຮືອນຄຽງທີ່ດີ ຕໍ່ ສປປ ລາວ ແລະ ຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ-ໄທ ຕະ ຫລອດມາ.

 

 

ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະບໍລົມວົງສານຸວົງທຸກພະອົງ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ປະຊາຊົນຊາວໄທ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ຈົ່ງໄປສູ່ສຸຄະຕິ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ