
ກຸ່ມບໍລິສັດ ສຽນເສີງ ຈຳກັດ ສະໜັບສະໜູນທີມນັກກິລາເຕະບານ ທີມຍິງ-ຊາຍ ແລະ ຟຸດຊໍ ເຈົ້າພາບນະຄອນຫຼວງວຽງຈັນ (ນວ) 500 ລ້ານກີບ ກຽມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ພິທີມອບ-ຮັບການສະໜັບສະໜູນໄດ້ຈັດຂຶ້ນໃນວັນທີ 27 ພະຈິກ ນີ້ ທີ່ສຳນັກງານ ນວ, ກ່າວມອບໂດຍທ່ານ ຕິງຕິງ ປະທານບໍລິສັດ ສຽນເສີງ ຈຳກັດ ແລະ ກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານນະຄອນຫຼວງວຽງຈັນ ເກມ 2025, ມີທ່ານ ຄຳໃສ ທອງປະເສີດ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຄຳໃສ ທອງປະເສີດ ໃຫ້ຮູ້ວ່າ: ເນື່ອງຈາກກິລາເຕະບານ ເປັນກິລາຍອດນິຍົມ ຕ້ອງໄດ້ມີການກະກຽມຄວາມພ້ອມຮອບດ້ານຂອງຮ່າງກາຍ ແລະ ເສີມສ້າງສະມັດຖະພາບໃຫ້ນັກກິລາ ມີຄວາມແຂງແຮງ ກຽມພ້ອມສ້າງຜົນງານໃນການແຂ່ງຂັນ. ສະນັ້ນ, ຈຶ່ງມີຄວາມເປັນຕ້ອງໄດ້ນຳໃຊ້ງົບປະມານຮັບໃຊ້ຈຳນວນຫຼາຍ ໂດຍຄາດສະເນໃນເບື້ອງຕົ້ນ ໃນການນຳໃຊ້ເຂົ້າໃນກິລາເຕະບານ 3 ລາຍການ ຄື: ເຕະບານທີມຍິງ-ຊາຍ ແລະ ຟຸດຊໍຊາຍ ເກືອບ 100 ຄົນ, ດັ່ງນັ້ນ ໃນການມອບຄັ້ງນີ້ ກໍຍັງບໍ່ທັນພຽງພໍໃນການຕອບສະໜອງໃຫ້ແກ່ທີມນັກກິລາເພື່ອກຽມສ້າງຜົນງານ ຈຶ່ງຂໍຮຽກຮ້ອງມາຍັງບັນດາພາກສ່ວນທຸລະກິດ ປະກອບສ່ວນສົ່ງເສີມລູກຫຼານ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມສ້າງຜົນງານໃຫ້ໄດ້ຕາມເປົ້າໝາຍ ຍາດໄດ້ຫຼຽນຄຳ ສ້າງກຽດຊື່ສຽງໃຫ້ແກ່ນະຄອນຫຼວງວຽງຈັນ.
ປັດຈຸບັນກິລາເຕະບານ ທັງ 3 ລາຍການ ໄດ້ມີການເກັບຕົວເຝິກຊ້ອມຢ່າງເປັນປົກກະຕິ ໃນໄລຍະ 2 ເດືອນ ຜ່ານມາ ເຊິ່ງໄດ້ມີການນອນສູນທີ່ ລ້ານຊ້າງອິນດໍ ເຂດບ້ານດອນກອຍ ເມືອງສີສັດຕະນາກ ສ່ວນສະໜາມເຝິກຊ້ອມ ກໍໄດ້ເຝິກຊ້ອມທີ່ສະໜາມກິລາລ້ານຊ້າງ ສະເຕດ້ຽມ, ເດີ່ນບານຫຍ້າທຽມ ເບ ສະຫວັນ ແລະ ລ້ານຊ້າງອິນດໍ.
(ພາບ-ຂ່າວ: ສົງການ ພັນແພງດີ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 660.04 | 671.26 |
EUR | 24,263 | 24,748 |
CNY | 2,950 | 3,009 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














