jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 28 October, 2025
ໝວດ: ຂ່າວ

 

ໃນລະຫວ່າງວັນທີ 17-25 ຕຸລາ 2025 ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ ຢູ່ສະຖາບັນກວດກາວິໄນ ແລະ ກວດກາລັດ ສປ ຈີນ ຈຳນວນ ທັງໝົດ 30 ທ່ານ, ຍິງ 07 ທ່ານ; ໃນນີ້, ມີພະນັກງານຈາກອົງການກວດກາແຫ່ງລັດ ຈໍານວນ 15 ທ່ານ, ຍິງ 04 ທ່ານ, ອົງການກວດກາລັດກະຊວງ-ອົງການ ຈໍານວນ 05 ທ່ານ, ຍິງ 02 ທ່ານ ແລະ ທ້ອງຖິ່ນ ຈໍານວນ 10 ທ່ານ, ຍິງ 01 ທ່ານ. ນໍາພາໂດຍທ່ານ ສຸກຄໍາເພັດ ເຮືອງບຸດສີ ກຳມະການປະຈໍາພັກ, ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງສູນກາງ

Digital Marketing Agency in Laos - Emerging Digital Solutions

 

ການຝຶກອົບຮົມຄັ້ງນີ້ປະກອບມີ 07 ຫົວຂໍ້ສະເພາະ ແລະ ລົງທັດສະນະພາກສະໜາມ 04 ຫົວຂໍ້, ເຊິ່ງ ຫົວຂໍ້ສະເພາະປະກອບມີ: ແນວຄິດການປົກຄອງ ແລະ ຄຸ້ມຄອງລັດຂອງການນໍາ ສປ ຈີນ; ລະບອບການເມືອງ ສປ ຈີນ; ຜົນສໍາເລັດຂອງ ສປ ຈີນ ໃນການຊຸກຍູ້ການສ້າງແບບແຜນທີ່ດີ ຂອງພັກ ແລະ ການບໍລິຫານແບບປອດໃສຂາວສະອາດ ກໍ່ຄືວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ແນະນໍາສະພາບການ ແລະ ພາລະບົດບາດຂອງອົງການກວດກາວິໄນ ແລະ ການຕິດຕາມກວດກາຂອງ ສປ ຈີນ; ສະພາບການສ້າງລະບົບກົດໝາຍ ແລະ ນິຕິກໍາກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ ສປ ຈີນ; ສະພາບການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ “ຂໍ້ກຳນົດ 08 ຂໍ້” ຂອງສູນກາງພັກກອມມູນິດຈີນເພື່ອເພີ່ມທະວີການກໍ່ສ້າງແບບແຜນຂອງພັກ; ສະພາບການຮ່ວມມືສາກົນດ້ານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຊອກຈັບຜູ້ຫຼົບໜີ ແລະ ການນໍາຄືນຂອງກາງຂອງຈີນ.

 

ຫຼັກສູດພາກສະໜາມປະກອບມີ ການສອນຢູ່ພາກສະໜາມກົມມະລຽນກ່ຽວກັບວັດທະນະທໍາການເມືອງປອດໃສຂາວສະອາດຂອງ ສປ ຈີນ; ການຢ້ຽມຢາມ ແລະ ທັດສະນາສຶກສາຢູ່ສູນບໍລິການດ້ານວຽກງານພັກ ແລະ ປະຊາຊົນ ຖະໜົນຊາວວາຍ ເຂດຊາວຢາງ ນະຄອນຫຼວງປາກກິ່ງ; ສະຖານສຶກສາອົບຮົມກ່ຽວກັບການເມືອງປອດໃສຂາວສະອາດ ເຂດໄຫຕ້ຽນ ນະຄອນຫຼວງປັກກິ່ງ; ການຮຽນການສອນຢູ່ພາກສະໜາມ ປະຫວັດສາດວຽກງານການກວດກາພັກ-ລັດ ຂອງພັກກອມມູນິດຈີນ.

 

ຜ່ານການຝຶກຮົມນັກສໍາມະນາກອນໄດ້ຮັບຮູ້ລັກສະນະທີ່ພົ້ນເດັ່ນທີ່ສຸດໃນການປົກຄອງປະເທດ ແລະ ບໍລິຫານການ ເມືອງ ຂອງທ່ານ ເລຂາທິການໃຫຍ່ ສີຈິ້ນຜິງກ່ຽວກັບ ການປົກຄອງປະເທດ,ລະບົບການເມືອງ, ວຽກງານຕ້ານການສໍ້ລາດບັງຫຼວງ ການຄຸ້ມຄອງພັກ; ສະພາບວຽກງານລາດຕະເວນ ແລະ ການກວດກາຂອງ ນະຄອນຫຼວງປັກກິ່ງ, ນອກຈາກນີ້ຍັງໄດ້ຮູ້ກ່ຽວຂະບວນການພັດທະນາພື້ນຖານໂຄງລ່າງ ແລະ ສາມາດສຳພັດໄດ້ເຖິງວິຖີດຳລົງຊີວິດ, ວັດທະນະທໍາ, ການທ່ອງທ່ຽວ ຂອງປະເທດຈີນ ເວົ້າລວມ, ເວົ້າສະເພາະກໍ່ຄືນະຄອນຫຼວງປັກກິ່ງ ມີການຂະຫຍາຍທາງດ້ານພື້ນຖານໂຄງລ່າງຢ່າງໄວວາທີ່ສຸດ, ເຊິ່ງເປັນນະວັດຕະກຳໃໝ່ໃຫ້ແກ່ນັກສຳມະນາກອນທີ່ໄດ້ໄປຝຶກອົບຮົມ ໄດ້ນໍາມາເຜີຍແຜ່ ແລະ ເປັນບົດຮຽນໃນ ສປປ ລາວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ